loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ການຄວບຄຸມນ້ຳໜັກ ການລາກແກ່ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ

​ພ.ຈ. 26, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວາລະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ເມື່ອວັນຈັນທີ 18 ພະຈິກຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນຕໍ່ບົດລາຍງານຂອງລັດຖະບານ ທີ່ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ພ້ອມທັງທິດທາງແຜນການປີ 2025 ແລະ ໃນ 5 ປີຕໍ່ໜ້າ ກໍຄືແຜນການຄັ້ງທີ X ເຊິ່ງໃນໄລຍະ 20-25 ປີທີ່ຜ່ານມາ, ຕາມການສຶກສາ ພວກເຮົາວົນວຽນຢູ່ໃນກົນໄກອັນເກົ່າ ຄືການສ້າງພື້ນຖານໂຄງລ່າງ ສ້າງແລ້ວກໍບໍ່ຮັກສາ ປະໃຫ້ເປ່ເພ ເປັນຕົ້ນການສ້າງທາງ ແມ່ນເຮັດແລ້ວເຮັດອີກ, ການຄວບຄຸມນ້ຳໜັກ ການລາກແກ່ຕ່າງໆ ກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ; ການສ້າງກັບການຮັກສາ ຄວນໃຫ້ສົມຄູ່ກັນ, ຖ້າຍັງເປັນຄືເກົ່າ ພວກເຮົາກໍຈະວົນວຽນຢູ່, ໜີ້ເກົ່າບໍ່ໝົດ ສ້າງໜີ້ໃໝ່ ແລະ ການນຳເຂົ້າລົດບັນທຸກທີ່ສາມາດຮັບນ້ຳໜັກຫຼາຍເກີນມາດຕະຖານຂອງເສັ້ນທາງບ້ານເຮົາ ກໍຄວນຫ້າມແຕ່ຫົວທີຈະດີຫຼືບໍ່? ຖ້າປ່ອຍໃຫ້ນຳເຂົ້າມາ ແນ່ນອນເຂົາເຈົ້າກໍໄປລາກແກ່ຄືເກົ່າ ແລະ ກໍເປ່ເພຄືເກົ່າ. ດັ່ງນັ້ນ, ການສ້າງລັດປະຊາທິປະໄຕປະຊາຊົນ ກໍຄືສັງຄົມນິຍົມ, ພວກເຮົາຍັງວັງວົນຢູ່ໃນຈຸດເກົ່າ ການສ້າງທາງບໍ່ແລ້ວບໍ່ທົ່ວຈັກເທື່ອ, ບັນຫານີ້ຄວນມີບາດກ້າວການຫັນປ່ຽນ.
ບັນຫາທີ 2 ຕິດພັນກັບການປ່ອຍກູ້ ຕາມນະໂຍບາຍກະຕຸ້ນເສດຖະກິດ: ເຫັນວ່າ 2 ມາດຕະຖານ, ຜູ້ໜຶ່ງສາມາດກູ້ຢືມໄດ້ລາຄາຖືກ ຜູ້ໜຶ່ງພັດໄດ້ລາຄາສຸງ ຖ້າເປັນແນວນັ້ນການແຂ່ງຂັນທາງດ້ານທຸລະກິດ ກໍບໍ່ມີຄວາມຍຸຕິທຳ; ໃນໄລຍະຜ່ານມາ ພວກເຮົາກໍມີບົດຮຽນໃນການປ່ອຍກູ້ຫຼາຍແລ້ວ ແລະ ໝາກຜົນທີ່ໄດ້ຮັບກໍບໍ່ມີຫຍັງ, ສຸດທ້າຍກໍກາຍເປັນໜີ້ສິນຄຸມເຄືອ ຫັນໜີ້ເປັນທຶນ ມອບໜີ້ສິນໃຫ້ກັບລັດຖະບານ, ກະຊວງການເງິນ ເປັນຜູ້ຮັບຜິດຊອບ ກໍຈົບຢູ່ນັ້ນ. ສະນັ້ນ, ເພື່ອໃຫ້ມີຄວາມຍຸຕິທຳໃນຕໍ່ໜ້າ ກໍຢາກໃຫ້ປິດໃນແຜນການຄັ້ງທີ IX ແລະ ແຜນການຄັ້ງທີ X ນີ້ ຈັດຕັ້ງປະຕິບັດໃໝ່ ພ້ອມກັນຫັັນມາຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ, ເງິນເຟີ້ກໍບໍ່ໃຫ້ເກີນ 3% ບວກຄ່າໃຊ້ຈ່າຍສິ້ນເປືອງຕ່າງໆ, ບັນດາທະນາຄານທຸລະກິດປ່ອຍກູ້ ກໍບໍ່ໃຫ້ເກີນລະດັບ 5-6% ມັນກໍເປັນການກະຕຸ້ນເສດຖະກິດທີ່ມີປະສິດທິຜົນ, ຈຶ່ງບໍ່ມີສອງມາດຕະຖານ.
