ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2017: ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 6 ເດືອນຕົ້ນປີ ໄດ້ຮັບຜົນສໍາເລັດດີພໍສົມຄວນ ເຖິງວ່າສະພາບການຂອງໂລກ, ພາກພື້ນ ແລະ ຂອງ ສປປລາວ ຍັງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຫລາຍປະການ; ເສດຖະກິດຂອງໂລກ ແລະ ພາກພື້ນ ກໍຍັງສືບຕໍ່ຂະຫຍາຍຕົວຊ້າ ແລະ ບໍ່ແນ່ນອນ; ຫລາຍປະເທດໃນໂລກ ລວມທັງ ສປປລາວ ໄດ້ປະເຊີນກັບໄພພິບັດທາງທໍາມະຊາດ, ມີສັດຕູພືດເກີດຂຶ້ນໃນຂະແໜງກະສິກຳ; ສະພາບເສດຖະກິດ ຂອງ ສປປລາວ ຍັງສືບຕໍ່ມີຄວາມຫຍຸ້ງຍາກ ໂດຍສະເພາະ ປີ 2017 ເປັນປີເລີ່ມຕົ້ນຈັດຕັ້ງປະຕິບັດງົບປະມານ ຕາມປີປະຕິທິນ ເຊິ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຍັງບໍ່ທັນຄ່ອງຕົວດີເທົ່າທີ່ຄວນ. ແຕ່ເຖິງຢ່າງກໍດີ ດ້ວຍຄວາມພະຍາຍາມຂອງລັດຖະບານ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຄາດຄະເນ GDP ໝົດປີ 2017 ຈະບັນລຸໄດ້ 6,83% ທຽບໃສ່ແຜນສະພາຮັບຮອງ 7%, ລາຍໄດ້ສະເລ່ຍຕໍ່ຫົວຄົນປະມານ 2.472 ໂດລາສະຫະລັດ ເຊິ່ງລື່ນຄາດໝາຍທີ່ວາງໄວ້ (2.341 ໂດລາສະຫະລັດ), ອັດຕາເງິນເຟີ້ສະເລ່ຍ ຢູ່ໃນເກນປົກກະຕິ, ອັດຕາແລກປ່ຽນມີການເໜັງຕິງເລັກໜ້ອຍ ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນຢ່າງຕັ້ງໜ້າ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໄດ້ຮັບການເອົາໃຈໃສ່ດີຂຶ້ນ, ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ຮັບການເຊື່ອມສານ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງແຕ່ລະຂະແໜງການ, ການພັດທະນາຊັບພະຍາກອນມະນຸດ ໄດ້ຮັບການເອົາໃຈໃສ່ດ້ວຍການຍົກສູງຄຸນນະພາບການສຶກສາ ແລະ ຂະຫຍາຍໂອກາດດ້ານການສຶກສາ, ຕາໜ່າງສາທາລະນະສຸກຂັ້ນຮາກຖານໄດ້ເພີ່ມຂຶ້ນ, ຄຸນນະພາບການບໍລິການສຸຂະພາບ, ການຄວບຄຸມ ແລະ ປ້ອງກັນພະຍາດໄດ້ຮັບການເອົາໃຈໃສ່ດີຂຶ້ນ, ການພັດທະນາສີມືແຮງງານໄດ້ຮັບການເປີດກວ້າງ, ຮັກສາໄດ້ມູນເຊື້ອວັດທະນະທໍາທີ່ເປັນເອກະລັກຂອງຊາດ, ພາຫະນະສື່ມວນຊົນ ແລະ ລະບົບການສະໜອງຂໍ້ມູນ-ຂ່າວສານ, ການທ່ອງທຽວໄດ້ຮັບການພັດທະນາດີຂຶ້ນ ເຮັດໃຫ້ການໂຄສະນາແນວທາງນະໂຍບາຍຂອງພັກ-ລັດໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ໄດ້ສຳເລັດຜົນໃນຫລາຍດ້ານ, ຊັບພະຍາກອນທຳມະຊາດໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິຜົນ; ການເຊື່ອມໂຍງ, ການເຊື່ອມຈອດ, ການພົວພັນຮ່ວມມືທາງດ້ານເສດຖະກິດ ກັບພາກພື້ນ ແລະ ສາກົນໄດ້ມີການຂະຫຍາຍຕົວດີຂຶ້ນເປັນແຕ່ໄລຍະ.
