ດັ້ນກີບເມກ
ຄວາມທຸກ-ທຸກຈົນຂາດຊັບສິນມາລ້ຽງຊີວິດ ເປັນບັນຫາສຳຄັນທີ່ເຮັດໃຫ້ ບາງຄົນທໍ້ແທ້ສິ້ນຫວັງ ຫຼື ສູນເສຍອະນາຄົດ, ບໍ່ມີເງິນຈ່າຍຄ່າຮຽນ-ອອກໂຮງຮຽນ ເພື່ອຫາລ້ຽງຊີບ ໃຫ້ຢູ່ລອດ ເຊິ່ງບັນຫາບາງປະເພດ ຢ່າລືມວ່າມັນເກີດມາຈາກ ກົນໄກ ຫຼື ໂຄງສ້າງຂອງສັງຄົມ ທີ່ສອດສານ ກ່ອມເກົາມາດົນນານ ເພາະກົນໄກສັງຄົມບາງປະເພດ ຊັກນຳໃຫ້ຜູ້ມີກຳລັງຊັບໄດ້ປຽບຜູ້ບໍ່ມີ ອາດນຳມາສູ່ຮູບແບບ ການກີດກັນໄປໃນໂຕ ພາໃຫ້ຊ່ອງວ່າງຄົນ ມີຖານະຫ່າງກັນໄປເລື້ອຍໆ.
ພະພຸດທະເຈົ້າເຄີຍກ່າວໄວ້ວ່າ: ຄົນຈົນບໍ່ມີຊັບ ຍ່ອມກູ້ໜີ້ ເຖິງແມ່ນຮູ້ຢູ່ວ່າ ການເປັນໜີ້ເປັນທຸກກໍຕາມ, ຮູ້ວ່າຕ້ອງເສຍດອກເບ້ຍ ກໍຕ້ອງຍອມ ເພາະມີຄວາມຈຳເປັນໃຫ້ຊີວິດຢູ່ລອດ, ປັດໄຈ 4 ຄື: ອາຫານ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ, ທີ່ຢູ່ອາໄສ ນັ້ນເປັນຂອງຈຳເປັນ ຄົນເຮົາຕໍ່ສູ້ອຸປະສັກ ກໍເພື່ອປັດໄຈເຫຼົ່ານັ້ນ ຖ້າຄົນເຮົາຂາດບາງປັດໄຈຂ້າງເທິງ ກໍຖືວ່າທຸກຈົນ ຕ້ອງໄດ້ຕໍ່ສູ້-ສະແຫວງຫາ ໃຫ້ໄດ້ມາລ້ຽງຊີວິດ, ພະພຸດທະເຈົ້າ ເນັ້ນວິທີແກ້ບັນຫາ ໃຫ້ໃຊ້ສະຕິປັນຍາ-ເພິ່ງຕົນເອງເປັນຫຼັກ ດ້ວຍຫຼັກການທີ່ໜຶ່ງຄື ຂະຫຍັນອົດທົນເພິ່ງຕົນເອງກ່ອນ ບໍ່ແມ່ນວ່າຍາມໃດກໍຈະຮຽກຮ້ອງໃຫ້ຄົນອື່ນຊ່ວຍຕະຫຼອດເວລາ ຂະຫຍັນອົດທົນ, ປະຢັດຄືກັບເຜີ້ງເຮັດຮັງ ຄ່ອຍກໍ່ຮ່າງສ້າງຕົວ ເທື່ອລະກ້າວສຸດທ້າຍໄດ້ຮັງໃຫຍ່ສວຍງາມ. ຫຼັກການທີ 2 ຄື: ສອນໃຫ້ຮູ້ຈັກ ບໍລິຫານລາຍໄດ້ໃຫ້ເປັນ ແບ່ງໃຊ້ຈ່າຍ, ປະຢັດອົດອອມ, ຮູ້ຈັກຊັ່ງຊາສະຕິປັນຍາ ແລະ ກຳລັງຂອງຕົນ ບໍ່ທຸ້ມເທຈົນໝົດກຳລັງ ພາໃຫ້ເຈັບປ່ວຍ ໝາຍຄວາມວ່າ ໃຫ້ຢຶດຫຼັກ ນົກນ້ອຍໃຫ້ສ້າງຮັງເໝາະກັບຕົນ, ເພິ່ງຕົນເອງ ແລະ ບໍ່ດູໝິ່ນເງິນນ້ອຍ ຄອຍແຕ່ວາດສະໜາ ເພາະວາດສະໜາ ຊີວິດເຮົາຕ້ອງສ້າງມັນຈາກມືຂອງເຮົາ.
ສະຫຼຸບຄາຖາສູ້ຊີວິດຄື: ຫຼັກການເພິ່ງຕົນເອງ-ຂະຫຍັນປະຢັດ, ຮູ້ຈັກແບ່ງໃຊ້ຈ່າຍ ຕໍ່ສິ່ງຈຳເປັນ, ບໍ່ຫຼົງຕົນເອງ ເຫີ່ຕາມກະແສມັນຊິທຸກພາຍຫຼັງ.