ຮອງປະທານ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ພະແນກແຜນການ ແລະ ການລົງທຶນ ນວ.

ພ.ພ. 30, 2024

ວັນທີ 28 ພຶດສະພາ 2024, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ, ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ 2024 ຢູ່ພະແນກແຜນການ ແລະ ການລົງທຶນ ນວ ໂດຍການຕ້ອນຮັບຂອງ ທ່ານ ທະນົງສິນ ແສງພະວົງ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ, ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການຂອງພະແນກ ແລະ ວິຊາການຈຳນວນໜຶ່ງ ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ໃນການລົງເຮັດວຽກຄັ້ງນີ້ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງພະແນກແຜນການ ແລະ ການລົງທຶນ; ເຊິ່ງໄລຍະ 4 ເດືອນຜ່ານມາ ການປະຕິບັດບັນດາຄາດໝາຍ ໃນມະຕິກອງປະຊຸມ ສະພາປະຊາຊົນ ນວ ໄດ້ຮັບຮອງ ເປັນຕົ້ນ: ດ້ານເສດຖະກິດໂດຍທຽບໃສ່ໄລຍະດຽວກັນຂອງປີ ການຜະລິດເຂົ້ານາແຊງ ຫຼຸດລົງ 22,76%, ການປູກພືດຜັກໃນລະດູແລ້ງ ເພີ່ມຂຶ້ນ 12%, ປູກພືດຜັກອິນຊີ (OA) ເພີ່ມຂຶ້ນ 50%, ການປູກໄມ້ໃຫ້ໝາກ ແມ່ນໄດ້ສືບຕໍ່ບົວລະບັດເນື້ອທີ່ເກົ່າທີ່ປູກໃນລະດູຜ່ານມາ, ການສະໜອງທາດຊີ້ນ ເປັນຕົ້ນ ຊີ້ນສັດປີກ ທຽບໃສ່ມະຕິສະພາ ເທົ່າກັບ 31,59% ແລະ ສາມາດຜະລິດໄຂ່ ເທົ່າກັບ 40,96%; ດ້ານງົບປະມານ ຈັດເກັບລາຍຮັບເຂົ້າງົບປະມານ ເທົ່າກັບ 48,06% ແລະ ດ້ານລາຍຈ່າຍ ສາມາດປະຕິບັດໄດ້ 33,09%; ດ້ານການລົງທຶນລັດ: ໃນປີ 2024 ໄດ້ຮັບງົບປະມານໂຄງການລົງທຶນຂອງລັດ ທັງໝົດ 545 ໂຄງການ, ເປັນມູນຄ່າ 190,93 ຕື້ກີບ ແລະ ໄດ້ແຈ້ງແຜນລົງທຶນຂອງລັດ ໃຫ້ແຕ່ລະພາກສ່ວນ ເພື່ອຈັດຕັ້ງປະຕິບັດ ໃນວັນທີ 7 ພຶດສະພາ 2024, ປັດຈຸບັດແມ່ນຢູ່ໃນຂັ້ນຕອນການຄົ້ນຄວ້າສັງລວມ ການຈັດຕັ້ງປະຕິບັດ; ນອກຈາກນີ້, ຍັງມີເຂດວຽກງານອື່ນໆ ເຊິ່ງຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະພາ ປະຊາຊົນ ນວ ທີ່ໄດ້ຮັບຮອງໃນໄລຍະຜ່ານມາ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຄະນະລົງເຮັດວຽກ ຍັງໄດ້ຮັບຟັງການລາຍງານ ກ່ຽວກັບຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານຂອງພະແນກ ເປັນຕົ້ນ: ການນໍາໃຊ້ອຸປະກອນ, ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນການຜະລິດ, ການຫັນເປັນອຸດສະຫະກໍາ ຍັງເຮັດໄດ້ໜ້ອຍ, ຕົວແບບການຜະລິດເປັນສິນຄ້າ, ກຸ່ມການຜະລິດ, ສະຫະກອນແບບໃໝ່ ຂະຫຍາຍຕົວຊ້າ; ນະໂຍບາຍເຂົ້າເຖິງສິນເຊື່ອຍັງມີຂໍ້ຫຍຸ້ງຍາກ ໃຫ້ແກ່ຊາວກະສິກອນໂດຍສະເພາະແມ່ນສິ່ງຄ້ຳປະກັນ; ກົນໄກການຄຸ້ມຄອງການພັດທະນາສີມືແຮງງານ ຍັງບໍ່ທັນເປັນລະບົບ, ການພັດທະນາສີມືແຮງງານໄລຍະສັ້ນ ແລະ ໄລຍະຍາວ ຍັງບໍ່ທັນສາມາດຕອບສະໜອງໄດ້ ຕາມຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ຄະນະລົງເຮັດວຽກ ກໍໄດ້ມີຄຳເຫັນແລກປ່ຽນຕໍ່ການລາຍງານ ແລະ ເຈາະຈິ້ມຕໍ່ບາງບັນຫາທີ່ເປັນຫາງສຽງສັງຄົມ ພ້ອມທັງໄດ້ນຳເອົາຄຳສະເໜີຂອງປະຊາຊົນ ໄປຊັກຖາມແລກປ່ຽນກັບພະແນກການ, ເຊິ່ງກໍໄດ້ຮັບການຊີ້ແຈງຕໍ່ບັນຫາຕ່າງທີ່ທາງຄະນະຜູ້ແທນໄດ້ຊັກຖາມ ແລະ ພະແນກການ ກໍໄດ້ຮັບເອົາຄຳຄິດ-ຄຳເຫັນຂອງຄະນະຜູ້ແທນ ນຳໄປຄົ້ນຄວ້າພິຈາລະນາ ແລະ ຫາທິດທາງແກ້ໄຂໃນຕໍ່ໜ້າ.