(ສພຊ) – ວັນທີ 17 ພະຈິກຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມຄັ້ງທຳອິດຂອງອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໂດຍການເປັນປະທານຂອງທ່ານ ປອ. ຄຳພັນ ພົມມະທັດ ຮອງປະທານຄະນະກຳມະການ ເລືອກຕັ້ງລະດັບຊາດ (ຄລຊ), ຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ເຊິ່ງມີບັນດາທ່ານກຳມະການໃນ ຄລຊ, ຄະນະໃນອະນຸກຳມະການດັ່ງກ່າວ ແລະ ກອງເລຂາຊ່ວຍວຽກ ເຂົ້າຮ່ວມຢ່າງພ້ອມພຽງ; ຈຸດປະສົງກອງຄັ້ງຊຸມຄັ້ງນີ້ ແມ່ນເພື່ອຮ່ວມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄວາມເຫັນກ່ຽວກັບການວາງທິດທາງແຜນການໃນການເຄື່ອນໄຫວວຽກງານຂອງອະນຸກຳມະການ ເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວວຽກງານສໍາເລັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິພາບ, ປະສິດທິຜົນ ເປັນຕົ້ນແມ່ນເອກະສານ 5 ສະບັບ ທີ່ຕິດພັນກັບວຽກງານຂອງອະນຸກຳມະການ ຄື:
1. ຮ່າງຄໍາແນະນໍາຂອງຄະນະກຳມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
2. ຜ່ານຂໍ້ຕົກລົງແຕ່ງຕັ້ງບັນດາໜ່ວຍງານຂອງອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ.
3. ຮ່າງແຜນການດໍາເນີນງານຂອງອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ ແລະ ຍ້ອງຍໍ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
4. ປະກອບຄໍາເຫັນ ແລະ ຕົກລົງເອກະສານສໍາຄັນຈຳນວນໜຶ່ງ ເພື່ອເຝິກອົບຮົມພະນັກງານຫຼັກແຫຼ່ງທົ່ວປະເທດ ກ່ຽວກັບວຽກງານເລືອກຕັ້ງ ຄື:
– ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;
– ເອກະສານເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V;
– ເອກະສານກຳແໜ້ນເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມກົດໝາຍ, ສອດຄອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ແລະ ມີປະສິດທິຜົນ;
– ເອກະສານເຊື່ອມຊຶມເພື່ອຈັດຕັ້ງປະຕິບັດແຜນການດໍາເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ປາກົດຜົນເປັນຈິງ;
– ເອກະສານຮໍ່າຮຽນໂຄສະນາເຜີຍແຜ່ທົ່ວໄປ.
ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຕໍ່ບັນດາເອກະສານດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຖືກຕ້ອງ ແລະ ສອດຄອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)

