(ສພຊ) ເພື່ອພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະເລຂາທິການສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາແຫ່ງຊາດ ໃນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ເພື່ອກຳນົດ, ຫົວຂໍ້ເນື້ອໃນແບ່ງງານໃຫ້ພາກສ່ວນຕ່າງໆ ໃນການຮັບໃຊ້ ແລະ ສ້າງສິ່ງອຳນວຍຄວາມສະດວກຮອບດ້ານ ໃຫ້ແກ່ການກະກຽມ ແລະ ດຳເນີນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ຮັບປະກັນຄຸນນະພາບ ແລະ ທັນເວລາ.
ໃນລະຫວ່າງວັນທີ 28-29 ເມສານີ້ ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນເມສາ 2022 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານຄະນະປະຈຳ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາຮອງປະທານຄະນະປະຈຳສະພາແຫ່ງຊາດ, ກຳມະການຄະນະປະຈຳສະພາແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນເມສາ ຄົ້ນຄວ້າພິຈາລະນາຫລາຍບັນຫາສໍາຄັນ
