ດັ້ນກີບເມກ
ບູຮານວ່າ ນໍ້າຍ້ອຍຫອຍຈຶ່ງໄຕ່ ຫຼື ຫອຍໄຕ່ໄປຫານໍ້າ ເຊິ່ງຂອງບາງອັນ ກ່ອນຈະເກີດຂຶ້ນຕ້ອງມີເຫດມີຜົນທີ່ ມາຂອງມັນ, ກໍລະນີເກີດເລື່ອງເສຍຫາຍ ທຳລາຍສັດທາຊາວພຸດ ລະຫວ່າງ ພະກັບແມ່ອອກນັ້ນ ສັງຄົມລາວໃຜໆ ກໍຮັບຮູ້ວ່າ ບໍ່ແມ່ນພະດິນຈີ່ຊີມັງ-ຜູ້ຂຽນໄດ້ຍິນຄູ, ອາຈານ ຜູ້ໃຫຍ່ເພິ່ນສອນປຽບທຽບວ່າ ຄູບາພະສົງ ປຽບຄືຊ້າງຕົກມັນ; ແມ່ອອກ (ສີກາ) ເຂົ້າວັດນັ່ງໃກ້ຕ້ອງໄດ້ລະວັງມີສະຕິ ບໍ່ດັ່ງນັ້ນ ນໍ້າຍ້ອຍຫອຍກໍພ້ອມໄຕ່ໄປຫາໂລດ.
ເລື່ອງພະສົງອົງໜຶ່ງເກີດຂຶ້ນກັບຜູ້ຍິງນັ້ນ ຖ້າເວົ້າທາງວິໄນ ກໍຕ້ອງໄດ້ສິກຂາລາເພດ ເຊິ່ງມັນຮຽກຮ້ອງເຖິງ ອົງການສົງໂດຍກົງ ໃນການຈັດການແກ້ໄຂ ບັນຫາວ່ອງໄວໃຫ້ແຈ່ມແຈ້ງແກ່ສັງຄົມ ບໍ່ໃຫ້ມີຂໍ້ແຄງໃຈ ສົງໄສ ຫຼື ບາງທີ ກໍອາດມີເລື່ອງໜ້ອຍກວ່ານັ້ນ ກໍມີປາກົດໄດ້ ຍິນຊາວບ້ານຊາວວັດຈົ່ມເປັນຫາງສຽງວ່າ ມີພະສົງບາງເຂດ-ບາງອົງຍັງຊອກຫາແຜ່ປັດໄຈ ນຳຍາດໂຍມຢູ່ຫຼາຍຕະຫຼາດ ທີ່ບໍ່ໄດ້ຮັບອະນຸຍາດ ຫຼື ມີຄຳສັ່ງຈາກ ອ.ພ.ສ ສູນກາງແລ້ວວ່າ ບໍ່ໃຫ້ເຮັດ ແຕ່ກໍຍັງມີ ແລະ ບໍ່ສາມາດຄວບຄຸມໄດ້, ການປົກປ້ອງຄຸ້ມຄອງສາສະໜາ ຫຼື ຮັກສາສັດທາ ບໍ່ໃຫ້ເສື່ອມເສຍນັ້ນ ຜູ້ຂຽນຄິດວ່າ: ເປັນໜ້າທີ່ຂອງຊາວບ້ານຄືກັນ ທີ່ຕ້ອງເປັນແວ່ນແຍງສອດສ່ອງກັນ ລະຫວ່າງຊາວບ້ານ ແລະ ຊາວວັດ ເພາະພຸດທະສາສະໜາ ຈະເລີນຢູ່ໄດ້ ຕ້ອງອາໄສພຸດທະບໍລິສັດ 4, ຜູ້ຂຽນໄດ້ຟັງຫາງສຽງສັງຄົມຖາມເຖິງ ໜ່ວຍງານກ່ຽວຂ້ອງວ່າຄຸ້ມຄອງແກ້ໄຂ ແລະ ຫາວິທີປ້ອງກັນໄວ້ແນວໃດ? ການປ້ອງກັນ, ຫາວິທີເຜີຍແຜ່-ເຊື່ອມຊຶມ ມາດຕະການໃຫ້ແຕ່ລະຂັ້ນ ການປົກຄອງຂອງ ອ.ພ.ສ ເຂັ້ມງວດຂຶ້ນກໍແມ່ນວິທີໜຶ່ງ ທີ່ພໍຕອບຂໍ້ສົງໄສຂອງສັງຄົມໄດ້.
ສັງລວມວ່າ ການເຂັ້ມງວດກວດຂັນ, ສ່ອງສອດພຶດຕິກຳໃຫ້ປອດໃສ ກໍແມ່ນວິທີໜຶ່ງທີ່ສ້າງສັດທາ, ຮັກສາສັດທາປະຊາຊົນ, ການຫາທາງແກ້ໄຂປ້ອງກັນໄວ້ນັ້ນ ຄິດວ່າດີກວ່າ ໃຫ້ເລື່ອງເກີດຂຶ້ນ ຕາມໄປແກ້ໄຂພາຍຫຼັງ ເລື່ອງສັງຄົມຕິຕຽນນັ້ນສຳຄັນຫຼາຍ ເພາະສັດທາເປັນເລື່ອງໃຫຍ່ ແລະ ລະອຽດອ່ອນສຳລັບຊາວພຸດ.