loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ປຶກສາຫາລືກ່ຽວກັບການຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ ແລະ ສສຂ ໃນ 5 ປີຕໍ່ໜ້າ

ທ.ວ. 30, 2021 | ຂ່າວກອງປະຊຸມ

   ​(ສພຊ) ວັນທີ 29 ທັນວາ 2021 ທີ່ເມືອງວັງວຽງ ແຂວງວຽງຈັນ ສະຖາບັນຄົ້ນຄ້ວານິຕິກໍາ ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມປຶກສາຫລືຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ປະຈຳ 5 ປີ (2021-2025) ພາຍໃຕ້ການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີທ່ານ ປອ. ຢາງກູ້ ຢາງລືໄຊ ຫົວຫນ້າສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ; ເຂົ້າຮ່ວມມີເລຂາ-ຮອງເລຂາທິການສະພາແຫ່ງຊາດ; ປະທານ-ຮອງປະທານກຳມາທິການ, ຮອງຫົວຫນ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

       ​ກອງປະຊຸມຄັ້ງນີ້, ເພື່ອລະດົມຄວາມຄິດ, ຂໍ້ມູນ ແລະ ຫົວຂໍ້ເນື້ອໃນການເຝິກອົບຮົມຈາກບັນດາກຳມາທິການ, ຄະນະເລຂາທິການ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຕໍ່ທິດທາງແຜນການຍົກສູງຂີດຄວາມສາມາດໃຫ້ແກ່ ສສຊ, ສສຂ ແລະ ພະນັກງານທີ່ເປັນເສນາທິການ ໄລຍະ 5 ປີ (2021-2015) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ສອດຄ່ອງກັບຄວາມຕ້ອງການຂອງວຽກງານ; ເພື່ອສະຫລຸບ, ຕີລາຄາ ແລະ ຖອດຖອນບົດຮຽນກ່ຽວກັບການຈັດເຝິກອົບຮົມໃຫ້ແກ່ ສສຊ ແລະ ສສຂ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ.

    ​ໃນໂອກາດນີ້, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຍັງໄດ້ຮັບຟັງການໂອ້ລົມເຊິ່ງທ່ານໄດ້ກ່າວວ່າ: ການຍົກສູງຂີດຄວາມສາມາດ ເປັນວຽກງານໜຶ່ງທີ່ມີຄວາມໝາຍສຳຄັນ ແລະ ຈຳເປັນ ຕິດພັນກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົງຈັກການຈັດຕັ້ງພາຍໃນ ສພຊ ແລະ ສພຂ ໃນການຊີ້ນໍາເປັນໝູ່ຄະນະ, ມີການຄຸ້ມຄອງແບບລວມສູນ ແລະ ມີການສະໜອງງົບປະມານຮັບໃຊ້ໃນແຕ່​ລະໄລຍະ; ັ່ງນັ້ນ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງໄດ້​ອອກມະຕິວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ຊີ້​ນຳ​ລວມການ​ຍົກ​ສູງ​ຂີດ​ຄວາມ​ສາ​ມາດໃຫ້​ແກ່​ ສສຊ ແລະ ສສຂ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່​ຂອງຕົນຢ່າງຈະແຈ້ງ ເພື່ອພ້ອມກັນຈັດຕັ້ງປະຕິບັດການຝິກອົບຮົມ ແລະ ສຳມະນາ ເພື່ອ​​ຍົກສູງຂີດຄວາມສາມາດໃຫ້​ແກ່ ສສຊ, ສສຂ ແລະ ພະນັກງານທີ່​ເປັນເສນາທິການໃຫ້ມີປະສິດທິຜົນດີກ່ວາເກົ່າ.

(ພາບ ແລະ ຂ່າວ: ກຸກກິກ ບຸດດາໄຊ)