ກອງປະຊຸມ ຕິດຕາມກວດກາ ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 376

ຕ.ລ. 14, 2025

  ວັນທີ 13-14 ຕຸລາ 2025, ທີ່ສະໂມສອນເມືອງນາກາຍ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ 20 ມີນາ 2023 ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ໂດຍການເຂົ້າຮ່ວມ ມີບັນດາທ່ານຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ຮອງເຈົ້າແຂວງຄຳມ່ວນ, ບັນດາຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ແລະ ເຂົ້າຮ່ວມກ່າວຕ້ອນຮັບ ພ້ອມລາຍງານການຈັດຕັ້ງປະຕິບັດວຽກງານໂດຍສັງເຂບຂອງ ທ່ານ ນາງ ບົວກາ ແກ້ວມະນີ ເລຂາພັກເມືອງນາກາຍ ແລະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງຂອງແຂວງຂອງເມືອງ, ພະນັກງານເສນາທິການຊ່ວຍວຽກຂອງສະພາປະຊາຊົນຂັ້ນແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
  ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອຕິດຕາມກວດກາ, ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ 20 ມີນາ 2023, ໃຫ້ເຫັນ ດ້ານດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ເພື່ອປັບປຸງຂໍ້ຕົກລົງສະບັບດັ່ງກ່າວ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ, ໃນການຮັບປະກັນການຈັດຕັ້ງປະຕິບັດມາດຖານຍົກເມືອງທ່າແຂກໃຫ້ກ້າວສູ່ເປັນນະຄອນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ແນໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາຍໃນແຂວງ, ຕົວເມືອງທ່ານແຂກ ແລະ ເພື່ອເຮັດໃຫ້ບົດສະຫຼຸບຕີລາຄາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ IV ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ແທດເໝາະກັບຕົວຈິງ.
  ໃນກອງປະຊຸມ ໄດ້ຮັບຟັງການນໍາເໜີ ການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ, ບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ, ເນື້ອໃນລວມກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນຫຼວງ, ແຂວງ ແລະ ຮ່າງບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງທ່າແຂກ ສະບັບເລກທີ 376/ຈຂ, ລົງວັນທີ 20 ມີນາ 2023; ມີ 14 ໝວດ, 49 ມາດຕາ ເຊິ່ງມີເນື້ອໃນກໍານົດຈຸດປະສົງ, ຫຼັກການ, ລະບຽບການ, ມາດຕະການ, ຂອບເຂດການນໍາໃຊ້, ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານ,ພ້ອມນັ້ນ, ກອງປະຊຸມ ໄດ້ຮັບຟັງການມີຄຳເຫັນ, ຊີ້ແຈງ ການຈັດຕັ້ງປະຕິບັດນິຕິກຳເປັນຕົ້ນ ການໂຄສະນາເຜີຍແຜ່, ມາດຕະການໃນການປັບໄໝຈາກພາກສ່ວນທີ່ກ່ຽວຂ້ອງຕື່ມອີກ, ເພື່ອເຮັດໃຫ້ມີເນື້ອໃນສອດຄ່ອງສົມບູນຂຶ້ນກວ່າເກົ່າ.
ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກໂຄງການສ້າງຄວາມອາດສາມາດໃຫ້ແກ່ສະພາແຫ່ງຊາດ ມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD).
ໂດຍ: ເອື້ອ  ມະໂນສິງ