
ຕອນເຊົ້າຂອງວັນອັງຄານ, ວັນທີ 31 ມັງກອນ 2023(ຢູ່ທີ່ຫ້ອງປະຊຸມພະແນກພາຍໃນແຂວງ) ກອງປະຊຸມຄົບຄະນະ ຂອງຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງອຸດົມໄຊ ປະຈໍາປີ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ຄໍາມະນີ ໄຊດວງຕາ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສພຂ, ເຂົ້າຮ່ວມກອງປະຊຸມມີທ່ານ ນາງ ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກທີ 04, ຮອງປະທານສະພາປະຊາຊົນແຂວງ, ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ ທີ່ເປັນກຳມະການ ຂອງຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ແຂກເຊີນ ແລະ ພະນັກງານວິຊາການຂະແໜງກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.




ກອງປະຊຸມ, ພາຍຫຼັງທີ່ຄະນະຮັບຜິດຊອບໄດ້ກ່າວຈຸດປະສົງ ແລະ ສະເໝີແຂກເຂົ້າຮ່ວມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຂອງຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ໃນໄລຍະ 1 ປີຜ່ານມາ. ຈຸດປະສົງເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ເພື່ອໃຫ້ບັນດາທ່ານຜູ້ແທນກອງປະຊຸມ ພ້ອມກັນຄົ້ນຄວ້າພິຈາລະນາ, ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວຢ່າງຖີ່ຖ້ວນ, ພາລະວິໄສ-ເລີກເຊີ່ງ ເພື່ອຄວາມເປັນເອກະພາບໃນດ້ານເນື້ອໃນ ແລະ ເປັນບ່ອນອີງໃຫ້ແກ່ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສືບຕໍ່ປັບປຸງເນຶ້ອໃນໃຫ້ສົມບູນ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນ. ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ມະຕິ ກອງປະຊຸມຄົບຄະນະກຳມາທິການບັນດາເຜົ່າ ສະພາແຫ່ງຊາດ ປະຈໍາປີ 2022 ຕື່ມອີກ.





ໃນຕອນທ້າຍ, ທ່ານນາງ ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກທີ 04, ຮອງປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນໂອ້ລົມເຊິ່ງທ່ານສະແດງຄວາມຍ້ອງຊົມເຊີຍຜົນງານທີ່ຍາດມາໄດ້ຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ ເອົາໃຈໃສໃນການຕິດຕາມກວດການຈັດຕັ້ງປະຕິບັດວຽກງານຂອງບັນດາພະແນກການ, ອົງການກ່ຽວຂ້ອງ ແລະ ການປະສານງານຕ້ອງກົມກຽວ, ຮັບປະກັນໃນການຈັດຕັ້ງປະຕິບັດວຽກງານຖືກຕ້ອງ ແລະ ສອດຄອງຕາມລະບຽບການ.



