ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນກຸມພາ

ມ.ຖ. 11, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນກຸມພາ 2025 ໄດ້ດໍາເນີນໃນວັນທີ 27-28 ກຸມພາຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານຄະນະປະຈໍາ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານຮອງປະທານກຳມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ: ບົດລາຍງານແຜນການກະກຽມກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX; ບົດລາຍງານຮ່າງແຜນວຽກຈຸດສຸມຂອງຄະນະປະຈຳສະພາແຫ່ງຊາດ ປະຈຳປີ 2025; ບົດລາຍງານການກະກຽມກອງປະຊຸມກຳມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 12-14 ມີນາ 2025 ທີ່ນະຄອນຫຼວງວຽງຈັນ ສປປລາວ; ບົດລາຍງານການກະກຽມຈັດກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາແຫ່ງຊາດ ແລະ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ; ບົດລາຍງານແຜນການຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ບົດລາຍງານຄືນກ່ຽວກັບແຜນການຍ້ອງຍໍ ແລະ ການມອບຫຼຽນກາລະນຶກ; ບົດລາຍງານກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຕາມມະຕິຂອງກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈຳປີ 2024; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 12/ລບ, ລົງວັນທີ 5 ກຸມພາ 2025 ກ່ຽວກັບການຂໍຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການພະລັງງານລົມ ເຈືອງເຊີນ ຢູ່ແຂວງບໍລິຄຳໄຊ ຂອງບໍລິສັດພະລັງງານລົມ ເຈືອງເຊີນ ຈຳກັດ; ໜັງສືສະເໜີຂອງລັດຖະບານ ສະບັບເລກທີ 13/ລບ, ລົງວັນທີ 5 ກຸມພາ 2025 ທີ່ສະເໜີຮັບຮອງ ແລະ ຍົກເວັ້ນການປະຕິບັດບາງມາດຕາຂອງກົດໝາຍທີ່ພົວພັນກັບໂຄງການໄຟຟ້າພະລັງງານລົມ ສະຫວັນ 1 ຢູ່ເມືອງພີນ ແຂວງສະຫວັນນະເຂດ ຂອງບໍລິສັດ ສະຫວັນ 1 ວິນພາວເວີ ຈຳກັດຜູ້ດຽວ; ບົດລາຍງານຄືນການສ້າງຮ່າງດຳລັດວ່າດ້ວຍນິຄົມອຸດສາຫະກຳ ຕາມແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ສະບັບເລກທີ 614/ຄລສ, ລົງວັນທີ 22 ພະຈິກ 2024; ບົດລາຍງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກ່ຽວກັບໂຄງການພັດທະນາລະບົບລົດເມດ່ວນທີ່ທັນສະໄໝ (Bus Rapid Transit – BRT) ໃນນະຄອນຫຼວງວຽງຈັນ; ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງອົງການກວດສອບແຫ່ງລັດ ສະບັບເລກທີ 02/ຄຈພ, ລົງວັນທີ 10/01/2025 ກ່ຽວກັບການສະເໜີອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງປະທານອົງການກວດສອບປະຈຳພາກ; ບົດລາຍງານຜົນການຄົ້ນຄວ້າໜັງສືສະເໜີຂອງລັດຖະບານ ສະບັບເລກທີ 65/ລບ, ລົງວັນທີ 02/08/2024 ກ່ຽວກັບການສະເໜີຂໍຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ໃຫ້ແກ່ໂຮງງານນ້ຳມັນພືດ ແສງສະຫວ່າງ ຈຳກັດຜູ້ດຽວ; ພິຈາລະນາການສະເໜີແຕ່ງຕັ້ງ, ຍົກຍ້າຍບຸກຄະລາກອນຂອງສານປະຊາຊົນ, ສານທະຫານ; ພິຈາລະນາວຽກງານຄຳຮ້ອງຈຳນວນໜຶ່ງ.
(ນາງ ອາລິນ ສຸພິມມະປະດິດ)