(ສພຊ) – ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະກຳມະການຄົ້ນຄວ້າກ່ຽວກັບການປັບປຸງພາລະບົດບາດຂອງສະພາທີ່ປຶກສາໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ (AIPACODD) ໃນລະຫວ່າງວັນທີ 27-30 ມັງກອນ 2026 ທີ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ. ເຊມ ວິທະຍາ (Chem Widhya) ເລຂາທິການໃຫຍ່ AIPA ແລະ ທ່ານ ໂຈນາທານ ຄີດ ຟລໍເຣສ (Jonathan Keith Flores) ປະທານຄະນະກຳມະການຄົ້ນຄວ້າກ່ຽວກັບການປັບປຸງພາລະບົດບາດຂອງ AIPACODD ເຊິ່ງມີຄະນະຜູ້ແທນຈາກ 8 ປະເທດສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນພາຍໃຕ້ຫົວຂໍ້ “ການເຕົ້າໂຮມຂອງລັດຖະສະພາບັນດາປະເທດອາຊຽນ ເພື່ອຄວາມເປັນເອກະພາບ ແລະ ຍືນຍົງ ໃນການແກ້ໄຂສິ່ງທ້າທາຍກ່ຽວກັບບັນຫາຢາເສບຕິດໃນປັດຈຸບັນ” ພ້ອມກັນນີ້, ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບມາດຕະການໃນການຄວບຄຸມຢາເສບຕິດໃນປະເທດຂອງຕົນ ລວມເຖິງສິ່ງທ້າທາຍທີ່ເກີດຂຶ້ນໃນປັດຈຸບັນ, ການບຳບັດຮັກສາ ແລະ ການຟື້ນຟູຜູ້ຕິດສານເສບຕິດ, ການນໍາໃຊ້ມາດຕະການເພື່ອຫຼຸດຜ່ອນການນໍາໃຊ້ຢາເສບຕິດ ແລະ ການກຳນົດເອົາທິດທາງໃໝ່ສຳລັບການຮ່ວມມືຂອງລັດຖະສະພາ ໃນການແກ້ໄຂບັນຫາທີ່ທ້າທາຍດ້ານຄວາມໝັ້ນຄົງ ແລະ ສາທາລະນະສຸກ ທີ່ຮີບດ່ວນຂອງອາຊຽນ; ຜ່ານການຮັບຟັງ ແລະ ແລກປ່ຽນຄວາມຄິດເຫັນຂອງບັນດາຄະນະຜູ້ແທນແຕ່ລະປະເທດ ກໍໄດ້ມີການຕົກລົງຮັບຮອງເອົາເນື້ອໃນພື້ນຖານດັ່ງກ່າວຢ່າງເປັນເອກະສັນ ເຊິ່ງເປັນຂີດໝາຍອັນສຳຄັນອີກບາດກ້າວໜຶ່ງຂອງ AIPACODD ທີ່ສະທ້ອນໃຫ້ເຫັນແນວທາງໃໝ່ໃນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ການສ້າງລະບົບທີ່ເຂັ້ມແຂງ, ຍືນຍົງ ແລະ ຍາວນານອີກດ້ວຍ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຕົກລົງເຫັນດີກ່ຽວກັບເງື່ອນໄຂການອ້າງອີງຂອງຄະນະກຳມະການຄົ້ນຄວ້າການປັບປຸງບົດບາດຂອງ AIPACODD ເປັນການຮ່ວມມືເພື່ອແກ້ໄຂບັນຫາອາຊະຍາກຳຂ້າມຊາດ ທີ່ສະເໜີໂດຍທ່ານເລຂາທິການໃຫຍ່ໄອປາ; ພ້ອມດຽວກັນນີ້, ປະທານກອງປະຊຸມຍັງໄດ້ຍົກໃຫ້ເຫັນຄວາມສຳຄັນໃນການປັບປຸງບົດບາດຂອງ AIPACODD ຄັ້ງນີ້ ທີ່ຈະສະທ້ອນເຖິງການຮັບຮູ້ຮ່ວມກັນຕໍ່ການຜັນຂະຫຍາຍເຄືອຂ່າຍອາຊະຍາກຳພາກພື້ນໃນປັດຈຸບັນ ທີ່ບໍ່ໄດ້ພັດທະນາຈາກການຄ້າຢາເສບຕິດເທົ່ານັ້ນ ແຕ່ຍັງໄດ້ຂະຫຍາຍໄປຫຼາຍຂົງເຂດເຊັ່ນ: ການຄ້າມະນຸດ, ການລັກລອບຄ້າຂາຍສັດປ່າ, ການກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການຟອກເງິນ. ເພາະສະນັ້ນ, ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ ລັດຖະສະພາລະຫວ່າງຊາດອາຊຽນ ຈະຕ້ອງຕອບສະໜອງຕໍ່ກັບບັນຫາດັ່ງກ່າວໃຫ້ໄວ, ເໝາະສົມ ແລະ ຖືເອົາການປຶກສາຫາລືຫາໃນຄັ້ງນີ້ ເປັນບາດກ້າວທຳອິດທີ່ສຳຄັນຂອງການປັບປຸງ ແລະ ບົດບາດຂອງ AIPACODD.
ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄໍາເຫັນຫຼາຍເນື້ອໃນຕາມວາລະກອງປະຊຸມ ເຊິ່ງເນັ້ນໃຫ້ເຫັນວ່າຢາເສບຕິດ ເປັນສິ່ງທີ່ຜິດກົດໝາຍ ແລະ ທຳລາຍສຸຂະພາບຂອງປະຊາຊົນ ໂດຍສະເພາະໄວໜຸ່ມ ແລະ ອາຊະຍາກຳຂ້າມຊາດ ທີ່ຍັງຄົງເປັນໄພຂົ່ມຂູ່ທີ່ສຳຄັນຕໍ່ ສປປລາວ ເຊິ່ງກະຕຸ້ນໃຫ້ມີການປະຕິຮູບກົດໝາຍຢ່າງຕໍ່ເນື່ອງ ລວມທັງການປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາເສບຕິດ, ກົດໝາຍວ່າດ້ວຍການຕໍ່ຕ້ານການຄ້າມະນຸດ ແລະ ກົດໝາຍອາຍາ ທັງຢ້ຳວ່າ ສປປລາວ ໄດ້ມີຄວາມພະຍາຍາມ ແລະ ຊຸກຍູ້ການບັງຄັບໃຊ້ກົດໝາຍໃຫ້ເຂັ້ມແຂງຂຶ້ນ ແຕ່ກໍຍັງມີສິ່ງທ້າທາຍທີ່ຄົງຄ້າງເຊັ່ນ: ຂໍ້ຈຳກັດດ້ານຄວາມສາມາດ ແລະ ຄວາມຊ່ຽວຊານສະເພາະທາງ ແລະ ອາຊະຍາກຳດິຈິຕອນທີ່ພັດທະນາຢ່າງວ່ອງໄວ ເຊິ່ງລ້ວນແຕ່ເປັນບັນຫາທີ່ສຳຄັນທີ່ຈະຕ້ອງເພິ່ມທະວີການຮ່ວມມືລະຫວ່າງສະມາຊິກ AIPA ເພື່ອແບ່ງປັນແລກປ່ຽນປະສົບການດ້ານນິຕິບັນຍັດ, ແນວທາງປະຕິບັດທີ່ມີປະສິດທິຜົນ ແລະ ວິທີແກ້ໄຂຕົວຈິງທີ່ເໝາະສົມກັບສະພາບການຂອງແຕ່ລະປະເທດ; ພ້ອມກັນນີ້ ຍັງໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງກົນໄກອາຊຽນ ເຊັ່ນ SOMTC ແລະ ASOD ໃນການຮ່ວມມືດ້ານການປະຕິບັດ, ການປະສານງານດ້ານນະໂຍບາຍ ແລະ ການສ້າງຄວາມສາມາດໃນການຕ້ານອາຊະຍາກຳຂ້າມຊາດຂອງ AIPA ໃນການປຶກສາຫາລື ແລະ ສອດຄ່ອງທາງດ້ານກົດໝາຍ ທັງເນັ້ນຕື່ມວ່າ ການປັບປຸຸງບົດບາດ AIPACODD ຄວນກຳນົດຢ່າງຈະແຈ້ງວ່າ ບົດບາດ ແລະ ການມີສ່ວນຮ່ວມຂອງລັດຖະສະພາ ບັນຫາໃດແດ່ ໂດຍສະເພາະການປະສານງານ, ການຕິດຕາມກວດກາ ແລະ ການເຈລະຈາໃນການອອກນະໂຍບາຍລະຫວ່າງປະເທດສະມາຊິກ AIPA ເພື່ອໃຫ້ສອດຄ່ອງກັບການຮ່ວມມືຂອງອາຊຽນທີ່ປະຕິບັດຜ່ານມາແລ້ວ. ນອກຈາກນີ້, ທ່ານຮອງປະທານກໍາມາທິການການຕ່າງປະເທດ ຍັງໄດ້ປະກອບຄໍາເຫັນຈໍານວນໜຶ່ງຕໍ່ຮ່າງມະຕິການເຕົ້າໂຮມຂອງລັດຖະສະພາລະຫວ່າງຊາດອາຊຽນ ເພື່ອຄວາມເປັນເອກະພາບ ແລະ ຍືນຍົງ ໃນການແກ້ໄຂສິ່ງທ້າທາຍບັນຫາຢາເສບຕິດໃນປັດຈຸບັນອີກດ້ວຍ.

