ຂປລ. ຄະນະຮັບຜິດຊອບສ້າງຕັ້ງ ປະມວນກົດໝາຍແພ່ງ ໄດ້ຊີ້ແຈງຕໍ່ບັນຫາ, ຄຳຄິດຄຳເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງບັນດາສະມາຊິກ ສະພາແຫ່ງຊາດ (ສສຊ) ທີ່ໄດ້ປະກອບໃສ່ຮ່າງ ປະມວນກົດໝາຍແພ່ງ, ໂດຍເນັ້ນວ່າທຸກຄຳສະເໜີ ລ້ວນແລ້ວແຕ່ມີຄວາມສ້າງສັນ, ມີຄວາມຫລາກຫລາຍ ແລະ ໃຫ້ຄວາມກະຈ່າງແຈ້ງໃນແງ່ມຸມ ທີ່ສ່ອງແສງເຖິງຊີວິດ ຕົວຈິງຂອງສັງຄົມ, ທັງເປັນພື້ນ ຖານທີ່ດີທີ່ສຸດ ໃຫ້ແກ່ການສືບຕໍ່ຄົ້ນຄວ້າ,ພິຈາລະນາ ໝູນໃຊ້ເຂົ້າໃນການສືບຕໍ່ ປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນ. ທ່ານ ເສີມສຸກ ສິມມະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ຕາງໜ້າໃຫ້ຄະນະຮັບຜິດຊອບສ້າງຕັ້ງປະມວນກົດໝາຍແພ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ການຍ້ອງຍໍຊົມເຊີຍ ແລະ ການປະກອບ ຄຳເຫັນຂອງບັນດາ ສສຊ ທີ່ເປັນກຳລັງໃຈໃຫ້ ເພື່ອສືບຕໍ່ປັບປຸງເນື້ອໃນ ກົດໝາຍສະບັບນີ້ ໃຫ້ຄົບຖ້ວນສົມບູນ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ.ຮ່າງປະມວນກົດໝາຍແພ່ງ ແມ່ນຄວາມບາກບັ່ນ ແລະ ຄວາມພະຍາຍາມ ຂອງພວກເຮົາໝົດທຸກຄົນ ເຊິ່ງຂະບວນການສ້າງແມ່ນ ເລີ່ມມາແຕ່ປີ 2012 ໂດຍໃຊ້ເວລາທັງໝົດ 6 ປີ ຈຶ່ງສາມາດນຳເຂົ້າ ມາສະເໜີ ເພື່ອພິຈາລະນາຮັບຮອງ ຢູ່ກອງປະຊຸມສະພາແຫ່ງຊາດ ຊຸດທີ VIII ນີ້.ທ່ານ ເສີມສຸກ ສິມມະວົງ ກ່າວວ່າ: ນັບຕັ້ງແຕ່ຕອນບ່າຍຂອງວັນທີ 5 ທັນວາ ຫາ ຕອນເຊົ້າຂອງວັນທີ 6 ທັນວາ ມີ ສສຊ 20 ກວ່າທ່ານ ໄດ້ປະກອບຄຳຄິດຄຳເຫັນ ໂດຍສ່ວນໃຫຍ່ແມ່ນ ສຸມໃສ່ບັນຫາການຫາຍສາບສູນ, ການໝັ້ນໝາຍ-ການສູ່ຂໍ, ການຮ່ວມປະເວນີ ກ່ອນເປັນຜົວ-ເມຍ,ການແຕ່ງດອງເປັນໂມຄະ, ການເສຍຊີວິດຂອງຜົວ-ເມຍ ຕາມທຳມະຊາດ, ການນຳໃຊ້ຊັບອັນດຽວ ໄປຄ້ຳ ປະກັນຫລາຍບ່ອນ ແລະ ຜົນສັກສິດ ຂອງການນຳໃຊ້ກົດໝາຍ. ໃນການຊີ້ແຈ້ງຕໍ່ກັບ ບັນຫາເຫລົ່ານີ້, ທ່ານ ຮອງລັດຖະມົນຕີ ໄດ້ອະທິບາຍ ແລະ ໃຫ້ຄວາມກະຈ່າງແຈ້ງຕໍ່ກັບບັນຫາ ທີ່ບັນດາ ສສຊ ສະເໜີ ໂດຍໄດ້ຍົກເຫດຜົນ, ນຳເອົາຜົນຂອງການຄົ້ນຄວ້າ ແລະ ບັນດາມາດຕາ ຈາກບັນດາກົດໝາຍ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງມາອະທິບາຍ ຕໍ່ຂໍ້ຂ້ອງໃຈຕ່າງໆ, ພ້ອມທັງຍິນດີຮັບເອົາ ທຸກຂໍ້ສະເໜີ ເພື່ອໄປສືບຕໍ່ສຶກສາຄົ້ນຄວ້າ ແລະ ປັບປຸງບັນດາເນື້ອຂອງ ກົດໝາຍສະບັນນີ້ ໃຫ້ມີຄວາມສອດຄ່ອງ ກັບສະພາບຕົວຈິງ ແລະ ເຊື່ອມໂຍງກັບສາກົນ. ຮ່າງປະມວນກົດໝາຍແພ່ງ ແມ່ນການສັງລວມເອົາ ບັນດາບົດບັນຍັດ ທີ່ເປັນພື້ນຖານທີ່ກ່ຽວພັນເຖິງ ສາຍພົວພັນທາງແພ່ງ ທີ່ຢັ່ງຢາຍຢູ່ໃນບັນດາ ກົດໝາຍຕ່າງໆ 20 ກວ່າສະບັບຢ່າງເປັນລະບົບ ລວມທັງການສັງລວມ ແລະ ຖອດຖອນບົດຮຽນ ມາຈາກປະມວນກົດໝາຍແພ່ງ ຂອງບັນດາປະເທດເພື່ອນມິດ. ສະນັ້ນ, ເມື່ອສັງລວມມາຄືແນວນີ້ແລ້ວ ຈຶ່ງມີຫລັກການ ໃນການປະຕິບັດວ່າ: ເມື່ອເອົາ ຫລາຍໆບັນຫາ ເຂົ້າມາຢູ່ໃນກົດໝາຍ ສະບັບດຽວແລ້ວ ຈຶ່ງຖືວ່າປະມວນກົດໝາຍແພ່ງ ເປັນກົດໝາຍພື້ນຖານໜຶ່ງ ເຊິ່ງໃນການປະຕິບັດຕົວຈິງແລ້ວ ຖ້າຫາກມີກຳນົດຢູ່ ໃນປະມວນກົດໝາຍແພ່ງ ແລ້ວ ກໍໃຫ້ປະຕິບັດຕາມນີ້ ແລະ ໃນກໍລະນີ ບໍ່ໄດ້ກຳນົດ ແມ່ນໃຫ້ປະຕິບັດຕາມ ກົດໝາຍອື່ນທີ່ກ່ຽວຂ້ອງນັ້ນ.