ຄຽງຄູ່ກັບຜົນສໍາເລັດຂ້າງເທິງນັ້ນ ຄປຈສພຊ ເຫັນວ່າ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນຈຳນວນໜຶ່ງ ຍັງບໍ່ທັນສາມາດບັນລຸໄດ້ຕາມລະດັບຄາດໝາຍ ຕາມມະຕິທີ່ສະພາແຫ່ງຊາດຮັບຮອງ ເປັນຕົ້ນອັດຕາການເຕີບໂຕຂອງ GDP ປະຕິບັດໄດ້ 6,83% (ແຜນ 7%), ຄາດໝາຍການຜະລິດເຂົ້າ 98,16%, ຄາດໝາຍການຜະລິດແຮ່ທາດ 72,12 %, ການທ່ອງທ່ຽວ 88,8%, ການພັດທະນາສີມືແຮງງານ 12.805 ຄົນ ເທົ່າກັບ 9,7% (ແຜນ 131.600 ຄົນ), ການສະໜອງແຮງງານ 69.352 ຄົນ ເທົ່າກັບ 48,4% (ແຜນ 143.230 ຄົນ), ການເຂົ້າເຖິງການປະກັນສຸຂະພາບ 30,7% (ແຜນ 51%). ນອກຈາກນີ້, ຍັງມີຫລາຍຕົວເລກຄາດໝາຍຢູ່ໃນຂົງເຂດວັດທະນະທຳ-ສັງຄົມທີ່ຍັງມີຄວາມສ່ຽງຈະບໍ່ບັນລຸ ເຊັ່ນ: ອັດຕາລອດເຫລືອ, ອັດຕາຄ້າງຫ້ອງ, ອັດຕາປະລະການຮຽນ, ການຂາດສານອາຫານໃນເດັກອາຍຸຕໍ່າກ່ວາ 5 ປີ, ອັດຕາການຕາຍຂອງແມ່ ແລະ ເດັກ, ວຽກງານໂພຊະນາການ, ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຄຸນງາມ ວາມດີ ການປະຕິວັດຊາດປະຊາທິປະໄຕ, ການເກັບກູ້ລະເບີດ, ການຂະຫຍາຍຕາໜ່າງໂທລະໂຄ່ງ, ການສ້າງກຸ່ມບ້ານວັດທະນາທຳ, ການຈັດສັນງົບປະມານ ຂົ້າໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ການແກ້ໄຂຄວາມທຸກຍາກ.
ສາເຫດທີ່ບໍ່ສາມາດບັນລຸໄດ້ຄາດໝາຍ ຕົ້ນຕໍແມ່ນ ຖານຂໍ້ມູນບໍ່ແນ່ນອນ ເຮັດໃຫ້ການຂຶ້ນແຜນເບື້ອງຕົ້ນ ບໍ່ແທດກັບຄວາມເປັນຈິງ, ບາງຕົວເລກຄາດໝາຍສູງເກິນໄປ ຕົວຢ່າງ: ການທ່ອງທ່ຽວ, ການພັດທະນາສີມື ແລະ ການສະໜອງແຮງງານ; ຄວາມເປັນເຈົ້າການຂອງຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ບໍ່ທັນຈິງຈັງເທົ່າທີ່ຄວນ; ການສະໜອງງົບປະມານເພື່ອຈັດຕັ້ງປະຕິບັດແຜນ ບໍ່ທັນແທດເໝາະ, ບໍ່ທັນສົມຄູ່ກັນ ທັງຊັກຊ້າ ແລະ ແກ່ຍາວ; ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະກົນໄກປະສານງານ ລະຫວ່າງສາຍຕັ້ງສາຍຂວາງ ຍັງບໍ່ທັນກົມກຽວຈະແຈ້ງ ແລະ ຂາດໂຕ; ການສ້າງ ແລະ ຜັນຂະຫຍາຍບາງມາດຕາຂອງກົດໝາຍອອກເປັນນິຕິກຳລຸ່ມກົດໝາຍ ຍັງຊັກຊ້າ, ການເຄົາລົບ ແລະ ປະຕິບັດກົດໝາຍ, ນິຕິກຳລຸ່ມກົດໝາຍ ຍັງບໍ່ເຂັ້ມງວດ; ການລົງທຶນໃສ່ວຽກງານກໍ່ສ້າງຊັບພະຍາກອນມະນຸດ, ການເຝິກອົບຮົມວິຊາຊີບ ແລະ ສີມືແຮງງານ, ການສ້າງຄວາມເຂັ້ມແຂງໃຫ້ແກ່ກົງຈັກຊ່ວຍວຽກຂອງລັດ ຍັງບໍ່ທັນຕອບສະໜອງກັບໜ້າທີ່ການ ເມືອງໃນໄລຍະໃໝ່.
ແຜນພັດທະນາເສດຖະກິດ-ສັງຄົມ ປີ 2018: ຄປຈສພຊ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ລັດຖະບານທີ່ໄດ້ສຳເລັດການຫ້າງຫາກະກຽມແຜນພັດທະນາເສດຖະກິດ-ສັງຄົມປີ 2018 ດ້ວຍຄວາມຮັບຜິດຊອບສູງ, ມີໂຄງການແຜນງານທີ່ລະອຽດ ແລະ ຈະແຈ້ງກວ່າເກົ່າ ໂດຍສະເພາະໃນຂົງເຂດການເງິນ, ມີການວິເຄາະວິໄຈຢ່າງສົມເຫດສົມຜົນ. ຄປຈສພຊ ເຫັນດີເປັນເອກະພາບ ກັບລັດຖະບານທີ່ໄດ້ກຳນົດເອົາອັດຕາການເຕີບໂຕຂອງເສດຖະກິດເທົ່າກັບ 7% ແລະ ບັນດາຄາດໝາຍສູ້ຊົນ ເປັນຕົ້ນ 9 ນະໂຍບາຍ ແລະ ມາດຕະການການຈັດຕັ້ງປະຕິບັດແຜນປີ 2018 ໃນແຕ່ລະດ້ານ ແລະ ວຽກງານຈຸດສຸມທີ່ລັດຖະບານໄດ້ວາງອອກ ສູ້ຊົນຊຳລະໜີ້ສິນ 40% ຂອງລາຍຈ່າຍລົງທຶນ ເຊິ່ງເຫັນວ່າສອດຄ່ອງກັບແຜນດັດແກ້ມະຫາພາກ 4 ປີ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ເຊິ່ງຈະເປັນການປະກອບສ່ວນຢ່າງແຂງແຮງ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ບັນລຸເປົ້າໝາຍໃຫຍ່ໃນການພັດທະນາ ຄື ນຳເອົາປະເທດຊາດໃຫ້ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໄປຕາມທິດສີຂຽວ ແລະ ຢືນຍົງ, ຊັບພະຍາກອນທຳມະຊາດ ໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ຢ່າງມີປະສິດທິພາບປະສິດທິຜົນສູງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ.
ເພື່ອແກ້ໄຂບັນດາຂໍ້ຄົງຄ້າງໃນປີທີ່ຜ່ານມາ ຄປຈສພຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ບາງບັນຫາ ດັ່ງນີ້:
ດ້ານເສດຖະກິດ: ຄປຈສພຊ ເຫັນວ່າ ການເພີ່ມຂຶ້ນໃນຂະແໜງກະສິກໍາ 2,8%, ກວມເອົາປະມານ 15,73% ຂອງ GDP ເປັນຕົ້ນການຜະລິດເຂົ້າ ໃຫ້ບັນລຸ 4,22 ລ້ານໂຕນ ທຽບໃສ່ການຈັດຕັ້ງປະຕິບັດປີ 2017 4,27 ລ້ານໂຕນ ເຫັນວ່າຫລຸດລົງ ແຕ່ຕົວເລກດັ່ງກ່າວ ຍັງມີຄວາມສ່ຽງສູງທີ່ຈະບັນລຸ ຍ້ອນການຜະລິດກະສິກໍາສ່ວນໃຫຍ່ຍັງອີງໃສ່ທໍາມະຊາດ, ສະພາບດິນຟ້າອາກາດມີການປ່ຽນແປງ, ບໍ່ແນ່ນອນ ຍັງມີສະພາບສັດຕູພືດລະບາດ, ການນໍາໃຊ້ເຕັກ ນິກ-ວິທະຍາດເຂົ້າໃນການຜະລິດກະສິກຳ ຍັງບໍ່ທັນມີການຂະຫຍາຍຕົວເທົ່າທີ່ຄວນ;
ຂະແໜງການບໍລິການ ເພີ່ມຂຶ້ນ 6,4% ກວມເອົາ 41,83% ຂອງ GDP ທຽບໃສ່ປີ ຜ່ານມາ ເພີ້ມຂຶ້ນແຕ່ເຫັນວ່າຍັງມີຄວາມສ່ຽງທີ່ຈະສຳເລັດ ເປັນຕົ້ນຈຳນວນນັກທ່ອງທ່ຽວເຂົ້າມາ ສປປລາວ ໃຫ້ບັນລຸ 5,2 ລ້ານຄົນ ເຊິ່ງປີຜ່ານມາ (4,8/5,4) ບໍ່ໄດ້ຕາມແຜນ, ການຄົມມະນາຄົມ-ຂົນສົ່ງ ຍັງມີຄວາມຫຍຸ້ງຍາກ, ການລົງທຶນສ້າງສິ່ງອຳນວຍຄວາມສະດວກ ຍັງຈຳກັດ ແລະ ການບໍລິການໃຫ້ແກ່ການທ່ອງທຽວ ຍັງບໍ່ທັນກົມກຽວກັນເທົ່າທີ່ຄວນ.
