
ຕອນເຊົ້າຂອງວັນທີ 20 ຕຸລາ 2026 ນີ້ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຮ່ວມລະຫວ່າງຄະນະປະຈຳສະພາປະຊາຊົນແຂວງ ກັບ ຄະນະກຳມະການປົກຄອງ ໂດຍການເປັນປະທານຂອງ ທ່ານ ບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈຳການ, ເຂົ້າຮ່ວມມີຫ້ອງວ່າການແຂວງ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ພ້ອມດ້ວຍພະນັກງານວິຊາການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມທັງຫມົດ27ທ່ານ,ຍິງ 11 ທ່ານ.

ໃນກອງປະຊຸມ ໄດ້ຮັບຟັງການສະເໜີບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ2ຂອງສະພາປະຊາຊົນແຂວງ ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ ພິຈາລະນາ, ຮັບຮອງເອົາ ບົດລາຍງານຂອງປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2026 ແລະ ທິດທາງແຜນການປະຈຳປີ 2027; ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026, ແຜນການ ປະຈໍາປີ 2027 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນ; ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2027 ຂອງ ອົງການກວດສອບພາກເໜືອ-2; ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2025 ຂອງແຂວງຫຼວງນໍ້າທາ; ພິຈາລະນາ, ຮັບຮອງເອົາລາຍງານກ່ຽວກັບການຈັດຕັ້ງປະຕິິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ຂອງອົງການກວດກາລັດແຂວງ; ພິຈາລະນາ, ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງສະພາປະຊາຊົນແຂວງ;ພິຈາລະນາ ແລະ ຮັບຮອງເອົາຕົກລົງວ່າດ້ວຍ ການຄຸ້ມຄອງຮ້ານເສີມຄວາມງາມ ຢູ່ແຂວງຫຼວງນໍ້າທາ (ສ້າງໃໝ່);ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງລາຄາຊື້-ຂາຍ ຢາງພາລາ ຢູ່ແຂວງຫຼວງນໍ້າທາ (ສ້າງໃໝ່);ຂໍ້ຕົກລົງວ່າດ້ວຍ ກອງທືນສັງຄົມສົງເຄາະຂັ້ນແຂວງ (ປັບປຸງ);ຂໍ້ຕົກລົງວ່າດ້ວຍ ການກຳນົດຂອບເຂດ ການປະເມີນລາຄາທີ່ດິນ ຢູ່ແຂວງຫຼວງນໍ້າທາ (ປັບປຸງ);ພິຈາລະນາ, ຮັບຮອງເອົາ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄພພິບັດນ້ຳຖ້ວມ ຢູ່ພາຍໃນແຂວງ;
ພ້ອມນັ້ນບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ລາຍງານການກະກຽມຄວາມພ້ອມເປັນຕົ້ນແມ່ນທາງດ້ານເນື້ອໃນຕ່າງໆຕາມຄວາມຮັບຜິດຊອບຂອງຕົນ, ພ້ອມທັງປະກອບຄຳເຫັນແລະປ່ຽນເຊິ່ງກັນ ແລະ ກັນ ເພື່ອຮັບປະກັນຄວາມພ້ອມເພື່ອຈະໄດ້ເປີດກອງປະຊຸມຕາມກຳນົດເວລາທີ່ໄດ້ກຳນົດໄວ້.
ໂດຍ ນາງ ອຳພອນ ສີປະເສີດ
