

ຕອນບ່າຍຂອງວັນອັງຄານ, ວັນທີ 31 ມັງກອນ 2023(ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ) ກອງປະຊຸມປະຈໍາປີ 2022 ຂອງຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ປະທານຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເຈົ້າແຂວງອຸດົມໄຊ, ມີຮອງເຈົ້າແຂວງ, ບັນດາທ່ານຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ຄະນະເລຂາທິການ, ຫົວໜ້າພະແນກ-ຮອງພະແນກ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ສະມາຊິກສະພາປະຊາຊົນແຂວງ, ແຂກເຊີນ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.




ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 04 ແຂວງອຸດົມໄຊ ປະຈໍາປີ 2022. ພາຍຫຼັງຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 04 ແຂວງອຸດົມໄຊ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຮ່າງມະຕິກອງປະຊຸມວ່າດ້ວຍ ການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານປະຈໍາປີ 2022 ທິດທາງແຜນການປະຈໍາປີ 2023 ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ບັນດາຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄວ້າພິຈາລະນາ, ປະກອບຄໍາເຫັນໃສ່ຮ່າງບົດດັ່ງກ່າວ ຢ່າງມີຈຸດສຸມ ແລະ ກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຄົບຖ້ວນ, ສົມບູນ ແລະ ສອດຄ່ອງກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ໃຫ້ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.




ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 97/ຄປຈ, ລົງວັນທີ 21 ເມສາ 2022 ວ່າດ້ວຍການພົບປະປະຊາຊົນ ຂອງສະມາຊິກສະພາແຫ່ງຊາດ ຕື່ມອີກ.

(ພາບ-ຂ່າວ: ແສງພອນ ອິນນະລົງ).