ການສະໜອງນ້ຳສະອາດໃຫ້ໄດ້ 88%.
ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ເອົາໃຈໃສ່ຮີບຮ້ອນປັບປຸງກົນໄກບໍລິຫານ ທີ່ມີຫລາຍຂອດຂັ້ນອືດອາດຊັກຊ້າໃຫ້ຫລຸດລົງ, ກຳນົດລະບອບລະບຽບ ແລະ ບັນດານະໂຍບາຍຕ່າງໆ ໃຫ້ຄົບຊຸດ ແລະ ແທດເໝາະ, ຄົ້ນຄວ້າສະໜອງແຫລ່ງທຶນເພື່ອພັດທະນາໃຫ້ສົມຄູ່, ແທດເໝາະມີຄວາມຈະແຈ້ງແນ່ນອນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມບັນດາວິສາຫະກິດທີ່ເປັນພື້ນຖານລາຍຮັບຕົ້ນຕໍຂອງລັດ ລວມທັງການປັບປຸງບັນດາວິສາຫະກິດຂອງລັດ ໃຫ້ມີຄວາມເຂັ້ມແຂງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນທີ່ວາງອອກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຂົງເຂດວັດທະນະທໍາ–ສັງຄົມ: ໃນຂົງເຂດສຶກສາທິການ ແລະ ກິລາ ສະເໜີໃຫ້ສືບຕໍ່ເອົາໃຈໃສ່ພັດທະນາ ແລະ ປັບປຸງຄຸນນະພາບຂອງການສຶກສາທຸກຊັ້ນທຸກສາຍ ໂດຍສະເພາະການຕອບສະໜອງຄູອະນຸບານ, ຄູສາຍທຳມະຊາດ, ຄູພາລະສຶກສາ, ຄູສອນພາສາອັງກິດໃນຊັ້ນ ປ3 ບໍ່ພຽງພໍ, ສືບຕໍ່ຂະຫຍາຍໂຮງຮຽນອະນຸບານ, ຫ້ອງກຽມປະຖົມຢູ່ເຂດຊົນນະບົດ, ແກ້ໄຂບັນຫານັກຮຽນລົ້ນຫ້ອງ, ອັດຕາການປະລະການຮຽນກາງປີທີ່ຍັງມີຫລາຍ, ອັດຕາຄ້າງຫ້ອງຊັ້ນ ປ1-ປ2 ແລະ ການສອນຫ້ອງຄວບ, ປັບປຸງຫລັກສູດການຮຽນ-ການສອນ, ປຶ້ມຕໍາລາຮຽນ, ອຸປະກອນການຮຽນ-ການສອນ, ຫ້ອງທົດລອງ, ຫໍສະໝຸດ, ສົ່ງເສີມການຄົ້ນຄວ້າວິທະຍາສາດຢູ່ສະຖາບັນການສຶກສາ ໂດຍລົງທຶນໃສ່ໂຄງການບູລິມະສິດ ເພື່ອໃຫ້ສາມາດນຳໃຊ້ຜົນການຄົ້ນຄວ້າປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ, ຊຸກຍູ້ສົ່ງເສີມໃຫ້ນັກຮຽນເຂົ້າຮຽນວິຊາຊີບໃຫ້ຫລາຍຂຶ້ນ ດ້ວຍການສ້າງຫໍພັກນັກຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍສຳລັບຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດຢູ່ເຂດຊົນນະບົດ, ຮີບຮ້ອນອອກນິຕິກຳ ເພື່ອຄຸ້ມຄອງການສຶກສາພາກເອກະຊົນ ແລະ ຊຸກຍູ້ສົ່ງເສີມສັງຄົມ ໃຫ້ມີສ່ວນຮ່ວມຕໍ່ວຽກງານການສຶກສາ. ພ້ອມນີ້ ໃຫ້ເອົາໃຈໃສ່ຈັດຕັ້ງງານກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃຫ້ໄດ້ຮັບຜົນດີ ແລະ ສາມາດແກ້ໄຂ້ບັນຫາທີ່ຄົງຄ້າງໃນໄລຍະຜ່ານມາໃຫ້ໄດ້ຢ່າງຂາດຕົວ.
