(ສພຊ) – ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນຕາ ເທບພະວົງ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະປະຈຳປີ 2025 ຄັ້ງນີ້ ຖືວ່າເປັນກອງປະຊຸມເທື່ອສຸດທ້າຍຂອງກຳມາທິການວັດທະນະທຳ-ສັງຄົມ, ສະພາແຫ່ງຊາດ ຊຸດທີ IX ເພື່ອຮັບຟັງການລາຍງານ, ປະກອບຄໍາເຫັນ ແລະ ຮັບຮອງເອົາການສະຫຼຸບຕີລາຄາການເຄື່ອນໄຫວວຽກງານປະຈໍາປີ 2025 ແລະ ທິດທາງແຜນການເຄື່ອນໄຫວປີ 2026, ການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງ ກວທສ; ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ແລະ ທິດທາງແຜນການເຄື່ອນໄຫວ 5 ປີ (2026-2030) ຂອງບັນດາຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນເຊີດຊູຄວາມຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ໃນການຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສົມທຽບໃສ່ພຶດຕິກຳຕົວຈິງຢູ່ທ້ອງຖິ່ນ ແລະ ຂະແໜງການ ເພື່ອເປັນພື້ນຖານໃນການນຳໄປຄົ້ນຄວ້າ, ປຶກສາຫາລື ແລະ ປັບປຸງບັນດາເອກະສານ ໃຫ້ມີເນື້ອໃນທີ່ຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ແລະ ສົມບູນ ສາມາດຮັບຮອງ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
ທ່ານ ຄຳໃບ ດຳລັດ ຕີລາຄາສູງຕໍ່ຜົນສຳເລັດທີ່ກຳມາທິການວັດທະນະທຳ-ສັງຄົມ ຍາດມາໄດ້ຕະຫຼອດໄລຍະເວລາເກືອບ 5 ປີຜ່ານມາ ທັງເນັ້ນໜັກໃຫ້ເພີ່ມທະວີການປະຕິບັດພາລະບົດບາດເປັນຕົວແທນຂອງປະຊາຊົນໃຫ້ເລິກເຊິ່ງກວ່າເກົ່າ ໂດຍຕ້ອງສືບຕໍ່ລົງພົບປະ, ຮັບຟັງ ແລະ ເກັບກຳຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໂດຍສະເພາະບັນຫາທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນ: ຄຸນນະພາບການສຶກສາ, ການເຂົ້າເຖິງການບໍລິການສາທາລະນະສຸກ, ບັນຫາສິ່ງເສບຕິດ, ການວ່າງງານຂອງຊາວໜຸ່ມ ແລະ ການປົກປ້ອງຄຸ້ມຄອງແຮງງານ; ຍົກສູງປະສິດທິຜົນຂອງການຕິດຕາມການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ ທີ່ສົ່ງຜ່ານສາຍດ່ວນ 156 ແລະ ຊ່ອງທາງຕ່າງໆຂອງສະພາແຫ່ງຊາດ ໃຫ້ສິ້ນສຸດ ແລະ ເປັນຮູບປະທຳ; ຍົກສູງຄຸນນະພາບວຽກງານດ້ານນິຕິບັນຍັດ ໃຫ້ທັນກັບການປ່ຽນແປງຂອງຍຸກສະໄໝ ໃນການສ້າງ ແລະ ປັບປຸງກົດໝາຍ, ຕ້ອງຮັບປະກັນບໍ່ພຽງດ້ານເນື້ອໃນທີ່ຄົບຖ້ວນຮັດກຸມ, ແຕ່ຕ້ອງມີວິໄສທັດຍາວໄກ, ສາມາດຮອງຮັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ແລະ ການຫັນເປັນດິຈິຕອນ; ເອົາໃຈໃສ່ຄົ້ນຄວ້າສ້າງນິຕິກຳໃໝ່ໆ ທີ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເຊັ່ນ: ກົດໝາຍ, ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການຄຸ້ມຄອງຂໍ້ມູນຂ່າວສານທາງອອນລາຍ, ການປົກປ້ອງເດັກໃນສະພາບແວດລ້ອມດິຈິຕອນ ແລະ ການສົ່ງເສີມອຸດສາຫະກຳວັດທະນະທຳສ້າງສັນ; ເສີມຂະຫຍາຍພາລະບົດບາດໃນການພິຈາລະນາ ແລະ ຕັດສິນບັນຫາສຳຄັນຂອງຊາດ ໂດຍອີງໃສ່ຂໍ້ມູນ ແລະ ຜົນປະໂຫຍດຂອງປະຊາຊົນເປັນໃຈກາງ ໃນການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ, ຕ້ອງວິເຄາະວິໄຈໃຫ້ເລິກເຊິ່ງເຖິງຜົນກະທົບດ້ານສັງຄົມ ແລະ ວັດທະນະທຳ ແລະ ຕ້ອງຮັບປະກັນວ່າໂຄງການລົງທຶນຕ່າງໆຂອງລັດ ໄດ້ຖືກຈັດສັນຢ່າງສົມເຫດສົມຜົນ, ຕອບໂຈດບັນຫາຈິງຂອງປະຊາຊົນ ແລະ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs); ຫັນການຕິດຕາມກວດກາຈາກແບບຂະບວນການ ໄປສູ່ການປະເມີນຜົນກະທົບ ເຊິ່ງຕ້ອງເພີ່ມທະວີການຕິດຕາມກວດກາແບບມີຈຸດສຸມ ໂດຍສະເພາະການຈັດຕັ້ງປະຕິບັດນະໂຍບາຍໃຫຍ່ຂອງພັກ-ລັດ ເຊັ່ນ: ການປະຕິຮູບການສຶກສາ, ການປັບປຸງຄຸນນະພາບການບໍລິການສາທາລະນະສຸກ, ການພັດທະນາສີມືແຮງງານ ແລະ ການອະນຸລັກຮັກສາມໍລະດົກວັດທະນະທຳ.
(ນາງ ອາລິນ ສຸພິມມະປະດິດ)