ກສຕສ ເຄື່ອນໄຫວວຽກງານຢູ່ຄໍາມ່ວນ ແລະ ສະຫວັນນະເຂດ

ພ.ພ. 12, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 5-9 ພຶດສະພາຜ່ານມາ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດ ເປັນຕົ້ນ: ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ; ການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າ ທັງເປັນການກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບັນດາສູນ, ສະຖານີ ຜະລິດແນວພັນພືດ, ແນວພັນສັດ ແລະ ປັດໄຈການຜະລິດອື່ນໆ; ການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ການປະຕິບັດພັນທະຄ່າເຊົ່າ, ສໍາປະທານທີ່ດິນຂອງບັນດາໂຄງການລົງທຶນ; ຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ຢູ່ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ໂດຍການຕ້ອນຮັບຂອງທ່ານປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ປະທານຄະນະກໍາມະການເສດຖະກິດ, ແຜນ ການ ແລະ ການເງິນ ສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມຂ່ຳນັບທ່ານເຈົ້າແຂວງໆສະຫວັນນະເຂດ ເພື່ອລາຍງານຈຸດປະສົງໃນການເຄື່ອນໄຫວເຮັດວຽກຢູ່ແຂວງໃນຄັ້ງນີ້ອີກດ້ວຍ.
ໃນການເຄື່ອນໄຫວຄັ້ງນີ້, ຄະນະໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ເອັກດີແອວ ແມັກ ໂປຕາສ ຄໍາມ່ວນ ຈໍາກັດ ແລະ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ (ລາວ) ຈໍາກັດຜູ້ດຽວ ຢູ່ແຂວງຄໍາມ່ວນ. ຈາກນັ້ນ, ກໍໄດ້ສືບຕໍ່ເຄື່ອນໄຫວຢູ່ແຂວງສະຫວັນນະເຂດ ເຊິ່ງໄດ້ລົງເຮັດວຽກຢູ່ໂຮງງານຜະລິດມັນຕົ້ນລາວ TTL ພັດທະນາຄົບວົງຈອນ ຈໍາກັດ, ດ່ານສາກົນແດນສະຫວັນ- ລາວບາວ, ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການພະລັງງານລົມ ສະຫວັນ 1 ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຊົນລະປະທານຫ້ວຍອາໄກ້ ແລະ ໄດ້ເຮັດວຽກຮ່ວມກັບບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ຄື: ແຜນການ ແລະ ການລົງທຶນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ການເງິນ, ໂຍທາທິການ ແລະ ຂົນສົ່ງ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ເພື່ອຮັບຟັງການລາຍງານກ່ຽວກັບຂ້ໍສະດວກ ແລະ ຂໍ້ຫຍຸ້ງຍາກໃນການການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຂົນສົ່ງ ໂດຍສະເພາະການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບ​ເລກທີ 12/ນຍ, ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ເຄື່ອນຍ້າຍສິນຄ້າຢູ່ ສປປລາວ, ກົດໝາຍວ່າ​ດ້ວຍ​ທີ່​ດິນ ແລະ ນິຕິກຳໃຕ້ກົດໝາຍທີ່ພົວພັນກັບວຽກງານທີ່ດິນ ລວມທັງການຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ວ່າດ້ວຍການ​ພິຈາລະນາ​ຮັບຮອງ​ເອົາ​ການ​ຮັບ​ຮູ້ສິດນໍາໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ​ແລະ ຄຳ​ສັ່ງຂອງ​ນາ​ຍົກ​ລັດຖະມົນຕີ ສະບັບ​ເລກທີ 20/ລບ, ລົງ​ວັນ​ທີ 05 ພະຈິ​ກ 2024 ໂດຍສະເພາະວຽກງານການຂຶ້ນ​ທະບຽນ​ອອກ​ໃບ​ຕາດິນ, ການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຈໍານວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ; ການຈັດຕັ້ງປະຕິບັດບັນດາປັດໄຈການຜະລິດທີ່ສໍາຄັນ ທີ່ເປັນການປະກອບສ່ວນຊຸກຍູ້ວຽກງານສົ່ງເສີມການຜະລິດ ເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ຫຼຸດຜ່ອນການນໍາເຂົ້າ ເປັນຕົ້ນການກໍານົດນະໂຍບາຍ, ຊຸກຍູ້ສົ່ງເສີມໃຫ້ຜູ້ຜະລິດພາຍໃນເຂົ້າເຖິງສິນເຊື່ອ ແລະ ກອງທຶນຕ່າງໆ ໃນອັດຕາດອກເບ້ຍທີ່ເໝາະສົມ ລວມທັງການເຂົ້າເຖິງຕະຫຼາດ, ຮັບປະກັນປະລິມານ ແລະ ຄຸນນະພາບຂອງສິນຄ້າ​. ພ້ອມກັນນັ້ນ, ກໍຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນປີ 2025 ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ, ການຟື້ນຟູສ້ອມແປງຂົວ ແລະ ທາງ, ບັນດາເສັ້ນທາງທີ່ເປ່ເພເສຍຫາຍຈາກການຂົນສົ່ງໜັກ ໃນຂອບເຂດຂອງແຂວງ. ຫຼັງຈາກນັ້ນ, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານຂໍ້ຄົງຄ້າງທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ໄດ້ກໍານົດໄວ້. ພ້ອມດຽວກັນນັ້ນ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ແຕ່ລະພະແນກການ ເພີ່ມທະວີ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ.