ວັນທີ 27 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ ປະຈໍາປີ 2025, ໂດຍການເປັນປະທານຂອງທ່ານ ນາງ ບັງອອນ ໄຊຍະສິດ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຄຳມ່ວນ, ເຂົ້າຮ່ວມ ມີ ທ່ານ ນາງ ກ້ອນແກ້ວ ຫຼວງໄຊມຸງຄຸນ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງຄຳມ່ວນ ແລະ ມີບັນດາຄະນະກໍາມະການ, ສະມາຊິກສະພາປະຊາຊົນຂັ້ນແຂວງທີ່ສັງກັດຢູ່ໃນຄະນະກໍາມະການ, ບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 15 ທ່ານ.

ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 117/ສພຊ, ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ ( 2021-2025 ) ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025, ທິດທາງແຜນການ ປະຈຳປີ ຂອງສະພາແຫ່ງຊາດ ຊຸດທີ IX ເປັນແຜນການຈັດຕັ້ງປະຕິບັດໃຫ້ມີຈຸດສຸມ, ມີປະສິດທີພາບ ແລະ ປະສິດທິຜົນ, ທັງເປັນການຊຸກຍູ້ສ້າງຂະບວນການປຸກລະດົມໃຫ້ຂະແໜງການຢູ່ຂັ້ນແຂວງ ແລະ ເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຜູ້ປົກຄອງນັກຮຽນ, ນັກຮຽນ-ນັກສຶກສາ ໃຫ້ເຂົ້າຮຽນໃນທຸກຊັ້ນໃນທຸກຊັ້ນທຸກສາຍໃນສົກຮຽນປີ 2025 ມີຈຳນວນເພີ່ມຂຶ້ນ.