ສືບຕໍ່ເອົາໃຈໃສ່ວຽກງານໂພຊະນາການ, ການສັກຢາກັນພະຍາດ, ແກ້ໄຂອັດຕາການຕາຍຂອງແມ່ ແລະ ເດັກ ໃຫ້ຫຼຸດລົງ, ສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ, ສືບຕໍ່ປະຕິບັດນະໂຍບາຍປິ່ນປົວເສຍຄ່າ, ບໍ່ເສຍຄ່າ ແລະ ການຍົກສູງຄຸນນະພາບການບໍລິການປິ່ນປົວສຸຂະພາບ ໂດຍສະເພາະລະບຽບການຄຸ້ມຄອງບັນດາຄລີນິກເອກະຊົນ, ເອົາໃຈໃສ່ຕອບສະໜອງບຸກຄະລາກອນແພດທີ່ມີຄວາມສາມາດຄວາມຊໍານານງານ ແລະ ອຸປະກອນການແພດຢູ່ສຸກສາລາ, ໂຮງໝໍນ້ອຍ ແລະ ໂຮງໝໍເມືອງ ໃຫ້ໄດ້ຕາມມາດຕະຖານທີ່ກຳນົດໄວ້, ສືບຕໍ່ຂະຫຍາຍລະບົບປະກັນສຸຂະພາບໃຫ້ກວ້າງຂວາງ ແລະ ຍືນຍົງ, ເອົາໃຈໃສ່ຕິດຕາມກວດກາ, ຄຸ້ມຄອງຄຸນນະພາບອາຫານ ແລະ ຢາ ເປັນຕົ້ນການນໍາໃຊ້ສານເຄມີທີ່ເກີນຄ່າມາດຕະຖານເຂົ້າໃນການປຸງແຕ່ງອາຫານ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກ ທັງໄລຍະສັ້ນ ແລະ ໄລຍະຍາວ.
ເພີ່ມທະວີການພັດທະນາສີມືແຮງງານເພື່ອຕອບສະໜອງໃຫ້ແກ່ຕະຫລາດແຮງງານ ແລະ ໂຄງການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ຈັດຫາວຽກເຮັດງານທໍາໃຫ້ປະຊາຊົນເພື່ອສ້າງອາຊີບທີ່ໝັ້ນຄົງ, ສືບຕໍ່ເກັບກຳຂໍ້ມູນ ແລະ ຄຸ້ມຄອງແຮງງານລາວ ແລະຕ່າງປະເທດ ຢູ່ສປປລາວ, ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ, ກວດກາຄືນຂອດຂັ້ນການບໍລິການວຽກງານສະຫວັດດີການສັງຄົມ ແລະ ຂະຫຍາຍສະມາຊິກປະກັນສັງຄົມ ໃຫ້ກ້ວາງຂວາງ, ສືບຕໍ່ເກັບກໍາຂໍ້ມູນການປະຕິບັດນະໂຍບາຍ ຕໍ່ແຕ່ລະເປົ້າໝາຍໃຫ້ຈະແຈ້ງຢ່າງມີຈຸດສຸມ ໂດຍສະເພາະເປົ້າໝາຍຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ປີ 1954 ຄືນຫລັງໃຫ້ສໍາເລັດໂດຍໄວ.
