loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານສະພາແຫ່ງຊາດ ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ (ສະບັບປັບປຸງປີ 2022) ທີ່ແຂວງໄຊຍະບູລີ

​ກ.ກ. 12, 2024 | ເຂດ 7 ໄຊ​ຍະບູລີ

ທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ເປັນປະທານເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງປີ 2022) ຊຶ່ງໄດ້ຈັດຂຶ້ນໃນວັນທີ 10 ກໍລະກົດ 2024 ນີ້ ຢູ່ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຮັລຟັງການເຜີຍແຜ່ຄັ້ງນີ້ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ມີປະທານ, ຮອງປະທານສະພາປະຊາຊົນແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ມີບັນດາທ່ານຈາກພະແນກການອ້ອມຂ້າງແຂວງ ພ້ອມດ້ວຍອໍານາດການປົກຄອງນາຍບ້ານໃນເທດສະບານແຂວງເຂົ້າຮ່ວມ.


ໃນໂອກາດນີ້ ທ່ານ ເພັງນິເພັງ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ກ່າວຕ້ອນຮັບ ແລະ ລາຍງານທີ່ຕັ້ງຈຸດພິເສດ ແລະ ການພັດທະນາເສດຖະກິດພື້ນຖານໂຄງລາງຂອງແຂວງໄຊຍະບູລີ ໂດຍລວມແລ້ວທ່າແຮງທີ່ເປັນມູນເຊື້ອຂອງແຂວງໃນການພັດທະນາເສດຖະກິດສັງຄົມຕາມທິດ 3 ເສົາຄໍ້າຄື: ເອົາການຜະລິດຕິດພັນກັບການປຸງແຕ່ງເພື່ອສົ່ງອອກ, ການພັດທະນາດ້ານການບໍລິການຕິດພັນກັບການທ່ອງທ່ຽວ ແລະ ການພັດທະນາພະລັງງານໄຟຟ້າເຫັນວ່າເສດຖະກິດຂອງແຂວງໄຊຍະບູລີເຕີບໂຕດ້ວຍຈັງຫວະ 4,5-5% ຕໍ່ປີ.

ຈາກນັ້ນ ທ່ານ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ການເຜີຍແຜ່ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ໄດ້ດໍາເນີນໄປໃນຂອບເຂດທົ່ວປະເທດ ໃຫ້ແກ່ກະຊວງ, ອົງການ ແລະ ຂະແໜງການຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນ ອົງການຈັດຕັ້ງລັດ ແລະ ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບວຽກງານການແກ້ໄຂຄໍາຮ້ອງທຸກ ແລະ ເປັນການເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນ ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ເປັນຕົ້ນ: ຄວາມໝາຍ ແລະ ປະເພດຂອງຄໍາຮ້ອງທຸກ, ສິດ ແລະ ໜ້າທີ່, ຂັ້ນຕອນ ແລະ ວິທີການໃນການແກ້ໄຂ,ຄວາມຮັບຜິດຊອບຂອງອົງການທີ່ແກ້ໄຂຄໍາຮ້ອງທຸກໃນແຕ່ລະປະເພດ ຄື: ຄໍາສະເໜີ, ຄໍາຮ້ອງຟ້ອງ ແລະ ຄໍາຮ້ອງຂໍຄວາມເປັນທໍາ ແນ່ໃສ່ເຮັດໃຫ້ອົງການຈັດຕັ້ງລັດ ແລະ ພາກສ່ວນຕ່າງໆ ໃນສັງຄົມ ມີຄວາມຮັບຮູ້ເຂົ້າໃຈເປັນເອກະພາບກັນໃນການນຳໃຊ້ ແລະ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກໃນໄລຍະຜ່ານມາ ເຫັນໄດ້ວ່າ ກົດໝາຍດັ່ງກ່າວ ໄດ້ກາຍເປັນເຄື່ອງມືສຳຄັນໃຫ້ແກ່ ອົງການຈັດຕັ້ງລັດທີ່ຮັບຜິດຊອບແກ້ໄຂຄໍາຮ້ອງທຸກ ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ, ທັງເປັນການສ້າງເງື່ອນໄຂໃຫ້ປະຊາຊົນ ສາມາດເຂົ້າເຖິງຂະບວນການຍຸຕິທໍາຫຼາຍຂຶ້ນ, ສິດ ແລະ ຜົນປະໂຫຍດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໄດ້ຮັບການປົກປ້ອງ ຕາມລັດຖະທໍາມະນູນ ແລະ ກົດໝາຍ ອັນເປັນການປະກອບສ່ວນເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ສະນັ້ນ, ຍ້ອນເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ຈຶ່ງຈໍາເປັນໄດ້ມີການເຜີຍແຜ່ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກໃຫ້ກວ້າງຂວາງໄປທົ່ວໃນສັງຄົມ. ນັບແຕ່ ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກ ສະບັບທໍາອິດ ໄດ້ຖືກປະກາດໃຊ້ໃນປີ 2005 ແລະ ໄດ້ຮັບການປັບປຸງມາແລ້ວ 03 ຄັ້ງຄື: ສະບັບປັບປຸງປີ 2014, 2016 ແລະ ສະບັບປັບປຸງປີ 2022 ທີ່ໄດ້ມີຜົນສັກສິດນໍາໃຊ້ໃນປະຈຸບັນ. ໃນໄລຍະຜ່ານມາ ກໍາມາທິການຍຸຕິທໍາ ໂດຍໄດ້ຮັບການມອບ ໝາຍຈາກຄະນະປະຈໍາສະພາແຫ່ງຊາດ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກຢູ່ຂັ້ນສູນກາງ(ບັນດາກະຊວງ, ອົງການ) ແລະ ທ້ອງຖິ່ນ (ບັນດາແຂວງ)ແລ້ວຈໍານວນ 10 ແຂວງ ຄື: ແຂວງ ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ,ເຊກອງ ແລະ ອັດຕະປື ແລະ ປະຈຸບັນສະພາແຫ່ງຊາດ ພວມສືບຕໍ່ເຜີຍແຜ່ໃຫ້ບັນດາແຂວງທີ່ຍັງເຫຼືອຄື: ນະຄອນຫຼວງວຽງຈັນ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊຍະບູລີ, ບໍ່ແກ້ວ ແລະ ວຽງຈັນ ເພື່ອໃຫ້ສໍາເລັດພາຍໃນປີ 2024 ນີີ້.ສໍາລັບການເຜີຍແຜ່ກົດໝາຍ ຢູ່ແຂວງໄຊຍະບູລີ ຄັ້ງນີ້ ພວກເຮົາຈະໃຊ້ເວລາ ພຽງແຕ່ເຄິ່ງວັນ, ພາຍຫຼັງສໍາເລັດການເຜີຍແຜ່ ພວກເຮົາຈະໄດ້ແລກປ່ຽນຄຳເຫັນຊຶ່ງກັນ ແລະ ກັນກ່ຽວກັບເນື້ອໃນ ກົດໝາຍ ສະບັບດັ່ງກ່າວ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງ ຜັນຂະຫຍາຍກໍ່ຄື ການຈັດຕັ້ງປະຕິບັດ ກົດ ໝາຍວ່າດ້ວຍ ການແກ້ໄຂຄໍາຮ້ອງທຸກສະບັບນີ້ ມີປະສິດທິພາບ, ມີປະສິດທິຜົນ ແລະ ເຂັ້ມງວດຕາມກົດໝາຍໄດ້ກໍານົດ.ໄວ້.
…………………….
ຂ່າວ+ພາບ: ອິນທີ ຂຽວສີຟ້າ.