ກວດກາເນື້ອໃນຮອບດ້ານຮ່າງກົດໝາຍການປູກຝັງ

ພ.ພ. 19, 2025 | banner, SlideMobile, ຂ່າວ ສພຊ

(ສພຊ) – ວັນທີ 17-18 ພຶດສະພານີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປລາວ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າເນື້ອໃນຮອບດ້ານຂອງຮ່າງກົດໝາຍຢ່າງລະອຽດ ໂດຍຈະເລີ່ມແຕ່ມາດຕາທໍາອິດຫາມາດຕາສຸດທ້າຍ ເພື່ອຮັບປະກັນໃຫ້ເນື້ອໃນມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ລັດຖະທໍາມະນູນ ແລະ ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານການປູກຝັງ ທີ່ຕິດພັນກັບການດຳລົງຊີວິດຂອງປວງຊົນລາວເຮົາ ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍວ່າດ້ວຍການປູກຝັງ ແມ່ນເພື່ອຜັນຂະຫຍາຍວຽກງານປູກຝັງ ທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍກະສິກໍາ ສະບັບປີ 1998 ອອກເປັນກົດໝາຍສະເພາະ ເນື່ອງຈາກໄລຍະຜ່ານມາ ກໍໄດ້ຜັນຂະຫຍາຍວຽກງານລ້ຽງສັດ, ການປະມົງ ແລະ ຊົນລະປະທານ ອອກເປັນກົດໝາຍສະເພາະແລ້ວ ແຕ່ຍັງບໍ່ມີກົດໝາຍວ່າດ້ວຍການປູກຝັງທີ່ເປັນລະບົບຄົບຊຸດ; ເພື່ອຄຸ້ມຄອງວຽກງານປູກຝັງ ເປັນຕົ້ນ: ທີ່ດິນປູກຝັງ, ປັດໄຈການຜະລິດ, ການຜະລິດ, ການປຸງແຕ່ງ ແລະ ຕະຫຼາດ, ການນໍາເຂົ້າ-ສົ່ງອອກ, ການຄົ້ນຄວ້າທົດລອງດ້ານການປູກຝັງ ລວມທັງການກໍານົດນະໂຍບາຍ ແລະ ກອງທຶນສົ່ງເສີມວຽກງານດັ່ງກ່າວ ໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ; ປະຕິບັດຕາມແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ ໂດຍສະເພາະທິດນໍາໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ກໍຄືການເສີມຂະຫຍາຍຄວາມເປັນເຈົ້າໃນການຜະລິດພືດ ເພື່ອເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ການຜະລິດເປັນສິນຄ້າ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ; ເພື່ອຮັບປະກັນການຜະລິດພືດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ປອດໄພຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ ດ້ວຍການສົ່ງເສີມການຜະລິດກະສິກໍາສະອາດ; ເພື່ອເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາວຽກງານປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ເຊິ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ.
ຜູ້ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການຄົ້ນຄວ້າ, ປະກອບຄໍາເຫັນ ເພື່ອເຮັດໃຫ້ຮ່າງກົດໝາຍ ມີເນື້ອໃນທີ່ສົມບູນ, ຄົບຖ້ວນ ແລະ ສາມາດນໍາເຂົ້າພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທືີ່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະດຳເນີນໃນເດືອນມິຖຸນານີ້.
(ນາງ ອານິຕາ ມ່ວນສະຫວັດ)