(ສພຊ) – ກອງປະຊຸມກວດກາເນື້ອໃນຮອບດ້ານຕໍ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສ້າງໃໝ່) ໄດ້ຈັດຂຶ້ນໃນວັນທີ 30 ເມສານີ້ ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງຂອງ ສພຊ, ຮອງລັດຖະມົນຕີກະຊວງ ແລະ ອົງການທີ່ກ່ຽວຂ້ອງ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສະ ເໜີໂດຍຫຍໍ້ກ່ຽວກັບເຫດຜົນ ແລະ ຄວາມຈຳເປັນຂອງການສ້າງກົດໝາຍວ່າດ້ວຍສັງຄົມສົງເຄາະ ໂດຍໃຫ້ຮູ້ວ່າ: ໃນໄລ ຍະຜ່ານມາ, ການໃຫ້ການຊ່ວຍເຫຼືອ, ການບໍລິການທາງດ້ານວັດຖຸ, ຈິດໃຈ ແລະ ການພັດທະນາ ຕໍ່ປະຊາຊົນກຸ່ມເປົ້າໝາຍສັງຄົມສົງເຄາະ ຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການໃນການດໍາລົງຊີວິດທີ່ຈຳເປັນຂັ້ນພື້ນຖານ; ກົນໄກການປະສານງານ, ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນ ລວມທັງການມີສ່ວນຮ່ວມຂອງສັງຄົມໃນວຽກສັງ ຄົມສົງເຄາະ ຍັງຈຳກັດ, ບໍ່ລວມສູນ ເຮັດໃຫ້ການຕິດຕາມ-ຄຸ້ມຄອງການຊ່ວຍເຫຼືອສັງຄົມສົງເຄາະ ຍັງບໍ່ເປັນລະບົບ. ພ້ອມກັນນັ້ນ, ການຊ່ວຍເຫຼືອ, ການບໍລິການຕ່າງໆ ຕໍ່ປະຊາຊົນກຸ່ມເປົ້າໝາຍ ຍັງແມ່ນລັກສະນະໃຫ້ການຊ່ວຍເຫຼືອບັນ ເທົາທຸກສຸກເສີນເທົ່ານັ້ນ ສ່ວນດ້ານການບໍລິການ ແລະ ການພັດທະນາເປົ້າໝາຍດ້ວຍການໃຫ້ຄໍາປຶກສາ, ຄໍາແນະນໍາທັກສະການດຳລົງຊີວິດ ໃນເວລາທີ່ມີການປະເຊີນກັບບັນຫາຕ່າງໆທີ່ເກີດຂຶ້ນ ແມ່ນຍັງເຮັດໄດ້ໜ້ອຍ ອັນເນື່ອງຈາກນັກວິ ຊາການ ລວມທັງຄວາມເຂົ້າໃຈຂອງສັງຄົມ ແລະ ການສະໜອງງົບປະມານເຂົ້າໃສ່ວຽກສັງຄົມສົງເຄາະນີ້ ຍັງຈຳກັດ.
ທ່ານຮອງລັດຖະມົນຕີກະຊວງ ຮສສ ໃຫ້ຮູ້ອີກວ່າ: ຫາກກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະເຮັດໃຫ້ມີເຄື່ອງມືການຄຸ້ມຄອງວຽກສັງຄົມສົງເຄາະ ທີ່ມີຜົນບັງຄັບໃຊ້ທົ່ວໄປຢ່າງໜັກແໜ້ນ ທັງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດວຽກສັງຄົມສົງເຄາະຢູ່ພາຍໃນ ແລະ ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ; ບັນດາອົງການຈັດຕັ້ງລັດ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ເຄື່ອນໄຫວວຽກງານສັງຄົມສົງເຄາະ, ກຸ່ມເປົ້າໝາຍສັງຄົມສົງເຄາະ ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມໃນວຽກນີ້ຫຼາຍຂຶ້ນ; ການຈັດສັນງົບປະມານທີ່ເປັນໝາກຜົນຂອງການພັດທະ ນາເຂົ້າໃນວຽກງານສັງຄົມສົງເຄາະ ເປັນລະບົບກວ່າເກົ່າ ເຊິ່ງຈະເຮັດໃຫ້ກຸ່ມເປົ້າໝາຍໄດ້ຮັບການພັດທະນາຢ່າງເປັນລະ ບົບ ແລະ ມີຄວາມຍືນຍົງ ທັງສ້າງຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງສາກົນ ຕໍ່ລະບົບປົກປ້ອງສັງຄົມ ກໍຄືວຽກງານສັງ ຄົມສົງເຄາະ, ການຮຽນ-ການສອນໃນການສ້າງນັກສັງຄົມສົງເຄາະ ດີຂຶ້ນ.
ບັນດາຜູ້ເຂົ້າຮ່ວມໄດ້ເປັນເຈົ້າການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນຮ່າງກົດໝາຍສະບັບ ນີ້ຢ່າງມີຈຸດສຸມ, ມີລັກສະນະຫຼັກການ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ ແລະ ມີຄໍາເຫັນລົງເລິກແຕ່ລະພາກ, ໝວດ, ມາດຕາ ໃນນັ້ນ, ມີຫຼາຍເນື້ອໃນຂອງຫຼາຍມາດຕາ ໄດ້ຮັບການປັບປຸງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ຊັດເຈນກວ່າເກົ່າ.
(ນາງ ກຸກກິກ ບຸດດາໄຊ)