(ສພຊ) – ລະຫວ່າງວັນທີ 28-30 ມັງກອນຜ່ານມາ, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ (ກບຜ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະ 3 ອົງການຈັດຕັ້ງມະຫາຊົນ ໂດຍການຕ້ອນຮັບຂອງທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ທ່ານ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.
ທັງນີ້, ກໍເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ການຜັນຂະຫຍາຍກົດໝາຍເປັນນິຕິກຳໃຕ້ກົດໝາຍຂອງອົງການຈັດຕັ້ງມະຫາຊົນ, ປຶກສາຫາລືການແກ້ໄຂບັນດາປາກົດການຫຍໍ້ທໍ້ທາງສັງຄົມທີ່ຕິດພັນກັບພາລະບົດບາດຂອງແຕ່ລະອົງການ ທັງເປັນການແລກປ່ຽນການປະສານສົມທົບ ແລະ ກົນໄກການປະສານງານລະຫວ່າງກຳມາທິການບັນດາເຜົ່າ ກໍຄືສະພາແຫ່ງຊາດ ກັບອົງການຈັດຕັ້ງມະຫາຊົນ.
ການເຄື່ອນໄຫວພົບປະ 3 ອົງການຈັດຕັ້ງມະຫາຊົນ ໃນຄັ້ງນີ້ ໄດ້ແລກປ່ຽນບົດຮຽນກ່ຽວກັບການປະຕິບັດພາ ລະບົດບາດໃນການເປັນຕົວແທນຂອງກຳມະກອນໃນໂຮງຈັກໂຮງງານ ແລະ ການຄຸ້ມຄອງແຮງງານ, ການມີສ່ວນຮ່ວມຂອງຊາວໜຸ່ມ ໃນການແກ້ໄຂບັນຫາຢາເສບຕິດ ແລະ ການແຕ່ງດອງທີ່ແອບແຝງ ຕິດພັນກັບການຄ້າມະນຸດ.
(ນາງ ອາລິນ ສຸພິມມະປະດິດ)