ພິທີປະກາດການສ້າງຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານສະພາປະຊາຊົນແຂວງຫຼວງພະບາງ

ວັນທີ 17 ກໍລະກົດ 2026 ທີ່ຫ້ອງປະຊຸມ ສະພາປະຊາຊົນ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການສ້າງຕັ້ງ ຄະນະພັກຮາກຖານ ແລະ ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ ສະພາປະຊາຊົນແຂວງ ເພື່ອເສີມສ້າງຄວາມເຂັ້ມແຂງຂອງພັກ, ຍົກສູງບົດບາດການນຳພາ-ຊີ້ນຳ ແລະ ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສະພາປະຊາຊົນແຂວງ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ໃຫ້ກຽດເປັນປະທານ ຂອງ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ,ມີບັນດາເລຂາ ຮອງເລຂາຄະນະພັກຮາກຖານ, ຄະນະພັກຮາກຖານ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານ ແລະ ສະມາຊິກພັກ ສະພາປະຊາຊົນແຂວງຫຼວງພະບາງ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ການປະກາດສ້າງຕັ້ງຄະນະພັກຮາກຖານ ນັບເປັນບາດກ້າວສຳຄັນໃນການປັບປຸງອົງການຈັດຕັ້ງພັກໃຫ້ມີຄວາມເປັນລະບົບ, ສອດຄ່ອງກັບການຈັດຕັ້ງກົງຈັກບໍລິຫານໃໝ່ ແລະ ຮັບປະກັນການນຳພາຂອງພັກຕໍ່ວຽກງານຂອງສະພາປະຊາຊົນແຂວງໃນຮອບດ້ານ, ມີເອກະພາບ ແລະ ມີປະສິດທິຜົນ.
ໃນພິທີ ໄດ້ຮັບຟັງການຜ່ານຜົນງານ ການເຄື່ອນໄຫວຂອງໜ່ວຍພັກ ສະພາປະຊາຊົນແຂວງ ໃນໄລຍະ 5ປີ ຜ່ານມາ ທີ່ມີຜົນງານພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ສືບຕໍ່ປັບປຸງແກ້ໄຂ.
ຈາກນັ້ນ ສະຫາຍ ຄໍາຜຸຍ ຈັນທະວະດີ ຮອງຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານ ມະຕິຄະນະປະຈຳພັກແຂວງ ວ່າດ້ວຍການຍຸບໜ່ວຍພັກສະພາປະຊາຊົນແຂວງ, ຜ່ານມະຕິຄະນະປະຈຳພັກແຂວງ ວ່າດ້ວຍ ການສ້າງຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ສະພາປະຊາຊົນແຂວງ, ຜ່ານມະຕິຄະນະປະຈຳພັກແຂວງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ຄະນະພັກຮາກຖານ, ເຫັນດີແຕ່ງຕັ້ງ ສະຫາຍ ສໍານານ ສົນທະນີ ເປັນເລຂາ,ສະຫາຍ ສົມມາລີ ຄໍາເກັ່ງ ເປັນຮອງເລຂາ ,ສະຫາຍ ປອ ສົມໃຈ ຢາທໍ່ຕູ້ ເປັນກໍາມະການຄະນະພັກ ທັງເປັນປະທານກວດກາພັກ ແລະ ສະຫາຍ ອານຸສັກ ພອນສະຫວັນ ,ສະຫາຍ ສົມຈິດ ສິງລໍຄໍາ ເປັນກໍາມະການຄະນະພັກ ຮາກຖານ.
ຜ່ານມະຕິຄະນະປະຈຳພັກແຂວງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາ,ຮອງເລຂາ ແລະ ຄະນະໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານສະພາປະຊາຊົນແຂວງ: ຕົກລົງ ແຕ່ງຕັ້ງ ໜ່ວຍພັກ ຫ້ອງວ່າການສະພາປະຊາຊົນ ສະຫາຍ ປອ ສົມໃຈ ຢາທໍ່ຕູ້ ເປັນເລຂາໜ່ວຍພັກ,ສະຫາຍ ອຸ່ນ ດວງມະນີ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາໜ່ວຍພັກ, ແລະ ສະຫາຍ ທອງພັນ ຈັນທະສຸກ ເປັນກໍາມະການໝ່ວຍພັກ.
ໜ່ວຍພັກ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ ແລະ ປກຊ-ປກ ແລະຍຸຕິທໍາ ສະຫາຍ ອານຸສັກ ພອນສະຫວັນ ເປັນເລຂາ,ສະຫາຍ ໄວພົດ ເສລີພົງໄຊ ເປັນຮອງເລຂາທັງເປັນປະທານກວດກາພັກ,ສະຫາຍ ຫຸມພັນ ອໍາພອນ ເປັນກໍາມະການໜ່ວຍພັກ,
ໜ່ວຍພັກ ຄະນະກໍາມະການເສດຖະກິດ ແລະ ການເງິນ ສະພາປະຊາຊົນ ສະຫາຍ ສົມຈິດ ສິງລໍຄໍາ ເປັນເລຂາ,ສະຫາຍ ນາງ ຄໍາຫຼ້າ ສະວະບຸດ ເປັນຮອງເລຂາ ທັງເປັນປະທານກວດກາພັກ,ສະຫາຍ ນາງ ມະນີວອນ ແສນແກ້ວ ເປັນກໍາມະການໜ່ວຍພັກ. ໃຫ້ກຽດມອບມະຕິໂດຍ ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ
ພ້ອມກັນນັ້ນ ໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ຍຶດໝັ້ນລະບຽບວິໄນຂອງພັກ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ສ້າງຄວາມສາມັກຄີ, ປະສານງານຢ່າງໃກ້ຊິດ ແລະ ນຳເອົາມະຕິ, ຄຳສັ່ງ ແລະ ແນວທາງຂອງພັກ ໄປຈັດຕັ້ງປະຕິບັດໃຫ້ເກີດໝາກຜົນຕົວຈິງ, ປະກອບສ່ວນສ້າງສະພາປະຊາຊົນແຂວງໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ປະຕິບັດພາລະໜ້າທີ່ຕາມບົດບາດ ແລະ ອຳນາດໜ້າທີ່ ທີ່ພັກ ແລະ ລັດ ມອບໝາຍໃຫ້ບັນລຸຜົນສຳເລັດ.
ຂ່າວ: ນ ຄໍາຫຼ້າ ພອນພິລາ
Skills

Posted on

23/07/2026