
ຕອນເຊົ້າວັນທີ 23 ທັນວາ 2025 ຢູ່ທີ່ຫ້ອງປະຊຸມກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານຂອງທ່ານ ສອນວິໄລ ຕຸລາທອງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04, ປະທານຄະນະກຳມະການ ຍຸຕິທໍາ, ປກຊ-ປກສ, ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງ, ແຂກເຊີນຈາກອົງການ, 2 ກໍາລັງ ປກຊ-ປກສ, ພະແນກການ ແລະ ພະນັກງານຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ທ່ານ ທອງຄໍາ ສີຫາລາດ ຮອງປະທານຄະນະກຳມະການ ຍຸຕິທໍາ, ປກຊ-ປກສ, ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ໄດ້ຜ່ານຮ່າງບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 5 ປີ(2021-2025), ປະຈໍາປີ 2025 ເຊິ່ງຕະຫລອດໄລຍະຜ່ານມາ ຄະນະກຳມະການ ຍຸຕິທໍາ, ປກຊ-ປກສ, ໄດ້ເອົາໃຈໃສ່ໃນການເຄື່ອນໄຫວຈັດຕັ້ງປະຕີບັດວຽກງານຕາມ 3 ພາລະບົດບາດທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ, ມີຜົນສໍາເລັດຢ່າງຕັ້ງໜ້າ ແລະ ໄດ້ວາງທິດທາງແຜນການຈຸດສຸມ ປະຈຳປີ 2026.

ພ້ອມກັນນັ້ນ, ໄດ້ຮັບຟັງການປະກອບຄໍາເຫັນ ຕາມຄໍາຖາມເຈາະຈີ້ມຂອງປະທານກອງປະຊຸມ ຈາກກອງບັນຊາການ ປກຊ ກ່ຽວກັບ ຜົນໄດ້ຮັບ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກການສ້າງບ້ານປ້ອນໝັ້ນກຸ່ມບ້ານສູ້ຮົບຕິດລຽນ ຕິດພັນກັບວຽກງານ ປກຊ-ປກສ ໃນໄລຍະຜ່ານມາ; ກອງບັນຊາການ ປກສ ກ່ຽວກັບ ມາດຕະການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມປັດຈຸບັນເປັນຕົ້ນ: ບັນຫາຢາເສບຕິດ, ບັນຫາການຊິງຊັບ, ລັກຊັບ, ການຄາດຕະກໍາ, ການຄ້າມະນຸດ, ການສໍ້ໂກງຊັບທາງສື່ສັງຄົມອ່ອນລາຍ ແລະ ຫາງສຽງສັງຄົມ ທີ່ພົວພັນເຖິ່ງການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ຕໍາຫຼວດຜ່ານມາ ແລະ ການຍົກສູງບົດບາດຂອງສະຫະພັນນັກຮົບເກົ່າ ໃນການເປັນແບບຢ່າງຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກໍາລັງປະກອບອາວຸດປະຕິວັດ ຕິດພັນກັບວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ.

ຫລັງຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ແລະ ຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງ ແລະ ມີຈຸດສຸມ ເພື່ອເຮັດໃຫ້ເນື້ອໃນຕ່າງໆທີ່ເຂົ້າຜ່ານ ຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ປະທານກອງຊຸມໄດ້ສະຫຼຸບສັງລວມການມີຄໍາເຫັນ ແລະ ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກປະທານສະພາປະຊາຊົນແຂວງ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.