loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສໍາມະນາການເປັນປະທານກອງປະຊຸມໄອປາ ຄັ້ງທີ 45 ໃຫ້ການນໍາສະພາແຫ່ງຊາດ

ສ.ຫ. 29, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນວັນທີ 27-28 ສິງຫາ 2024 ທີ່ສະພາແຫ່ງຊາດ ໄດ້ມີການຈັດກອງປະຊຸມສໍາມະນາກ່ຽວກັບການເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໃຫ້ແກ່ການນຳຂອງສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດທີ່ກ່ຽວຂ້ອງ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ (Siti Rozaimeriyanty Dato Haji Abdul Rahman) ເລຂາທິການໃຫຍ່ໄອປາ; ມີບັນດາທ່ານໃນຄະນະປະຈຳສະພາແຫ່ງຊາດທີ່ຈະເປັນປະທານກອງປະຊຸມປິ່ນອ້ອມໄອປາ, ສະມາຊິກສະພາແຫ່ງຊາດທີ່ສັງກັດໃນແຕ່ລະອະນຸກໍາມະການ. ໃນກອງປະຊຸມສຳມະນາຄັ້ງນີ້ ໄດ້ມີການເຊື້ອເຊີນເອົາບັນດາຊ່ຽວ ຊານທີ່ປຶກສາທີ່ມາຈາກປະເທດຫວຽດນາມ, ໄທ, ຟີລິບປິນ, ອິນໂດເນເຊຍ ແລະ ກອງເລຂາໄອປາ ພ້ອມດ້ວຍອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນຳຂອງສະພາແຫ່ງຊາດ ໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາ ຊຽນ ຄັ້ງທີ 45 ໂດຍສະເພາະແມ່ນການເປັນປະທານກອງປະຊຸມ, ການຄວບຄຸມ ແລະ ບັນຊາກອງປະຊຸມ, ການປະກອບຄຳເຫັນຕໍ່ກອງປະຊຸມ, ທັກສະໃນການເຈລະຈາ, ກົນໄກການພິຈາລະນາຕົກລົງບັນຫາຂອງໄອປາ ທັງເປັນການສະໜອງຂໍ້ມູນກ່ຽວກັບອົງການ, ບົດບາດ ແລະ ກົນໄກການດຳເນີນງານຂອງໄອປາ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນເນັ້ນໜັກເຖິງຄວາມສຳຄັນຂອງກອງປະ ຊຸມສຳມະນາຄັ້ງນີ້ ເຊິ່ງຈະເປັນໂອກາດທີ່ດີໃຫ້ແກ່ບັນດາທ່ານການນຳຂອງສະພາແຫ່ງຊາດລາວ ໄດ້ແລກປ່ຽນປະສົບການ, ຖອດຖອນບົດຮຽນນຳຊ່ຽວຊານມາຈາກຫຼາຍປະເທດທີ່ມີປະສົບການຕົວຈິງ ເພື່ອນຳໃຊ້ເຂົ້າໃນການເປັນປະທານກອງປະຊຸມໃນຕໍ່ໜ້າ ໂດຍສະເພາະແມ່ນບັນດາໜ້າວຽກທີ່ຈະໄດ້ກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45.
ໃນກອງປະຊຸມດັ່ງກ່າວ ມີການຮັບຟັງ ແລະ ສົນທະນາບັນຫາສໍາຄັນຄື: 1) ແລກປ່ຽນປະສົບການກ່ຽວກັບການທູດລັດຖະສະພາໃນລະດັບພາກພື້ນ ແລະ ສາກົນ – ວິທີການເພື່ອບັນລຸຜົນສໍາເລັດ; 2) ໜ້າວຽກທີ່ສໍາຄັນຂອງກອງປະຊຸມໃຫຍ່ໄອປາຄັ້ງທີ 45: ວາລະ, ລະບຽບ ແລະ ຂັ້ນຕອນ, ການປະຕິບັດຕົວຈິງ; 3) ຄວາມເຂົ້າໃຈກ່ຽວກັບການຮ່າງມະຕິ ແລະ ການນໍາສະເໜີມະຕິໃນກອງປະຊຸມໄອປາ: ລົງເລິກດ້ານເນື້ອໃນ ແລະ ບັນຫາລະອຽດອ່ອນ; 4) ການເປັນປະທານກອງປະຊຸມຄະນະບໍລິ ຫານງານ ແລະ ກອງປະຊຸມຄະນະກຳມາທິການປະຈໍາຕ່າງໆຂອງໄອປາ: ປະສົບການ, ການປະຕິບັດທີ່ດີ ແລະ ທັກສະທີ່ຈໍາເປັນ; 5) ການເຊື່ອມໂຍງບົດບາດຍິງຊາຍເຂົ້າໃນການທູດລັດຖະສະພາ (ໂດຍສະເພາະໃນກອງປະຊຸມ WAIPA) ແລະ ບັນຫາທີ່ກ່ຽວຂ້ອງຈຳນວນໜຶ່ງ.
(ນາງ ກຸກກິກ ບຸດດາໄຊ)