ບັນຫາ 3 ຕິດພັນກັບການສ້າງໂຄງການພັດທະນາ: ເຂົ້າ Google earth ເບິ່ງແຜນທີ່ຢູ່ເທິງດາວທຽມ ແລ້ວມາຂີດເອົາດິນປະຊາຊົນ ເພື່ອຈະພັດທະນານັ້ນນີ້, ພາກັນຈ້າງນັກແຕ້ມຮູບ 3D, ໄປຈ້າງໂທລະພາບປະເທດເພື່ອນບ້ານ ໂຄສະນາວ່າຈະມີການພັດທະນາແນວນັ້ນແນວນີ້ ແລ້ວກໍມາບັງຄັບໃຫ້ພາກລັດອອກນິຕິກຳ, ເອົາເຈ້ຍ A4 ໄປເລາະຂາຍ ອາໄສເອົາສ່ວນຕ່າງລະຫວ່າງຄ່າຊົດເຊີຍປະຊາຊົນກັບໃຫ້ພວກນາຍທຶນ, ບັນຫານີ້ຄວນຢຸດເຊົາບໍ່? ປະຊາຊົນເຂົາສູນເສຍພາຫະນະການຜະລິດ ແລະ ກໍຕໍ່ວ່າຫຼາຍ; ພວກເຂົາວ່າການພັດທະນາຂອງພາກລັດນີ້ ແມ່ນເຫັນດີເປັນເອກະພາບທີ່ສຸດ, ແຕ່ວ່າພັດທະນາແລ້ວ ຊີວິດການເປັນຢູ່ຕ້ອງດີຂຶ້ນ ບໍ່ແມ່ນຈະຕ້ອງສູນເສຍພື້ນທີ່ການຜະລິດ ຊໍ້າພັດເຮັດໃຫ້ທຸກໄປຕື່ມ, ບັນຫານີ້ຢູ່ນະຄອນຫຼວງວຽງຈັນກໍມີຫຼາຍ ເປັນຕົ້ນແມ່ນຢູ່ເມືອງໄຊເສດຖາ ຢາກໃຫ້ທາງລັດຖະບານພິຈາລະນາຄືນຕື່ມ.
