ກອງປະຊຸມວຽກງານປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ຂອງຄະນະເລຂາທິການສະພາປະຊາຊົນແຂວງໄດ້ໄຂຂີ້ນໃນຕອນເຊົ້າຂອງວັນທີ 23 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ຈັນທະສຸລິນ ໝັ້ນປະດິດ ກໍາມະການຄະນຳປະຈໍາສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ; ໃຫ້ກຽດເປັນປະທານຮ່ວມຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາວຽກງານຄະນະເລຂາທິການ; ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການການທຽບເທົ່າພະແນກຂັ້ນແຂວງ, ຄະນະເລຂາທິການ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານຊ່ວຍວຽກຄະນະ ສສຂ ປະຈໍາເຂດເລືອກຕັ້ງບັນດາເມືອງ ແລະ ວິຊາການ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມທັງໝົດ 36 ທ່ານ
ກອງປະຊຸມໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 5 ປີ (2026-2030), ແຜນການປີ 2026 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ເຊິ່ງໄລຍະຜ່ານມາຄະນະເລຂາທິການໄດ້ເປັນເສນາທິການຮອບດ້ານໃຫ້ສະພາປະຊາຊົນແຂວງ ມີຜົນສໍາເລັດຫລາຍສົມຄວນາ; ນອກນັ້ນ ຜູ້ແທນກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ຮ່າງບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າຢ່າງມີຈຸດສຸມ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຄຸນນະພາບ ແລະ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2024) ໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຮູ້ເຂົ້າໃຈ ຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ຢ່າງທົ່ວເຖິງກັນ; ນອກນັ້ນ ໄດ້ຈັດພິທີປະກາດພະນັກງານ-ລັດຖະກອນ (ຮອງເລຂາທິການສະພາປະຊາຊົນແຂວງ) ອອກພັກຜ່ອນຮັບອຸດໜູນບໍານານ ຈໍານວນ 1 ທ່ານ,

ຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ກົງເພັດ ແກ້ວບົວພາ ເຊິ່ງທ່ານໄດ້ສະຄວາມຍ້ອງຍໍຊົມເຊີຍ ຕໍ່ການ ເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ ແລະ ໃຫ້ທິດຊີ້ນໍາ ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວໃນຕໍ່ໜ້າ ໃຫ້ມີຜົນສໍາຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໜັກໃຫ້ຄະນະເລຂາທິການສະພາປະຊາຊົນແຂວງ ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງແນວຄິດ, ການເປັນເສນາທິການດ້ານເນື້ອໃນ ໂດຍຖືເອົາຄຸນນະພາບເປັນກົກ, ການຄຸ້ມຄອງວຽກງານບໍລິຫານ-ການເງິນ, ການຄຸ້ມຄອງວຽກງານຈັດຕັ້ງ ແລະ ບໍາລຸງສ້າງພະນັກງານ ແລະ ວຽກງານປະສານສົມທົບພາຍໃນ-ພາຍນອກ ໃຫ້ມີຄວາມເຂັ້ມແຂງ, ເພີ່ມທະວີການໂຄສະນາເຜີຍແຜ່ພາລະບົດບາດຂອງສະພາປະຊາຊົນແຂວງ ໃຫ້ສັງຄົມໄດ້ຮັບຮູ້ທົ່ວເຖິງກວ້າງຂວາງຂຶ້ນ ພ້ອມກັນນັ້ນ ກໍຕ້ອງເອົາໃຈໃສ່ຕໍ່ວຽກງານທີ່ສໍາຄັນ ແລະ ຮີບດ່ວນ ຄືການເປັນເສນາທິການ ໃນການກະກຽມດໍາເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ ແລະ ແຜນການທີ່ວາງໄວ້.
ຂ່າວ: ວັນນີ ແຝງວົວັນ
