
ຕອນບ່າຍຂອງວັນທີ 27 ມັງກອນ 2026 ຢູ່ທີ່ສະພາປະຊາຊົນແຂວງ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈຳການ ຄະນະປະຈຳການເລືອກຕັ້ງຂັ້ນແຂວງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ປະກາດແຈ້ງການກ່ຽວກັບລາຍຊື່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ V ໂດຍອີງຕາມມາດຕາ 11 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ສະບັບເລກທີ 58/ສພຊ, ລົງວັນທີ 28 ມິຖຸນາ 2024; ອີງຕາມແຈ້ງການຂອງຄະນະປະຈຳການ ຄະນະກຳມະການລະດັບຊາດ ສະບັບເລກທີ 88/ຄປລຊ, ລົງວັນທີ 26/1/2026; ອີງຕາມລັດຖະດຳລັດຂອງປະທານປະເທດ ສະບັບເລກທີ 338/ປປທ, ລົງທີ 30 ທັນວາ 2025 ວ່າດ້ວຍການປະກາດຈຳນວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຫລວງນໍ້າທາ ຊຸດທີ V
ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ຈຳນວນ 10 ທ່ານ, ຍິງ 3 ທ່ານ ເລືອກເອົາ 7 ທ່ານປະກອບມີ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະປະຈຳພັກແຂວງ ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ສສຊ ຊຸດທີ IX); ທ່ານ ພົນໂທ ຄຳກິ່ງ ຜຸຍຫຼ້າມະນີວົງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງຫຼວງນໍ້າທາ; ທ່ານ ນາງ ເກສອນ ແສງຍະວົງ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ (ສສຊ ຊຸດທີ IX); ທ່ານ ຈັນທະສຸລິນ ໝັ້ນປະດິດ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ (ສສຊ ຊຸດທີ IX); ທ່ານ ຄຳພອນ ເຕີ່ນຈະເລີນ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ (ສສຂ ຊຸດທີ IV); ທ່ານ ນາງ ປານິດາ ເຮືອງແພງອ່ອນ ຮອງປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ (ສສຂ ຊຸດທີ IV); ທ່ານ ສົມບູນ ໂຄດໄຊ ກຳມະການໜ່ວຍພັກຮາກຖານ, ຫົວໜ້າກົມ, ກຳມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ; ທ່ານ ນັນທະວົງ ນັນທະລາດ ຮອງຫົວໜ້າພະແນກການເງິນແຂວງ;
ຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ປະກອບມີຄື ເຂດເລືອກຕັ້ງທີ 1 ເມືອງຫຼວງນໍ້າທາ ມີຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ ເລືອກເອົາ 5 ທ່ານເຊິ່ງປະກອບມີ ທ່ານ ບຸນຄົງ ພີມມະສອນ ກຳມະການພັກແຂວງ,ເລຂາພັກເມືອງ; ທ່ານຄຳເຜີຍ ບຸດດີ ກຳມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງ; ທ່ານ ນາງ ຈັນຄຳ ລໍວັນກູ່ ກຳມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ; ທ່ານ ນາ່ງ ຄຳພົ້ວ ໄຊປະເສີດ ຮອງຫົວໜ້າຫ້ອງວ່າການແຂວງ; ທ່ານ ທະວີພອນ ສິວິໄລແຮ່ຄຳ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ; ທ່ານ ພອນສະຫວັນ ວໍລະວົງສ໌; ທ່ານ ແສງວັນ ລໍພີມພັນ ກຳມະການພັກເມືອງ, ຫົວໜ້າຫ້ອງການວັດທະນາທຳ ແລະ ທ່ອງທ່ຽວເມືອງ; ເຂດເລືອກຕັ້ງທີ 2 ເມືອງສິງ ມີຈຳນວນຜູ້ສະໝັກ 7 ທ່ານ, ຍິງ 2 ທ່ານ ເລືອກຕັ້ງ 5 ທ່ານຄື ທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ, ເລຂາພັກເມືອງ; ທ່ານ ເກດແກ້ວ ປິນແສນອິນ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ; ທ່ານ ນາງ ແສງຕານ ພຸມຍາວົງ ກຳມະການພັກເມືອງ, ຮອງປະທານຄະນະກວດກາພັກ-ລັດເມືອງ; ທ່ານ ນາງ ບົວສອນ ແສນຍອດ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ; ທ່ານ ກົງຢາງ ວ່າມົວ ຫົວໜ້າອົງການໄອຍະການປະຊາຊົນ ເຂດ-2; ທ່ານ ດຣ ສົມພັດ ສໍຈຳປາ ກຳມະການພັກເມືອງ, ຫົວໜ້າໜ່ວຍງານຫ້ອງການສາທາລະນະສຸກເມືອງ; ທ່ານ ບຸນທຽມ ພົງສະຫວັດ ປະທານບໍລິສັດອຸດົມຊັບວິສະວະກຳກໍ່ສ້າງ ແລະ ກະສິກຳ ຈຳກັດ; ເຂດເລືອກຕັ້ງທີ 3 ເມືອງລອງ ມີຜູ້ສະໝັກ 7 ທ່ານ, ຍິງ 1 ທ່ານ ເລືອກເອົາ 5 ທ່ານຄື ທ່ານ ຊຽງຫຸມພັນ ຈັນທະວົງ ກຳມະການພັກແຂວງ, ເລຂາພັກເມືອງເມືອງ; ທ່ານ ນາງ ພອນ ຫຼ້າວົງຄຳ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ; ທ່ານ ແອ໋ງ ແສງອາລຸນ ກຳມະການພັກເມືອງ,ເລຂາຄະນພັກຮາກຖານກຖ່ມຈອມແຈ້ງ; ທ່ານ ເພັດສະຫວັນ ຈິດດາລາ ຮອງຫົວໜ້າພະແນກວັດທະນາທຳ ແລະ ການທ່ອງທ່ຽວແຂວງ; ທ່ານ ອິງ ແສງທະລາ ຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ສະພາປະຊາຊົນແຂວງ; ທ່ານ ຄຳໄຊ ວິໄລສັກ ຮອງຫົວໜ້າຫ້ອງການວັດທະນາທຳ ແລະ ການທ່ອງທ່ຽວເມືອງ; ທ່ານ ທອງດີ ບຸນທະວົງ ຮອງຫົວໜ້າຫ້ອງວ່າການເມືອງ; ເຂດເລືອກຕັ້ງທີ 4 ເມືອງວຽງພູຄາ ມີຜູ້ສະໝັກຈຳນວນ 7 ທ່ານ, ຍິງ 3 ທ່ານ ເລືອກເອົາ 5 ທ່ານຄື ທ່ານ ບຸນຊົງ ວ່າໄຊຢີ ກຳມະການພັກແຂວງ, ເລຂາພັກເມືອງ; ທ່ານ ນາງ ວຽງຄຳ ອິນປະເສີດ ກຳມະການພັກເມືອງ,ຮອງຫົວໜ້າຄະນະຈັດຕັ້ງເມືອງ; ທ່ານ ວຽງໄຊ ສັກລຳດວນ ກຳມະການໜ່ວຍພັກສະພາປະຊາຊົນແຂວງ, ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ; ທ່ານ ໝໍສະຫວັດ ເພັດມະນີ ກຳມະການພັກເມືອງ; ທ່ານ ນາງ ແສງທອງ ຊຽນປັນຍາ ກຳມະການພັກເມືອງ ປະທານສະຫະພັກແມ່ຍິງເມືອງ; ທ່ານ ນາງ ວິໄລພອນ ຈັນທະວິສິດ ຮອງປະທານອົງການແນວລາວສ້າງຊາດແຂວງ; ທ່ານ ໂຢງ ອິນຕອງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ເຂດເລືອກຕັ້ງທີ 5 ເມືອງນາແລ ມີຈຳນວນຜູ້ສະໝັກ 7ທ່ານ, ຍິງ 2 ທ່ານ ເລືອກເອົາ 5 ທ່ານຄື ທ່ານ ບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ, ປະທານອົງການແນວລາວສ້າງຊາດແຂວງ; ທ່ານ ທຳມະວົງ ບຸນຖາວອນ ກຳມະການພັກແຂວງ ເລຂາພັກເມືອງ; ທ່ານ ບົວເງິນ ດວງປະເສີດ ກຳມະການພັກເມືອງ ຫົວໜ້າຫ້ອງການຍຸຕິທຳເມືອງ; ທ່ານ ພັທ ກຳມະນີ ມິດລະແສນ ຮອງຫົວໜ້າຫ້ອງພະລາ ທະຫານແຂວງ; ທ່ານ ນາງ ມະນີພອນ ໂດຍສີປະເສີດ ຫົວໜ໊າຂະແໜງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ສະພາປະຊາຊົນແຂວງ; ທ່ານ ພຸດຮັກ ບຸນວົງ ຮອງຫົວໜ້າຫ້ອງການ-ການເງິນເມືອງ; ທ່ານ ນາງ ພອນທິບ ລໍຮົ່ມອິ່ນ ຮອງປະທານສະຫະພັນແມ່ຍິງ.
ໃນຕອນທ້າຍທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫຼວງນ້ຳທາ ໂດຍສະເພາະຜູ້ມີສິດປ່ອນບັດເລືອກຕັ້ງຈົ່ງຮ່ວມແຮງຮ່ວມໃຈກັນມາໃຊ້ສິດຂອງຕົນໃນວັນອາທິດ ທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.
ໂດຍ ນາງ ອຳພອນ ສີປະເສີດ
