

ວັນທີ 9 -10 ມິຖຸນານີ້ ສສຊ ປະຈໍາເຂດເລືອກຕັ້ງທີ3ແຂວງຫຼວງນໍ້າທາ, ນໍາໂດຍ ທ່ານຈັນທະສຸລີນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກໍາມະການເສດຖະກິດການເງິນ ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງສິງ, ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຢູ່ເຂດຕາແສງນໍ້າແກ້ວຫຼວງ, ຕາແສງຕາປ້າວດອນປ່ອຍ ແລະ ຢູ່ສະໂມສອນເມືອງ. ໃຫ້ກຽດເຂົ້າຮ່ວມຟັງ ມີຄະນະປະຈໍາ, ກໍາມະການພັກ, ພະນັກງານບໍານານ, 2ກໍາລັງ ປກຊ-ປກສ, ພະນັກງານລັດຖະກອນ, ອົງການປົກຄອງຕາແສງ, ບ້ານປະຊາຊົນເຂົ້າຮ່ວມລວມທັງໝົດ 288 ຄົນ, ຍິງ 88 ຄົນ.


ເນື້ອໃນເຜີຍແຜ່ມີດັ່ງນີ້ຜົນສໍາເລັດກອງປະຊຸມປະຖົມມະລຶກຂອງ ສສຊ ຊຸດທີX ໄດ້ພິຈາລະນາຮັບຮອງເອົາປະທານສະພາພ້ອມດວຍກົງຈັກຂອງສະພາແຫ່ງຊາດຊຸດທີX, ໂຄງປະກອບກົງຈັກບຸກຄະລາກອນພ້ອມດ້ວຍວຽກງານສໍາຄັນຂອງລັດຖະບານ, ບົດລາຍງານສານປະຊາຊົນສູງສຸດ, ອົງການໄອຍາການປະຊາຊົນສູງສຸດ, ບົດລາຍງານກວດສອບ, ກວດກາແຫ່ງລັດ, ແຜນເຄື່ອນໄຫວ ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງ ສສຊ ຊຸດທີX, ຜົນສໍາເລັດກອງປະຊຸມ ສສຂ ຊຸດທີV ໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງປະທານພ້ອມດ້ວຍກົງຈັກສະພາປະຊາຊົນແຂວງຊູດທີV, ປະທານຄະນະກໍາມະການປົກຄອງພ້ອມດ້ວຍໂຄງປະກອບ ແລະ ບຸກຄະລາກອນຂອງແຂວງ ໃນນີ້ມີສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການກວດກາລັດ, ວຽກງານສໍາຄັນຂອງແຂວງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ກວດກາລັດ, ສະພາປະຊາຊົນແຂວງ, ແຜນການສ້າງ ແລະ ປັບປຸງນິຕິກໍາຂອງແຂວງໃນໂອກາດນີ້ໄດ້ນໍາເຄື່ອງຊ່ວຍເຫຼືອຈໍານວນໜຶ່ງຕື່ມອີກ.

ໂດຍ ນາງ ອາເມີງ ວິແຄລູ
