(ສພຊ) – ຕອນສວາຍວັນທີ 14 ຕຸລາ 2025, ກົມສື່ມວນຊົນ, ຄະນະເລຂາທິການສະພາແຫ່ງຊາດ (ສພຊ) ໄດ້ຕ້ອນຮັບ ແລະ ນຳພາ ອົງການຮ່ວມມືສາກົນຍີ່ປຸ່ນ ຫຼື ໄຈກາ (JICA) ນຳໂດຍທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ທ່ານ ໂກເບະ ໂນບູຢູກິ (Kobe Nobuyuki) ຫົວໜ້າອົງການໄຈກາປະຈຳປະເທດລາວ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ.

ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX); ຈາກນັ້ນ, ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງ ສພຊ ເຮັດໃຫ້ຜູ້ແທນອົງການໄຈກາ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດ ສປປລາວ ຫຼາຍຂຶ້ນ.

(ນາງ ນິດຕາ ຄຸນປາກດີ)