ປຶກສາຫາລືກ່ຽວກັບການຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ ແລະ ສສຂ ໃນ 5 ປີຕໍ່ໜ້າ

ທ.ວ. 30, 2021

   ​(ສພຊ) ວັນທີ 29 ທັນວາ 2021 ທີ່ເມືອງວັງວຽງ ແຂວງວຽງຈັນ ສະຖາບັນຄົ້ນຄ້ວານິຕິກໍາ ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫລືຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ປະຈຳ 5 ປີ (2021-2025) ພາຍໃຕ້ການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີທ່ານ ປອ. ຢາງກູ້ ຢາງລືໄຊ ຫົວຫນ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ; ເຂົ້າຮ່ວມມີເລຂາ-ຮອງເລຂາທິການສະພາແຫ່ງຊາດ; ປະທານ-ຮອງປະທານກຳມາທິການ, ຮອງຫົວຫນ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ​ກອງປະຊຸມຄັ້ງນີ້, ເພື່ອລະດົມຄວາມຄິດ, ຂໍ້ມູນ ແລະ ຫົວຂໍ້ເນື້ອໃນການເຝິກອົບຮົມຈາກບັນດາກຳມາທິການ, ຄະນະເລຂາທິການ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຕໍ່ທິດທາງແຜນການຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ, ສສຂ ແລະ ພະນັກງານທີ່ເປັນເສນາທິການ ໄລຍະ 5 ປີ (2021-2015) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ສອດຄ່ອງກັບຄວາມຕ້ອງການຂອງວຽກງານ; ເພື່ອສະຫລຸບ, ຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການຈັດເຝິກອົບຮົມໃຫ້ແກ່ ສສຊ ແລະ ສສຂ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ.

    ​ໃນໂອກາດນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮັບຟັງການໂອ້ລົມເຊິ່ງທ່ານໄດ້ກ່າວວ່າ: ການ​ຍົກ​ສູງ​ຂີດ​ຄວາມ​ສາ​ມາດ ເປັນວຽກງານໜຶ່ງທີ່ມີຄວາມ​ໝາຍ​ສຳ​ຄັນ ແລະ ຈຳ​ເປັນ ຕິດພັນກັບການຈັດ​ຕັ້ງ ແລະ ການເຄື່ອນໄຫວຂອງ​ບັນ​ດາກົງຈັກການຈັດຕັ້ງພາຍໃນ ສພຊ ​ແລະ ສພຂ ໃນການຊີ້ນໍາເປັນໝູ່ຄະນະ, ມີການຄຸ້ມຄອງແບບ​ລວມ​ສູນ ແລະ ມີການສະ​ໜອງ​ງົບ​ປະ​ມານຮັບ​ໃຊ້ໃນ​ແຕ່​ລະ​ໄລ​ຍະ; ດັ່ງ​ນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້​ອອກ​ມະ​ຕິວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ຊີ້​ນຳ​ລວມການ​ຍົກ​ສູງ​ຂີດ​ຄວາມ​ສາ​ມາດໃຫ້​ແກ່​ ສສຊ ແລະ ສສຂ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ ແລະ ໜ້າ​ທີ່​ຂອງ​ຕົນຢ່າງ​ຈະແຈ້ງ ເພື່ອ​ພ້ອມກັນຈັດ​ຕັ້ງ​ປະຕິບັດການເຝິກອົບຮົມ ແລະ ສຳມະນາ ເພື່ອ​​ຍົກ​ສູງ​ຂີດ​ຄວາມ​ສາ​ມາດໃຫ້​ແກ່ ສສຊ, ສສຂ ແລະ ພະ​ນັກ​ງານ​ທີ່​ເປັນ​ເສ​ນາ​ທິ​ການໃຫ້ມີ​ປະ​ສິດ​ທິ​ຜົນດີ​ກ່​ວາ​ເກົ່າ.

(ພາບ ແລະ ຂ່າວ: ກຸກກິກ ບຸດດາໄຊ)