ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີXແລະສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາຊຸດທີV ລົງເຄື່ອນໄຫວໂຄສະນາຫາສຽງ

ຕອນແລງຂອງວັນທີ 9 ກຸມພາ 2026 ຢູ່ທີ່ສະໂມສອນວິທະຍາໄລຄູຫຼວງນໍ້າທາໄດ້ຈັດພິທີໂຄສະນາຫາສຽງໃຫ້ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ຂື້ນ ໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ກຳມະການອະນຸໂຄງປະກອບແລະບຸກຄະລາກອນ,ມີຄະນະກຳມະການເລືອກຕັ້ງຂັ້ນແຂວງ,ຂັ້ນເມືອງ, ມີຄະນະນຳວິທະຍາໄລຄູຫຼວງນ້ຳທາ, ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຫລວງນ້ຳທາ, ໂຮງຮຽນຊົນເຜົ່າ, ພ້ອມດ້ວຍຄູອາຈານເແລະ ອຳນາດການປົກຄອງ 18 ບ້ານພາຍໃນເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັງກ່າວທ່ານ ຄຳຟອງ ອີນມະນີ ຮອງເລຂາພັກແຂວງ,ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ,ໄດ້ລາຍງານຄຸນລັກສະນະ ຂອງຜູ້ລົງສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ເຊີ່ງທ່ານໃຫ້ຮູ້ວ່າຈຳນວນຜູ້ລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຫຼວງນໍ້າທາ ຊຸດທີ V ມີທັງໝົດ 45 ທ່ານ, ຍິງ 13 ທ່ານ.  ເຊິ່ງເປັນຕົວແທນໃຫ້ແກ່ພົນລະເມືອງ ຊາວແຂວງຫຼວງນໍ້າທາ ທັງໝົດ ຈໍານວນ 215.902 ຄົນ, ຍິງ 105.069 ຄົນ, ທຽບໃສ່ຜູ້ຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຜ່ານມາແມ່ນເພີ່ມຂື້ນ 15% ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ຕະຫຼອດຮອດຜູ້ມີສິດປ່ອນບັດເລືອກຕັ້ງທຸກທ່ານ ຈົ່ງເຊີດຊູ ຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ ປະກອບສ່ວນເຂົ້າໃນການກະກຽມ ແລະ ດໍາເນີນການປ່ອນບັດເລືອກຕັ້ງຄັ້ງນີ້ ໃຫ້ບັນລຸ 400%; ໃນນັ້ນຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຕື່ນຕົວໄປໃຊ້ສິດດ້ວຍຕົນເອງ 100%; ຮັບປະກັນບໍ່ໃຫ້ມີບັດຕາຍ 100%; ຮັບປະກັນຄວາມສະຫງົບ 100%; ຮັບປະກັນການປ່ອນບັດ, ການສັງລວມຄະແນນມີຄວາມໂປ່ງໃສ່ ແລະ ສະຫຼຸບລາຍງານ ວ່ອງໄວ ທັນເວລາ 100%.

ພ້ອມນັ້ນ ຜູ້ລົງຮັບສະໝັກເລືອກຕັ້ງເປັນ ສສຊ ແລະ ສສຂ ເມືອງຫຼວງນໍ້າທາ ແຕ່ລະທ່ານໄດ້ຂື້ນສະເໜີຕົວຕາມປະຫວັດການເຄື່ອນໄຫວຂອງຕົນ.

 

ຂ່າວ ນາງ ອຳພອນ ສີປະເສີດ

Skills

Posted on

10/02/2026