ກອງປະຊຸມປະຈໍາປີຂອງ AFPPD ທີ່ມະນິລາ

ກ.ຍ. 11, 2025

(ສພຊ) – ວັນທີ 3-5 ກັນຍາຜ່ານມາ, ທ່ານ ປອ. ກໍລະກັນ ພົມມະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ກຳມະການປະຈໍາກຳມາທິການວັດທະນະທຳ-ສັງຄົມ ທັງເປັນຄະນະບໍລິຫານງານຂອງອົງການລັດຖະສະພາອາຊີ ກ່ຽວກັບປະຊາກອນ ແລະ ການພັດທະນາ (AFPPD) ແລະ ຄະນະ ໄດ້ເຂົ້າຮ່ວມກອງປະຊຸມປະຈໍາປີ 2025 ຂອງອົງການ AFPPD ທີ່ນະຄອນຫຼວງມະນິລາ, ປະເທດຟີລິບປິນ. ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນພາຍໃຕ້ການເປັນປະທານຂອງທ່ານ ນາງ ໂຢໂກະ ຄາມິກາວາ ປະທານອົງການ AFPPD ໂດຍການເຂົ້າຮ່ວມ ແລະ ກ່າວຕ້ອນຮັບຂອງທ່ານ ຊີໂລ ຄຣີເຊວ ລາກແມນ ສະມາຊິກລັດຖະສະພາຟີລິບປິນ ທັງເປັນຄະນະບໍລິຫານງານຄະນະ​ກຳມະການ​ນິຕິບັນຍັດ​​ຟີ​ລິບ​ປິນ ກ່ຽວ​ກັບ​​ປະຊາກອນ ​ແລະ ການ​ພັດທະນາ (PLCPD) ແລະ ອົງການ AFPPD; ພ້ອມກັນນີ້ ຍັງໄດ້ຮັບຟັງຄໍາເຫັນຈາກທ່ານຜູ້ອໍານວຍການອົງການ UNFPA ປະຈໍາພາກພື້ນອາຊີ-ປາຊີຟິກ, ຜູ້ຈັດການອົງການ FP2030 ປະຈໍາພາກພື້ນອາຊີ-ປາຊີຟິກ, ຜູ້ຕາງໜ້າສຽງສ່ວນໜ້ອຍຂອງສະພາຜູ້ແທນປະຊາຊົນຟີລິບປິນ ແລະ ສະມາຊິກລັດຖະສະພາຟີລິບປິນ ທັງເປັນປະທານອົງການ PLCPD.
ກອງປະຊຸມຄັ້ງນີ້ ປະກອບມີ 6 ວາລະ ທີ່ໄດ້ນຳສະເໜີບັນດາເນື້ອໃນ ແລະ ແລກປ່ຽນບົດຮຽນທີ່ສໍາຄັນດັ່ງນີ້: (ວາລະທີ 1) ການຢຸດຕິອຸປະສັກໃນການສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ເຊິ່ງມີການນຳສະເໜີ 4 ບົດຮຽນຄື: 1. ບຸກ​ທະ​ລຸ​ບັນ​ດາ​ສິ່ງ​ກີດ​ຂວາງ, ການປ່ຽນ​ແປງ​​ບັນ​ດາ​ມາດ​ຕະ​ການ​ສັງ​ຄົມ​ໂດຍ​ຜ່ານ​ກົດ​ໝາຍ; 2. ຜົນກະທົບຂອງເຕັກໂນໂລຊີ ແລະ ສື່ສັງຄົມອອນລາຍ ຕໍ່ກັບແມ່ຍິງ ແລະ ເດັກຍິງ (ກໍລະນີສຶກສາຂອງປະເທດນູແວນເຊລັງ); 3. ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ໂດຍຜ່ານຄວາມອິດສະຫຼະດ້ານການຈະເລີນພັນ; 4. ແມ່ຍິງ, ສັນຕິພາບ ແລະ ຄວາມປອດໄພ. (ວາລະທີ 2) ການເອົາໄວໜຸ່ມເປັນໃຈກາງ: ນະໂຍບາຍເພື່ອອະນາຄົດທີ່ຍືນຍົງ ໃນວາລະດັ່ງກ່າວນີ້, ທ່ານ ປອ. ກໍລະກັນ ພົມມະວົງ ໄດ້ເປັນປະທານກອງປະຊຸມ ເຊິ່ງໄດ້ຮັບຟັງການນຳສະເໜີ 4 ບົດຮຽນຄື: 1. ການເພີ່ມຜົນຕອບແທນທາງດ້ານປະຊາກອນໃຫ້ສູງສຸດ: ການກຽມກຳລັງແຮງງານໃຫ້ພ້ອມສຳລັບອະນາຄົດ (ກໍລະນີສຶກສາຂອງປະເທດກຳປູເຈຍ); 2. ການສົ່ງເສີມການ​ນໍາ​ໃຊ້​ສື່​ດິ​ຈິ​ຕອນ ແລະ ນະ​ໂຍ​ບາຍ​ສໍາ​ລັບ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່ໄວໜຸ່ມ​ (ກໍລະນີສຶກສາຂອງປະເທດອິນເດຍ); 3. ບົດບາດ​ຂອງ​ໄວ​ໜຸ່ມ​ໃນ​ການສົ່ງເສີມວຽກ​ງານ​ເພື່ອ​ບັນລຸ​ເປົ້າ​ໝາຍການພັດທະນາແບບນຍືນຍົງ (SDGs); 4. ການຈັດຕັ້ງປະຕິບັດນະໂຍບາຍເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ (ກໍລະນີສຶກສາຂອງປະເທດອຸດສະເບກິດສະຖານ). (ວາລະທີ 3) ການສົ່ງເສີມຜູ້ອາຍຸສູງ ໃຫ້ມີສຸຂະພາບດີ ແລະ ແຂງແຮງ ໃນພາກພື້ນອາຊີ-ປາຊີຟິກ ເຊິ່ງມີ 3 ບົດນຳສະເໜີຄື: 1. ການປະຕິບັດງານທີ່ດີທີ່ສຸດໃນການສົ່ງເສີມຜູ້ອາຍຸສູງຢ່າງຫ້າວຫັນໃນທົ່ວພາກພື້ນປາຊີຟິກ (ກໍລະນີສຶກສາຂອງປະເທດອົດສະຕຣາລີ; 2. ການແກ້ໄຂບັນຫາສຸຂະພາບຈິດ ແລະ ຄວາມໂດດດ່ຽວທາງດ້ານສັງຄົມ ໃນບັນດາປະຊາກອນຜູ້ອາຍຸສູງ; 3. ນະໂຍບາຍຂອງເກົາຫຼີເພື່ອສັງຄົມຜູ້ອາຍຸສູງ ທີ່ມີສຸຂະພາບດີ ແລະ ແຂງແຮງ (ກໍລະນີສຶກສາຂອງສາທາລະນະລັດເກົາຫຼີ). (ວາລະທີ 4) ເຄືອຂ່າຍສະມາຊິກລັດຖະສະພາເພື່ອປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ ວາລະ 2030 ເຊິ່ງມີ 3 ບົດນຳສະເໜີຄື: 1. ວຽກງານຂອງ​ສູນລັດຖະສະພາອາຊີ (PCAsia); 2. ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະສະພາອາຣັບ ກ່ຽວກັບປະຊາກອນ ແລະ ການພັດທະນາ (FAPPD); 3. ການເຄື່ອນໄຫວວຽກງານຂອງສະມາຊິກລັດຖະສະພາອາຟຣິກາ ກ່ຽວກັບປະຊາກອນ ແລະ ການພັດທະນາ (APFPD/FPA).​ (ວາລະທີ 5) ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ແລະ ​ຜົນ​ກະ​ທົບ​ໃນ​ການຈັດຕັ້ງ​ປະ​ຕິ​ບັດ​ວາ​ລະ 2030 ເຊິ່ງມີ 3 ບົດນຳສະເໜີຄື: 1. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ການຈັດຕັ້ງປະຕິບັດ SDGs (ກໍລະນີສຶກສາຂອງປະເທດ ຕີມໍ ແລັດສະເຕ); 2. ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບໄວໜຸ່ມມານດິວ (ກໍລະນີສຶກສາຂອງປະເທດມານດິວ); 3. ແນວທາງໃນການຈັດຕັ້ງປະຕິບັດດ້ານຄວາມຍຸຕິທຳດ້ານສະພາບອາກາດ (ກໍລະນີສຶກສາຂອງປະເທດຟີລິບປິນ). (ວາລະທີ 6) ລາຍການສົນທະນາ: ຢຶດໝັ້ນພັນທະສັນຍາທົ່ວໂລກ – ຄວາມຄືບໜ້າໃນການຊຸກຍູ້ແຜນງານ ICPD ແລະ SDGs.
ນອກຈາກນີ້, ຍັງມີກອງປະຊຸມຄະນະບໍລິຫານງານອົງການ AFPPD ເພື່ອພິຈາລະນາບັນຫາຈໍານວນໜຶ່ງ; ກອງປະຊຸມກອງເລຂາອົງການ AFPPD ຮ່ວມກັບກອງເລຂາຂອງບັນດາປະເທດສະມາຊິກ; ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງອົງການ AFPPD ກັບ 3 ອົງການ ເພື່ອຮ່ວມງານກັນໃນຕໍ່ໜ້າ ຄື: ອົງການ Pathfinder, FP2030 ແລະ PCAsia; ວາລະຄໍາ​ໝາຍໝັ້ນໃນການ​ລົງມືຈັດຕັ້ງປະ​ຕິ​ບັດ​. ທ່ານ ນາງ ໂທໂມໂກະ ຟູກຸດະ ຜູ້ອໍານວຍການປະຈຳພາກພື້ນອາຊີຕາເວັນອອກ, ອາຊີຕາເວັນອອກສ່ຽງໃຕ້ ແລະ ໂອເຊອານີ ໄດ້ກ່າວປິດກອງປະຊຸມ (ອອນລາຍ).
ໃນວັນສຸດທ້າຍ, ຄະນະຜູ້ແທນກອງປະຊຸມ ໄດ້ໄປທັດສະນະສຶກສາຢູ່ຫ້ອງການ Meta ໃນເຂດພັດທະນາແຫ່ງໃໝ່ຂອງປະເທດຟີລິບປິນ ເພື່ອຮັບຟັງກ່ຽວກັບຜົນກະທົບທາງໄຊເບີ ແລະ ສື່ສັງຄົມອອນລາຍ ຕໍ່ປະຊາກອນ ໂດຍສະເພາະແມ່ນໄວໜຸ່ມ, ເຍົາວະຊົນ.