(ສພຊ) – ຕອນເຊົ້າວັນທີ 20 ກຸມພາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມພົບປະແລກປ່ຽນຄຳເຫັນລະຫວ່າງຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ກັບ ຄະນະພັນລະຍາທູດຫວຽດນາມ ປະຈຳ ສປປລາວ ຝ່າຍລາວນໍາໂດຍສະຫາຍ ດຣ. ນາງ ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ຝ່າຍຫວຽດນາມນໍາໂດຍສະຫາຍ ນາງ ຫວູ ຖິ ຢຸງ (Vũ Thị Dung) ພັນລະຍາເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ສປປລາວ; ທັງນີ້, ກໍເພື່ອພົບປະແລກປ່ຽນບາງບົດຮຽນ, ຂໍ້ມູນຂ່າວສານຕ່າງໆລະຫວ່າງຄະນະກອງທຶນຊ່ວຍ ເຫຼືອສັງຄົມຂອງສະພາແຫ່ງຊາດ ກັບ ຄະນະພັນລະຍາຂອງນັກການທູດ ສະຖານເອກອັກຄະລັດຖະທູດ ສສ.ຫວຽດ ນາມ ປະຈຳ ສປປລາວ ເພື່ອກ້າວໄປສູ່ການຊຸກຍູ້ການຮ່ວມມືກັບບັນດາອົງການຊ່ວຍເຫຼືອທາງສັງຄົມຕ່າງໆຂອງປະເທດຫວຽດນາມ ທັງເປັນການປະກອບສ່ວນໃນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.

ໃນການພົບປະ, ສະຫາຍ ນາງ ມະນີວັນ ເຍຍປາວເຮີ ຮອງປະທານກໍາມາທິການວັດທະນະທຳ-ສັງຄົມ ໄດ້ສະເໜີໂດຍຫຍໍ້ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ສະຫາຍ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ມີຄໍາເຫັນຕໍ່ການພົບປະສອງຝ່າຍ; ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ປະກອບຄໍາເຫັນແລກປ່ຽນບົດຮຽນນໍາກັນ. ພາຍຫຼັງສຳເລັດການພົບປະ, ຍັງໄດ້ເຂົ້າຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດອີກດ້ວຍ.
(ສອນສັກ ວັນວິໄຊ)