(ສພຊ) – ເພື່ອຜັນຂະຫຍາຍເນື້ອໃນຂອງກົດໝາຍ ທັງເປັນການໂຄສະນາ ເຜີຍແຜ່ ແລະ ເປັນບ່ອນອີງໃນການສ້າງຄວາມເຂົ້າໃຈກ່ຽວກັບການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໃຫ້ແກ່ພະນັກງານລັດຖະກອນທີ່ເຮັດໜ້າທີ່ໃນການຮັບ ແລະ ຄົ້ນຄວ້າຄໍາຮ້ອງຂໍຄວາມເປັນທໍາ ກໍຄືປະຊາຊົນຜູ້ຍື່ນຄໍາຮ້ອງຂໍຄວາມເປັນທໍາ ໃຫ້ໄດ້ຮູ້ເຖິງສິດ ແລະ ໜ້າທີ່, ຫຼັກການ, ຂັ້ນຕອນ, ວິທີການ ແລະ ກົນໄກໃນການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ໄດ້ຢ່າງລະອຽດ, ມີຄວາມເປັນເອກະພາບ, ຖືກຕ້ອງຕາມກົດໝາຍກໍານົດໄວ້ ແນໃສ່ຮັບປະກັນໃຫ້ການເຄື່ອນໄຫວວຽກງານສອງພາກສ່ວນ ມີປະສິດທິພາບ, ຮັດກຸມ, ທັນເວລາ ແລະ ຖືກຕ້ອງຕາມກົດໝາຍ; ວັນທີ 15-17 ພຶດສະພານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມກວດກາ ແລະ ປັບປຸງເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ ເຊິ່ງມີບັນດາທ່ານຮອງປະທານກໍາມາທິການຍຸຕິທໍາ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ທຸມມາລີ ວົງພະຈັນ ໃຫ້ຮູ້ວ່າ: ນັບຕັ້ງແຕ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ໄດ້ຮັບການສ້າງ ແລະ ປັບປຸງມາທັງໝົດ ຈໍານວນ 4 ສະບັບ ເຫັນວ່າກົດໝາຍດັ່ງກ່າວຍັງບໍ່ທັນໄດ້ຮັບການຜັນຂະຫຍາຍອອກເປັນນິຕິກໍາໃຕ້ກົດໝາຍທີ່ເປັນຄູ່ມື ໂດຍສະເພາະແມ່ນວຽກງານການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ; ດັ່ງນັ້ນ, ກໍາມາທິການຍຸຕິທໍາ ຈຶ່ງຈັດກອງປະຊຸມເພື່ອກວດກາຄືນ ແລະ ປັບປຸງເນື້ອໃນໃຫ້ມີຄວາມສົມບູນ ແລະ ສອດຄ່ອງກັບນິຕິກໍາຕ່າງໆ ທີ່ໄດ້ມີການປັບປຸງໃນປັດຈຸບັນ.

ກອງປະຊຸມໄດ້ຮ່ວມກັນກວດກາ ແລະ ປັບປຸງຄືນເນື້ອໃນປຶ້ມຄູ່ມືການຮັບ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາສະພາແຫ່ງຊາດ; ປັບປຸງຂໍ້ຕົກລົງວ່າດ້ວຍການຮັບ, ຄົ້ນຄວ້າ ແລະ ພິຈາລະນາຄໍາຮ້ອງຂໍຄວາມເປັນທໍາ; ຄົ້ນຄວ້າປັບປຸງເນື້ອໃນຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານລະຫວ່າງກໍາມາທິການຍຸຕິທໍາ ກັບ ສານປະຊາຊົນສູງສຸດ. ຈາກນັ້ນ, ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ວຽກງານທີ່ນໍາມາປຶກສາຫາລືໃນຄັ້ງນີ້ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.
(ນາງ ອາລິນ ສຸພິມມະປະດິດ)