(ສພຊ) – ວັນທີ 6 ຕຸລາຜ່ານມາ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຈັດກອງປະຊຸມທາບທາມເລືອກຕັ້ງຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ແລະ ມີການເຂົ້າຮ່ວມຂອງບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາ ແລະ ຮອງເລຂາຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ທີ່ຂຶ້ນກັບຄະນະພັກສະພາແຫ່ງຊາດ, ບັນດາສະມາຊິກພັກຂັ້ນຮອງຫົວໜ້າພະແນກຂຶ້ນໄປ ຈຳນວນ 200 ກວ່າສະຫາຍ.
ໃນກອງປະຊຸມ, ສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສໍາຮອງສູນກາງພັກ, ຄະນະປະຈຳພັກສະພາແຫ່ງຊາດ ໄດ້ຜ່ານແຈ້ງການຂອງອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ສະບັບເລກທີ 82/ອກ.ບຄ, ລົງວັນທີ 04 ມິຖຸນາ 2025; ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານ, ເງື່ອນໄຂ ຂອງຜູ້ແທນສົມບູນ ແລະ ສໍາຮອງ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ສະບັບເລກທີ 05/ກມສພ, ລົງວັນທີ 12 ພຶດສະພາ 2025 ແລະ ຂໍ້ຕົກລົງຄະນະພັກສະພາແຫ່ງຊາດ ວ່າດ້ວຍການອະນຸມັດລາຍຊື່ຜູ້ລົງສະໝັກເລືອກຕັ້ງເປັນຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ໃນກອງປະຊຸມ, ກ່ອນຈະດຳເນີນການເລືອກເອົາບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກນັ້ນ, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນເນັ້ນໜັກວ່າ: ຜູ້ແທນສົມບູນ ແລະ ສໍາຮອງ ຂອງອົງຄະນະພັກສະພາແຫ່ງຊາດ ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເປັນຜູ້ຕາງໜ້າຂອງອົງຄະນະພັກສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ປະກອບຄໍາເຫັນ ແລະ ລົງຄະແນນສຽງຮັບຮອງເອົາບັນດາເອກະສານສໍາຄັນ ແລະ ວຽກງານອື່ນໆ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII, ໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມຄັ້ງນີ້ ຈົ່ງໄດ້ອີງໃສ່ບັນດາມາດຕະຖານ, ເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນມະຕິຂອງກົມການເມືອງສູນກາງພັກ ເປັນຕົ້ນຕ້ອງແມ່ນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບການເມືອງສູງ, ເປັນຜູ້ດີເດັ່ນ, ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບຜິດຊອບ; ຕ້ອງແມ່ນຜູ້ທີ່ມີຄວາມຮູ້ທາງດ້ານທິດສະດີ, ວິທະຍາສາດໃດໜຶ່ງທີ່ແນ່ນອນ ແລະ ມີຄວາມສາມາດໃນການຄົ້ນຄວ້າປະກອບຄໍາເຫັນ ແລະ ຕົກລົງຕໍ່ບັນຫາຕ່າງໆໃນກອງປະຊຸມໃຫຍ່ ແລະ ຕ້ອງມີສຸຂະພາບແຂງແຮງດີ, ສາມາດເຂົ້າຮ່ວມກອງປະຊຸມໃຫຍ່ຈົນສໍາເລັດ.
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ດຳເນີນການປ່ອນບັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງ ເຊິ່ງມີຜູ້ລົງສະໝັກ 14 ສະຫາຍ ຍິງ 1 ສະຫາຍ, ເລືອກໄດ້ຜູ້ແທນສົມບູນ 8 ສະຫາຍ, ສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ.
(ນາງ ອາລິນ ສຸພິມມະປະດິດ)