loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

LDB ມອບເງິນປະກອບສ່ວນສ້າງຫ້ອງມູນເຊື້ອ ແລະ ປະຫວັດສາດ

ກ.ຍ. 16, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ຕອນບ່າຍວັນທີ 16 ກັນຍານີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເງິນຈຳນວນ 300 ລ້ານ ກີບ ຈາກທະນາຄານພັດທະນາລາວ (LDB) ເພື່ອປະກອບສ່ວນໃນການສ້າງຫ້ອງມູນເຊື້ອ ແລະ ປະຫວັດສາດ ຂອງສະພາແຫ່ງຊາດ ໂດຍການກ່າວມອບຂອງທ່ານ ວຽງຄຳ ວັນສີລາລົມ ຜູ້ອຳນວຍການທະນາຄານພັດທະນາ ລາວ ແລະ ກ່າວຮັບໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາ ແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ; ໂອກາດດັ່ງກ່າວ, ທ່ານ ນາງ ອຳ ໄພວອນ ລ້ອມບຸນແພງ ໄດ້ກ່າວສະແດງຄວາມຂອບໃຈທະນາຄານພັດທະນາລາວ ທີ່ໄດ້ປະກອບສ່ວນ ແລະ ສະ ໜັບສະ ໜູນການສ້າງຫ້ອງມູນເຊື້ອ ແລະ ປະຫວັດສາດ, ພ້ອມກັນນັ້ນ ກໍໄດ້ມອບໃບຍ້ອງຍໍຂອງຄະນະປະຈຳສະ ພາແຫ່ງຊາດ ໃຫ້ທະນາຄານພັດທະນາລາວ ເພື່ອສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃນການປະກອບສ່ວນ ຄັ້ງນີ້.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)