ດັ້ນກີບເມກ
ເມື່ອເວົ້າເຖິງສູດຂອງການພັດທະນາ ຖ້າເວົ້າເປັນສ່ວນບຸກຄົນ ອາດຢາກມີຄວາມຮູ້ ມີອາຊີບໄດ້ເງິນ ລ້ຽງຊີວິດຄອບຄົວ ຖ້າເວົ້າໃນແງ່ຊາດ ຫຼື ສັງຄົມ ເທົ່າທີ່ຜູ້ຂຽນຮູ້ ກໍແມ່ນເນັ້ນໃສ່ວ່າ ພັດທະນາໃຫ້ຍືນຍົງຕາມທິດສີຂຽວ ເຊິ່ງມຸ່ງໃສ່ພັດທະນາແລ້ວໃຫ້ໝັ້ນຄົງຖາວອນ ບໍ່ທຳລາຍທຳມະຊາດ ເປັນມິດກັບສິ່ງແວດລ້ອມ ແຕ່ວ່າບາງເຂດບາງທ້ອງຖິ່ນ ມີສວນກະເສດນາຍທຶນ ໃຊ້ເຄມີເໝັນເນົ່າ ເປັນພິດຕໍ່ສິ່ງແວດລ້ອມ ຊາວບ້ານມີຫາງສຽງຂຶ້ນຮອດຫ້ອງການບ້ານ.
ທິດສະດີຂຽນເປັນນະໂຍບາຍດີ ແຕ່ພາກປະຕິບັດເຮົາບໍ່ໄດ້ກວດກາຕິດຕາມລະອຽດ ແລະ ຟັງສຽງປະຊາຊົນນັ້ນ ບັນຫາມັນຈະຖືກບົ່ມໄວ້ໃນໃຈ ເພາະບໍ່ມີໃຜເອົາໃຈໃສ່ແກ້ໄຂ; ພັດທະນາ 4 ດ້ານ ຜູ້ຂຽນມຸ່ງເອົາ ວິທີການສອນກ່ຽວກັບການພັດທະນາຂອງ ພະພຸດທະເຈົ້າ ທີ່ເນັ້ນສ້າງຄວາມສົມດຸນ ແກ່ຊີວິດຂອງມະນຸດ ພ້ອມທັງຮັກສິນທຳ ຢູ່ຮ່ວມກັນຢ່າງສະຫງົບສຸກຄື:
(1) ພັດທະນາກາຍ ໃຫ້ຊີວິດມີສຸຂະພາບເຂັ້ມແຂງ ກິນຢູ່ໃຫ້ສະອາດ
(2) ພັດທະນາຈິດໃຈ ມຸ່ງໃຫ້ຈິດໃຈມີຄວາມສະຫງົບສຸກ, ຮູ້ຈັກປ່ອຍວາງ ບໍ່ບຽດບຽນທຳມະຊາດ ແລະ ຄົນ ພະຍາຍາມເຝິກຈິດໃຫ້ບໍລິສຸດສະອາດ ບໍ່ອິດສາ ບັງບຽດຄົນອື່ນ ເພາະມັນຈະນຳມາເຊິ່ງຄວາມທຸກ
(3) ພັດທະນາສິນ ຄືພັດທະນາລະບຽບວິໄນ ເຊິ່ງເປັນກົດກະຕິກາ ຢູ່ຮ່ວມກັນ ຄົນ, ສັດ, ທຳມະຊາດ ບໍ່ທຳລາຍ, ບໍ່ບຽດບຽນ ເຄົາລົບກັນ ເປັນການຮັກສາຄວາມສະຫງົບສຸກ, ບໍ່ສໍ້ໂກງ, ບໍ່ມີອັກຄະຕິເຂົ້າຂ້າງ ຄົນທີ່ຕົນເອງມີຜົນປະໂຫຍດ ແຕ່ຕ້ອງເນັ້ນຮັກສາກົດລະບຽບ, ກະຕິກາຢູ່ຮ່ວມກັນຢ່າງສັນຕິ, ບໍ່ທຳລາຍສິ່ງແວດລ້ອມ ນີ້ຄືຂໍ້ດີຂອງການພັດທະນາສິນ.
(4) ພັດທະນາປັນຍາ ໃຫ້ມີຄວາມຮູ້ແຈ້ງໃນຊີວິດ, ມີປັນຍາເປັນຫຼັກການດຳເນີນຊີວິດ ບໍ່ແມ່ນໃຊ້ແຕ່ສັດທາ ເຫັນອັນໃດກໍເຫີ່ແລ່ນນຳກົ້ນໄປກາບໄຫວ້ບູຊາ…
ສັງລວມວ່າ: ພັດທະນາ 4 ດ້ານ ທັງຮ່າງກາຍ; ຈິດໃຈ; ລະບຽບກົດໝາຍ ແລະ ສະຕິປັນຍາ ເປັນຫຼັກການພັດທະນາຢູ່ຮ່ວມກັນຢ່າງສັນຕິ; ເຄົາລົບຄົນຮັກສາທຳມະຊາດ ເພາະມີສິນປ້ອງກັນໄວ້ ຄົນເຮົາຖ້າຂາດສິນທຳແລ້ວ ກໍຈະບໍ່ຮູ້ດີ-ຊົ່ວ!