ດັ້ນກີບເມກ
ເມື່ອເວົ້າເຖິງການໄດ້ການເສຍຜົນປະໂຫຍດ ໃຜກໍໃຈລຸກວຶບວັບຂຶ້ນມາທັນທີ ຖ້າໄດ້ປະໂຫຍດ ກໍຕື່ນເຕັ້ນ ຖ້າເສຍຜົນປະໂຫຍດກໍໜ້າແຫ່ວ ໃຈເສົ້າໝອງ ເຊິ່ງເຮົາຕ້ອງແຍກແຍະໃຫ້ອອກ ຖືກຕ້ອງ ວ່າອັນໃດຄືຜົນປະໂຫຍດທີ່ຄວນໄດ້ຮັບ ທີ່ເກີດຈາກການເຮັດວຽກ ແລະ ອັນໃດທີ່ບໍ່ຄວນໄດ້ແຕ່ຢາກໄດ້ ເຂົ້າທໍານອງໃຈຂີ້ໂລບ, ຄວາມຄິດໂລພາ ຖືເອົາແຕ່ປະໂຫຍດຝ່າຍດຽວຈົນບໍ່ສົນສ່ວນລວມ ແລະ ຄົນອ້ອມຂ້າງ ຖ້າວ່າບໍລິສັດໃດ, ໜ່ວຍງານໃດ ຫາກໄດ້ຫົວໜ້າເຫັນແກ່ໄດ້ ລູກນ້ອງມີຫວັງອົດແນ່ນອນ.
ຜູ້ຂຽນຍົກຕົວຢ່າງ: ຄຸນນະທໍາຂັດຜົນປະໂຫຍດຂອງນັກຮົບຈູ່ລົ້ງ ໃນເລື່ອງສາມກົກຂອງຈີນ ທີ່ຕໍ່ສູ້ເສິກສົງຄາມກັບເລົ່າປີ່ມາຫລາຍປີ ຈົນໄດ້ໄຊຊະນະປົກຄອງບ້ານເມືອງ ພໍເຖິງເວລາປະຊຸມກັນບັນດາເສນາອາມາດ ກໍສະເໜີໃຫ້ຈັດແບ່ງທີ່ດິນແກ່ຕົນ ແຕ່ຈູລົ້ງສະເໜີຄໍາເຫັນຂັດຂວາງທັນທີວ່າ ຄວນເຫັນແກ່ປະຊາຊົນທຸກຍາກທີ່ຕ້ອງການທີ່ດິນປູກເຂົ້າ-ເຮັດຮົ້ວສວນ ເພື່ອແກ້ໄຂບັນຫາເສດຖະກິດປາກທ້ອງຂອງປະຊາຊົນ.
ຜູ້ນໍາຢ່າງເລົ່າປີ່ ຈຶ່ງຕັດສິນໃຈ ແບ່ງທີດິນໃຫ້ປະຊາຊົນ ເຖິງວ່າຈະຂັດໃຈຂຸນນາງສ່ວນໃຫຍ່ກໍຕາມ. ຕົວຢ່າງ ຂ້າງເທິງນີ້ມັນໄດ້ເກີດຄໍາຖາມວ່າ: ຄຸນນະທໍາແມ່ນຫຍັງ? ການເຮັດເພື່ອສັງຄົມ ເພື່ອປະຊາຊົນສໍາຄັນແນວໃດ? ເຖິງແມ່ນວ່າຄໍາສະເໜີຂອງຈູ່ລົ້ງຈະຂັດຜົນປະໂຫຍດຄົນສ່ວນໃຫຍ່ໃນກອງທັບ ແຕ່ກໍເພື່ອແບ່ງປັນໃຫ້ປະຊາຊົນ ຈູ່ລົ້ງຍອມຖືກກຽດຊັງຂີ້ໜ້າ; ແຕ່ເຂົາເວົ້າ ແລະ ເຮັດເພື່ອປະຊາຊົນ ເຮົາຈະເຫັນທາດແທ້ຄຸນນະທໍາແບບຈູ່ລົ້ງ ທີ່ສະເໜີປະໂຫຍດແກ່ປະຊາຊົນ ເຊິ່ງຕ່າງກັບຂຸນນາງບາງກຸ່ມ ທີ່ອາດມີອຸດົມການຢູ່ໃນໃຈ ແຕ່ພໍພົບກັບຕໍໃຫຍ່ກວ່າຂັດຂວາງ ກໍພ້ອມຈະຍອມຫລົບໄຫລໄປຕາມນໍ້າເໜົ່າເໝັນ; ຄຳຖາມວ່າ: ຈູ້ລົ້ງ ໄດ້ຫຍັງແນ່ ທີ່ຂັດຜົນປະໂຫຍດພວກຂຸນນາງ ຄໍາຕອບໄດ້ຄວາມກຽດຊັງ ທີ່ສະເໜີຄວາມຄິດຂັດຜົນປະໂຫຍດຂອງພວກເຂົາ ແຕ່ວ່າໄດ້ຫລັກການຄຸນນະທໍາ; ເສຍສະຫລະເພື່ອຜົນປະໂຫຍດແກ່ຄົນສ່ວນໃຫຍ່ ເຂົ້າທໍານອງ ສ່ວນນ້ອຍຂັດສ່ວນໃຫຍ່ ຄຸນນະທໍາຂັດຜົນປະໂຫຍດ.
ຜູ້ຂຽນຄິດວ່າ: ອຸດົມການຄົນບໍ່ມີໃຜຮູ້ນອກຈາກຈະເວົ້າ ແລະ ສະແດງອອກທາງພຶດຕິກໍາ; ຄົນຈະນັບຖືສັດທາ ແຕ່ຜູ້ເວົ້າທີ່ມີການກະທໍາຕາມມາ ສອດຄ່ອງກັນບໍ່ແມ່ນເວົ້າດີເຂົ້າຫູ ແຕ່ການກະທໍາຂັດໃຈ.
ສະເໜີແລກປ່ຽນ.