ບັນຫາສຸດທ້າຍ ກ່ຽວພັນກັບວຽກວັດທະນະທຳ-ສັງຄົມ: ສະເໜີປະຕິຮູບຕື່ມຫຼັກສູດການຮຽນ-ການສອນ ໃຫ້ແທດເໝາະກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ ເປັນຕົ້ນແມ່ນຢູ່ເຂດຊົນນະບົດ ປະຊາຊົນມີຄວາມທຸກຍາກຫຼາຍ ຊີວິດການເປັນຢູ່ພວກເຂົາຫາກິນເປັນຄາບ, ຄາບເຊົ້າໄປຫາສ້ອນ ຫາຍິງ ຫາລ່າເນື້ອມາກິນ, ຕອນສວາຍ ຕອນແລງ ກໍຄືກັນ; ບາງທ້ອງຖິ່ນກໍຂາດຄູອາຈານ, ກໍເອົາໄປສອນໂຮມເປັນຫ້ອງດຽວກັນ. ດັ່ງນັ້ນ, ເພື່ອແກ້ໄຂບັນຫານີ້ ຄວນດັດປັບໃຫ້ເຂົ້າຕາມຄວາມເປັນຈິງບໍ່? ຕາມຜົນການຄົ້ນຄວ້າຂອງນັກວິທະຍາສາດ, ເດັກນ້ອຍອາຍຸແຕ່ 6-11 ປີ ເຂົາບໍ່ໃຫ້ຮຽນໝົດມື້ ໃຫ້ຮຽນແຕ່ 1-3 ຊົ່ວໂມງ, 12-14 ປີ 2-4 ຊົ່ວໂມງ, 15-18 ກໍມີແຕ່ 4-6 ຊົ່ວໂມງ ຈັ່ງຊັ້ນຈຶ່ງວ່າໃຫ້ເດັກຮຽນເຄິ່ງມື້ກໍໄດ້, ເຫຼືອນັ້ນກໍໃຫ້ໄປຊ່ວຍພໍ່-ແມ່ ແລະ ຮຽນເອງຢູ່ເຮືອນ ບັນຫານີ້ຄວນເບິ່ງຄືນບໍ່? ຖ້າບໍ່ດັ່ງນັ້ນ, ຢູ່ເຂດຊົນນະບົດ ພໍ່-ແມ່ ຜູ້ປົກຄອງນັກຮຽນ ອາໄສແຮງງານຂອງລູກ, ສຸດທ້າຍກໍບີບບັງຄັບໃຫ້ລູກຫຼານອອກໂຮງຮຽນ; ດັ່ງນັ້ນ, ຄວນດັດປັບໃຫ້ໄດ້ທັງສອງດ້ານ ດ້ານຄອບຄົວກໍໃຫ້ໄດ້ ແລະ ດ້ານການສຶກສາທີ່ລັດຖະບານສົ່ງເສີມ ກໍໃຫ້ໄດ້ ຢາກໃຫ້ພິຈາລະນາຕື່ມ. ນອກຈາກນັ້ນ, ຖ້າຕັດລາຍຈ່າຍຈາກວົງຈອນການສ້າງພື້ນຖານໂຄງລ່າງແບບຊ້ຳຊາກ ມາສຸມໃສ່ບັນຫາດັ່ງກ່າວ ໂດຍການສະໜອງວັດຖຸອຸປະກອນການຮຽນ-ການສອນ ຈະເຮັດໃຫ້ການພັດທະນາທາງດ້ານການສຶກສາດີຂຶ້ນ ແລະ ໃນການປຸກລະດົມຂົນຂວາຍໃຫ້ເດັກນ້ອຍຢາກຮ່ຳຮຽນ, ບໍ່ຢາກໃຫ້ປຸກລະດົມໃຫ້ເຂົາຄິດວ່າຕ້ອງເປັນເຈົ້າເປັນນາຍ; ເດັກນ້ອຍເຂົາມີຄວາມໃຝ່ຝັນແນວໃດ ກໍສຸດແລ້ວແຕ່, ບາດຮອດມື້ແລ້ວຫາກດັດປັບເຂົ້າໂຕເຂົາເອງ, ຂ້າພະເຈົ້າກໍເຄີຍຝັນວ່າຢາກເປັນຊ່າງໄມ້ ສຸດທ້າຍກໍມາເປັນຜູ້ແທນ. ດັ່ງນັ້ນ, ອີງໃສ່ຄວາມເປັນຈິງປັດຈຸບັນນີ້, ສຳຄັນແມ່ນລະດົມຂົນຂວາຍໃຫ້ພວກເຂົາຮ່ຳຮຽນ ອະນາຄົດຈະເປັນແບບໃດປ່ອຍໃຫ້ຕັດສິນເອງ.