ກອງປະຊຸມຄົບຄະນະຂອງ ກສຕສ ປະຈຳ​ປີ 2025

ຕ.ລ. 11, 2025

(ສພຊ) – ວັນທີ 10-11 ຕຸລານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄົບຄະນະຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ປະຈຳ​ປີ 2025 ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ເຂົ້້າຮ່ວມມີທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານກໍາມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ​ທີ່​ກ່ຽວຂ້ອງ, ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງ ກສຕສ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ແຂກຖືກເຊີນ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າ: ກອງປະຊຸມຄົບຄະນະຂອງກໍາມາທິການຄັ້ງນີ້ ຈຸດປະສົງແມ່ນເພື່ອພ້ອມ​ກັນ​​ຄົ້ນ​ຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ຕີລາຄາຄືນ ຕໍ່ການຈັດຕັ້ງປະຕິບັດວຽກງານ​ພົ້ນ​ເດັ່ນທີ່​ເກີດຂຶ້ນ​​ໃນ​ສັງຄົມ ​ຕິດ​ພັນ​ກັບ​ວຽກ​ງານໃນ​ຂົງ​ເຂດເສດຖະກິດ​ທີ່ຢູ່ໃນຄວາມຮັບຜິດຊອບຂອງກໍາມາທິການ; ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ແລະ ວາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້າ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນການປະຕິບັດວຽກງານເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ ກໍຄືວຽກງານຂອງສະພາແຫ່ງຊາດ ມີປະສິດທິພາບ ແລະ ມີປະສິດທິຜົນດີຂຶ້ນ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານປີ 2026, ການເຄື່ອນໄຫວວຽກງານປະຈໍາ 5 ປີ (2021-2025) ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ; ຜົນການປະເມີນຄືນໂຄງການຂຸດຄົ້ນແຮ່ທາດ ແລະ ການຫັນໂຄງການທົດລອງ ມາເປັນໂຄງການປົກກະຕິ ຕາມມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 133/ສພຊ, ລົງວັນທີ 01 ກໍລະກົດ 2024 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນດ້ານແຮ່ທາດໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການເຊົ່າ ແລະ ສໍາປະທານທີ່ດິນ ຂອງບັນດາໂຄງການລົງທຶນໃນຂອບເຂດທົ່ວປະເທດ ທີ່ໄດ້ຮັບການອະນຸມັດຜ່ານມາ ແລະ ທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ລວມທັງການຈັດຕັ້ງປະຕິບັດມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການພິຈາລະນາຮັບຮອງການຮັບຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້.
ບັນດາຜູ້ແທນໄດ້​ສຸມ​ສະຕິ​ປັນຍາ, ຄວາມ​ຮູ້ຄວາມ​ສາມາດ ​ເຂົ້າໃນການ​ຄົ້ນຄວ້າ, ສົນທະນາ​ປຶກສາ​ຫາລື, ປະກອບ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ໂດຍ​ທຽບ​ໃສ່​ພຶດຕິ​ກຳ​ຕົວ​ຈິງ​ໃນສະພາບປັດຈຸບັນທີ່​ເກີດ​ຂຶ້ນ​ຢູ່​ທ້ອງ​ຖິ່ນ​ ແລະ ຂະແໜງການຂອງຕົນ ​ເພື່ອ​ເຮັດ​ໃຫ້​​ເນື້ອ​ໃນ​ກອ​ງປະຊຸມມີຄວາມ​ຄົບ​ຖ້ວນ, ສົມບູນ ໂດຍ​ສະ​ເພາະບັນ​ດາ​​ວຽກ​ສຳ​ຄັນ​ພົ້ນ​ເດັ່ນທີ່​ເປັນ​ການ​ສະ​ໜັບສະ​ໜູນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງ​ສົກ​ປີ ແລະ ເປັນ​ທິດ​ທາງແຜນການໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດໃຫ້​ມີ​ຄວາມ​ຄືບ​ໜ້າ ແລະ ປະ​ສິດ​ທິຜົນ​ຂຶ້ນ​ຕື່ມ.
ທ່ານ ສົມມາດ ພົລເສນາ ມີຄຳ​ເຫັນໂອ້ລົມຕໍ່ກອ​ງປະຊຸມ ໂດຍໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍຕໍ່​ຜົນສຳ​ເລັດອັນໃຫຍ່ຫຼວງທີ່ກໍາມາທິການຍາດມາໄດ້ໃນ 1 ປີ ກໍຄືຕະຫຼອດໄລຍະ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເອົາໃຈໃສ່ໃນການສ້າງ ແລະ ປັບປຸງກົດໝາຍ, ການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ການຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງ ລວມທັງການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານ ໃນການຄົ້ນຄວ້າ ແລະ ເຂົ້າຮ່ວມແຕ່ຫົວທີ ເພື່ອຄວາມເປັນເອກະພາບທາງດ້ານເນື້ອໃນ, ຂໍ້ມູນ ແລະ ບັນດາມາດຕະການຕ່າງໆ ໃນການຈັດຕັ້ງປະຕິບັດກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆ ຕາມຂົງເຂດຄວາມຮັບຜິດຊອບ ໃຫ້ມີຄວາມຖືກຕ້ອງ, ທັນການ ແລະ ສອດຄ່ອງຕາມກົດໝາຍ.

(ສອນສັກ ວັນວິໄຊ)