ກອງປະຊຸມທາບທາມຄວາມເຊື້ອໝັ້ນ, ໄວ້ວາງໃຈຕໍ່ການນຳພາຂອງຄະນະໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 26 ພຶດສະພາ 2023 ທີ່ສະພາປະຊາຊົນແຂວງຄໍາມ່ວນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ສະຫາຍ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ບົວພັນ ແສງຈັນ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະໜ່ວຍພັກ, ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມ.



ກອງປະຊຸມ ຄະນະຮັບຜິດຊອບກອງປະຊຸມກາງສະໄໝຂັ້ນແຂວງ ໄດ້ຜ່ານມາດຖານພະນັກງານນໍາພາ-ຄຸ້ມຄອງ, ຜ່ານລະບຽບ ແລະ ແນະນຳວິທີການທາບທາມ, ຈາກນັ້ນ ສະຫາຍ ບຸນມີ ພິມມະສອນ ໄດ້ມີຄຳເຫັນໂອລົມຕໍ່ກອງປະຊຸມວ່າ: ກອງປະຊຸມໃນມື້ນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍ ທັງເປັນຫຼັກການ, ວິທີການ, ມາດຕະການໜຶ່ງໃນການປັບປຸງກໍ່ສ້າງພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ທັງເປັນຫຼັກການໃນການກວດກາ, ການຊີ້ນຳ-ນຳພາ, ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ ແລະ ເນັ້ນໜັກໃຫ້ສະຫຼຸບຕີລາຄາຄືນດ້ານອ່ອນ ຂໍ້ຄົງຄ້າງ ທີ່ຍັງບໍ່ບັນລຸຕາມຄາດໝາຍ, ເປັນເຈົ້າການປະຕິບັດວຽກງານຈຸດສຸມ, ຖືສໍາຄັນເອົາໃຈໃສ່ຕໍ່ບັນຫາການແກ້ໄຂຜົນຂອງບັ້ນດຳເນີນຊີວິດການເມືອງ ຄືບັນດາຈຸດອ່ອນກໍ່ຄືຫາງສຽງຂອງສັງຄົມຕໍ່ກັບອັນລວມ ແລະ ອັນສະເພາະຂອງບຸກຄົນ, ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດໃຫ້ພະນັກງານ ແນໃສ່ກຳແໜ້ນແນວທາງນະໂຍບາຍຂອງພັກວາງອອກ, ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ ຕັ້ງໜ້າສຸມສະຕິປັນຍາເຂົ້າໃນການດຳເນີນທາບທາມໃນຄັ້ງນີ້ ບົນພື້ນຖານ ຫຼັກການ ປະຊາທິປະໄຕ ຕ້ອງໄດ້ຄົ້ນຄວ້າ, ກຳແໜ້ນ ມາດຕະຖານພະນັກງານນຳພາ-ພະນັກງານຄຸ້ມຄອງ ເພື່ອເປັນໄມ້ຫຼາວັດແທກການລົງຄະແນນສຽງ ດ້ວຍຄວາມຮັບຜິດຊອບສູງ ຕາມມາດຕະຖານທີ່ກຳນົດໄວ້, ຫຼີກລ້ຽງແນວຄິດອັກຄະຕິ, ມີຄວາມແຕກແຍກລວມທັງທັດສະນະກໍຄືການກະທຳອື່ນທີ່ບໍ່ຖືກຕ້ອງ ທັງນີ້ກໍເພື່ອຮັບປະກັນ ໃຫ້ຜົນການທາບທາມຄະແນນໃນຄັ້ງນີ້ ມີປະສິດພາບ ແລະ ປະສິດທິຜົນສູງ, ພ້ອມທັງມີການປ່ອນບັດທາບທາມ-ຢັ່ງຫາງສຽງ ຄວາມໄວ້ວາງໃຈ ການນຳພາຂອງຄະນະໜ່ວຍພັກສະພາປະຊາຊົນແຂວງຄໍາມ່ວນ ຕື່ມອີກ.


ໂດຍ: ເອື້ອ ມະໂນສິງ ( ອາລີ )