ອະນຸກຳມະການ ປກຊ-ປກສ ຄະນະກຳມະການເລືອກຕັ້ງລະດັບຊາດ ຕິດຕາມຊຸກຍູ້ວຽກງານ ຢູ່ແຂວງຫລວງນ້ຳທາ

ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ V ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນວັນທີ 11 ກຸມພາ 2026 ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຫລວງນ້ໍາທາ  ໄດ້ເປີດກອງປະຊຸມຕິດຕາມຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບລະດັບຊາດ ໃຫ້ແກ່ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງຫລວງນ້ຳທາ ໂດຍການເປັນປະທານຂອງທ່ານ ພົທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ,ຮອງລັດຖະມົນຕີປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ກຳມະການອະນຸກຳມະການ ປກຊ-ປກສ  ໃຫ້ກຽດເຂົ້າຮ່ວມມີທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກຳມະການປກຊ-ປກສ  5 ເມືອງ, ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງ 2 ກອງບັນຊາການ  ເຂົ້າຮ່ວມທັງໝົດ 150 ກວ່າທ່ານ.

ຈຸດປະສົງໃນການລົງການເຄື່ອນໄຫວຄັ້ງນີ້ກໍເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນການປ້ອງກັນໃນໄລຍະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ສໍາເລັດຕາມແຜນການທີ່ກໍານົດ, ເພື່ອຮັບຟັງຄໍາສະເໜີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງໃນການຈັດຕັ້ງປະຕິບັດຄຳແນະນຳ ແລະ ແຈ້ງການຂອງຂັ້ນເທິງກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເພື່ອລາຍງານຄະນະກຳມະການເລືອກຕັ້ງລະດັບຊາດ

ໃນກອງປະຊຸມຮັບຟັງການໄດ້ລາຍງານການເຄື່ອນໄຫວການຕິດຕາມ, ຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂອງອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ເຊິ່ງພາຍຫຼັງໄດ້ຮັບມະຕິແຕ່ງຕັ້ງອະນູກມະການຕ່າງໆເພື່ອກະກຽມການປ່ອນບັດ, ອະນຸກຳມະການ ປກຊ-ປກສ ໄດ້ເປີດກອງປະຊຸມເພື່ອແຈ້ງຄະນະບັນຊາຂອງ 2 ກອງບັນຊາການ, ແຕ່ງຕັ້ງກອງເລຂາຊ່ວຍວຽກໂດຍມອບໃຫ້ຫົວໜ້າຫ້ອງການຂອງສອງກອງບັນຊາການເປັນຫົວໜ້າກອງເລຂາ ປະກອບບັນດາສະຫາຍທີ່ກ່ຽວຂ້ອງ ພ້ອມກັນຂຶ້ນວຽກ, ແຜນຄົນ, ແຜນງົບປະມານ ແຜນບັນຈຸກໍາລັງ, ການບັນຈຸລົງປະຈໍາໜ່ວຍເລືອກຕັ້ງ, ພ້ອມນີ້ໄດ້ແຕ່ງຕັ້ງຄະນະລົງຕິດຕາມສາຍວິຊາສະເພາະຂອງ ປກຊ-ປກສ ເຫັນວ່າແຂວງຫຼວງນໍ້າໄລຍະກະກຽມແມ່ນມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສອງກຳລັງແມ່ນມີຄວາມພ້ອມດ້ານຈຳນວນພົນນັບແຕ່ຂັ້ນແຂວງຮອດຂັ້ນເມືອງ, ຜ່ານການລົງຕິດຕາມກວດກາຢູ່ 5 ເມືອງ ແລະ ອ້ອມຂ້າງແຂວງເຫັນວ່າດ້ານກຳລັງພາຫະນະ, ອຸປະກອນ,ງົບປະມານແມ່ນມີຄວາມພ້ອມ, ສອງກຳລັງເອກະພາບ ມີຄວາມຕັດສິນໃຈປະຕິບັດວຽກງານ ປກຊ-ປກສ ບັນລຸ 100%, ໄດ້ລົງຕິດຕາມບັນດາຮ້ານບັນເທິງ,ສະຖານທີ່ກິນດື່ມຕ່າງໆ, ຈັດກໍາລັງລົງປະຈໍາປ້ອມລຽບຊາຍແດນ, ສະຖານທີ່ກໍ່ສ້າງ, ສະຖານີລົດໄຟ ແລະ ອື່ນໆ.

ພ້ອມດຽວກັນນັ້ນໄດ້ແລກປ່ຽນສົນທະນາບັນຫາຕ່າງໆທີ່ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອກະກຽມຄວາມພ້ອມທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ100%

ໂດຍ ນາງ ອຳພອນ ສີປະເສີດ

Skills

Posted on

12/02/2026