ສືບຕໍ່ຂະຫຍາຍລະບົບໂທລະໂຄ່ງໄປສູ່ເຂດຊົນນະບົດຫ່າງໄກສອກຫລີກໃຫ້ຫລາຍຂຶ້ນ, ທົບທວນຄືນມາດຕະຖານການສ້າງບ້ານ ແລະ ກຸ່ມບ້ານວັດທະນະທຳ, ສືບຕໍ່ປັບປຸງ, ຂະຫຍາຍ, ພັດທະນາແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໂດຍການມີສ່ວນຮ່ວມຂອງປະຊາຊົນ, ສົ່ງເສີມວຽກງານການທ່ອງທ່ຽວໃຫ້ກາຍເປັນອຸດສະຫະກຳການທ່ອງທ່ຽວທີ່ຄົບຊຸດ, ທັນສະໄໝ ແລະ ຍືນຍົງ, ກະກຽມແຜນ ເພື່ອເປີດປີທ່ອງທ່ຽວ ໃນປີ 2018 ສາມາດດຶງດູດນັກທ່ອງທ່ຽວໃຫ້ຫລາຍຂຶ້ນ ພ້ອມດຽວກັນນັ້ນ ກໍຕ້ອງຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃຫ້ໄດ້ຢ່າງໜັກແໜ້ນ.
ກວດກາ ແລະ ປະເມີນຄືນບັນດາຕົວເລກຄາດໝາຍທີ່ບໍ່ບັນລຸຕາມແຜນການທີ່ວາງໄວ້.
ສືບຕໍ່ກວດກາຄືນຈຳນວນລັດຖະກອນຄູ, ແພດໝໍ ທີ່ມີໃນປັດຈຸບັນ ແລະ ແກ້ໄຂການບັນຈຸຊັບຊ້ອນອາສາສະໝັກທີ່ມີໃນປັດຈຸບັນໃຫ້ໄດ້ ໂດຍອີງໃສ່ຕາມຄວາມຮຽກຮ້ອງຄວາມຕ້ອງການຕົວຈິງ.
ພິຈາລະນາຕື່ມການຈັດສັນງົບປະມານເຂົ້າໃນຂະແໜງ ສຶກສາທິການ ແລະ ກິລາ ໃຫ້ໄດ້ 17% ແລະ ສາທາລະນະສຸກໃຫ້ໄດ້ 9% ຕາມມະຕິຂອງສະພາແຫ່ງຊາດ, ຫລີກລ່ຽງການນຳເອົາງົບປະມານການສຶກສາ, ສາທາລະນະສຸກໄປໃຊ້ໃນເປົ້າໝາຍອື່ນ.
ວຽກງານພັດທະນາຊົນນະບົດ ລືບລ້າງຄວາມທຸກຍາກ: ຄປຈສພຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ຊີ້ນໍາບັນດາທ້ອງຖິ່ນທີ່ກ່ຽວຂ້ອງຕໍ່ວຽກຈັດສັນພູມລໍາເນົາ, ບ່ອນທໍາມາຫາກິນໃຫ້ປະຊາຊົນໃນບັນດາຈຸດສຸມທີ່ໄດ້ກໍານົດໄວ້ໃນແຜນ ພ້ອມທັງແກ້ໄຂການເຄື່ອນຍ້າຍພົນລະເມືອງແບບຊະຊາຍ; ເອົາໃຈໃສ່ຈັດແບ່ງ ແລະ ຄຸ້ມຄອງງົບປະມານ ລົງທຶນໃສ່ໂຄງການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃຫ້ທ້ອງຖິ່ນຕາມແຜນທີ່ສະພາແຫ່ງຊາດຮັບຮອງ ເພື່ອຮັບປະກັນບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້; ຄົ້ນຄວ້າອອກນິຕິກຳສະເພາະເພື່ອຄຸ້ມຄອງວຽກງານດັ່ງກ່າວ ໃຫ້ເປັນເອກະພາບກັນ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ; ແກ້ໄຂບັນຫາລະເບີດບໍ່ທັນແຕກຢ່າງຈິງຈັງ ເພື່ອຮັບປະກັນຄວາມປອດໄພ ໃຫ້ປະຊາຊົນ ມີບ່ອນທຳມາຫາກິນ.
ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ: ຄປຈສພຊ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມາດຕະການເດັດຂາດ ໃນການຄຸ້ມຄອງຊັບພະຍາກອນທຳມະຊາດຂອງລັດຖະບານ ເປັນຕົ້ນ: ການອອກນິຕິກໍາຕ່າງໆ, ອັນພົ້ນເດັ່ນແມ່ນການອອກຄໍາສັ່ງເລກທີ 15/ນຍ. ແຕ່ເຖິງຢ່າງໃດກໍຕາມ, ຄປຈສພຊ ສະເໜີໃຫ້ລັດຖະບານຮີບຮ້ອນວາງແຜນຍຸດທະສາດພັດທະນາທີ່ດິນ, ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຕາມມະຕິຄະນະບໍລິຫານງານສູນກາງພັກ ເລກທີ 26/ຄບສພ, ລົງວັນທີ 3 ສິງຫາ 2017 ໃຫ້ສຳເລັດໂດຍໄວ ເພື່ອສະເໜີໃຫ້ສະພາແຫ່ງຊາດຮັບຮອງ, ສືບຕໍ່ຈັດສັນ 3 ປະເພດປ່າ ຕາມທີ່ກົດໝາຍກໍານົດ ພ້ອມທັງມີວິທີການ ແລະ ມາດຕະການໃນການຕິດຕາມກວດກາຄຸ້ມຄອງການອອກໃບຕາດິນ, ການແກ້ໄຂການອອກໃບຕາດິນທີ່ຊໍ້າຊ້ອນ, ການຊົດເຊີຍຜົນເສຍຫາຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາ; ກວດກາ ແລະ ປັບປຸງຄືນກົນໄກການຄຸ້ມຄອງ ແລະ ນຳໃຊ້ກອງທຶນໄພພິບັດ ໃຫ້ມີຄວາມໂປ່ງໃສ ແລະ ນຳໃຊ້ໃຫ້ຖືກເປົ້າໝາຍ. ເພື່ອຫລີກລ່ຽງການການສວຍໂອກາດນຳໃຊ້ຊັບພະຍາກອນທຳມະຊາດຢ່າງຊະຊາຍ ສະເໜີໃຫ້ລັດຖະບານອອກນິຕິກຳສະເພາະ ເພື່ອຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຮັບປະກັນໃຫ້ລັດໄດ້ຮັບຜົນປະໂຫຍດສຸງສຸດຈາກໂຄງການດັ່ງກ່າວ ກ່ອນອື່ນໝົດຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງປະຕິບັດການຊົດເຊີຍໃຫ້ແກ່ປະຊາຊົນ ໃຫ້ໄດ້ຕາມດຳລັດເລກທີ 84/ລບ, ລົງວັນທີ 5/4/2016 ແລະ ມະຕິກອງປະຊຸມຮ່ວມ ລະຫວ່າງ ຄປຈສພຊ ແລະ ຄະນະລັດຖະບານເລກທີ 0145/ຄປຈ, ລົງວັນທີ 13/9/2017.
ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ຄາດຄະເນ ໝົດປີ 2017: ຜ່ານການຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ຄາດຄະເນໝົດປີ 2017, ຄປຈສພຊ ສະແດງຄວາມຊົມເຊີຍລັດຖະບານທີ່ໄດ້ມີຄວາມພະຍາຍາມ ທີ່ຈະສູ້ຊົນຈັດເກັບລາຍງົບປະມານປີ 2017 ໃຫ້ໄດ້ບໍ່ຫລຸດ 98,1% ແລະ ມີແຜນປັບຫລຸດລາຍຈ່າຍລົງ ເພື່ອຮັບປະກັນໃຫ້ມີຄວາມສົມດູນ ລະຫວ່າງລາຍຮັບ ແລະ ລາຍຈ່າຍຕາມທິດມີລາຍຮັບ ຈິ່ງມີລາຍຈ່າຍຮັບປະກັນບໍ່ໃຫ້ມີການຂາດດູນເກີນ 6,18% ເຊິ່ງຫລຸດຈາກຄາດໝາຍທີ່ສະພາແຫ່ງຊາດຮັບຮອງ 6,52% ຂອງ GDP ແຕ່ເຖິງຢ່າງໃດກໍດີ ຄປຈສພຊ ເຫັນວ່າການຈັດຕັ້ງປະຕິບັດແຜນລາຍຮັບລາຍຈ່າຍງົບປະມານປີ 2017 ຍັງບໍ່ເປັນທີ່ໜ້າເພິ່ງພໍໃຈເທົ່າທີ່ຄວນ ເມື່ອທຽບໃສ່ການໃຊ້ຈ່າຍຕົວຈິງຂອງລັດຖະບານ ເຊິ່ງຈະເປັນສາເຫດໜຶ່ງ ກໍໃຫ້ເກີດມີໜີ້ສິນຄຸ້ມເຄືອມາແລ້ວ ເພີ່ມຂຶ້ນຕື່ມ. ສາເຫດຕົ້ນຕໍ ແມ່ນເນື່ອງມາຈາກການປະຕິບັດວິໄນການເງິນ ຍັງບໍ່ທັນເຂັ້ມງວດ ຍັງມີການຮົ່ວໄຫລຄ້າງມອບ, ເຊື່ອງອຳ, ການຕັ້ງໜ້າເຂົ້າຮ່ວມປະຕິບັດລະບຽບກົດໝາຍ ຂອງພາກທຸລະກິດຕ່າງໆ ຍັງບໍ່ທັນໄດ້ດີ ເທົ່າທີ່ຄວນ ຍັງມີສອງບັນຊີ, ຍັງມີການຄ້າຂາຍບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ: ທຸລະກິດໄມ້; ການຈັດເກັບພາສີທີ່ດິນ ຍັງບໍ່ທັນເປັນເອກະພາບ ແລະ ບໍ່ໄດ້ຕາມຄາດໝາຍ ການຄາດຄະເນລາຍຮັບໃນແຜນເບື້ອງຕົ້ນບໍ່ທັນຈະແຈ້ງ ເປັນຕົ້ນລາຍຮັບອາກອນຈາກທຸລະກິດແຮ່ທາດ, ການທ່ອງທ່ຽວ; ຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດມາດຕະການປະຫຍັດທີ່ລັດຖະບານວາງອອກບໍ່ທັນໄດ້ຮັບການຮ່ວມມືເທົ່າທີ່ຄວນ ເປັນຕົ້ນການນຳໃຊ້ພາຫະນະຂອງລັດ, ການຄິດໄລ່ມູນຄ່າໂຄງການແພງກວ່າມາດຕະຖານ, ການຈັດຊື້ຈັດຈ້າງ, ການໃຊ້ຈ່າຍງົບປະມານ ຍັງບໍ່ທັນໄປຕາມລະບຽບການ ບໍ່ທັນເປັນເອກະພາບ ແລະ ຟູມເຟືອຍ.
ແຜນງົບປະມານແຫ່ງລັດ ປີ 2018 : ຄປຈສພຊ ເປັນເອກະພາບຕໍ່ຄາດໝາຍສູ້ຊົນປະຕິບັດລາຍຮັບໃຫ້ໄດ້ລື່ນ 8,3% ແລະ ຄຸ້ມຄອງແຜນລາຍຈ່າຍໃຫ້ລື່ນ 4% ທຽບໃສ່ການຈັດຕັ້ງປະຕິບັດງົບປະມານປີ 2017; ການຂາດດຸນງົບປະມານໃຫ້ຢູ່ໃນລະດັບ 4,92% ຂອງ GDP ຖືວ່າຕ່ຳກວ່າປົກກະຕິ ເຊິ່ງຜ່ານມາບໍ່ເຄີຍມີ; ສູ້ຊົນລາຍຈ່າຍລົງທຶນຂອງລັດ ໃຫ້ໄດ້ 8.052 ຕື້ກີບ ໃນນີ້, ບ້ວງລົງທຶນພາຍໃນບໍ່ໃຫ້ເກີນ 4.600 ຕື້ກີບ ຊຳລະໜີ້ສິນ 40% ຂອງລາຍຈ່າຍລົງທຶນ ແລະ ເປັນເອກະພາບ ຕໍ່ 10 ມາດຕະການຈັດເກັບລາຍຮັບ ປີ 2017 ແລະ 5 ມາດຕະການກະຕຸ້ນເສດຖະກິດປີ 2018 ແລະ 16 ກົນໄກ ມາດຕະການປະຕິບັດແຜນການເງິນປີ 2018, ການນຳໃຊ້ເງິນເກີນແຜນ 60/40 ທີ່ລັດຖະບານ ໄດ້ສະເໜີຕໍ່ກອງປະຊຸມຄັ້ງນີ້, ພ້ອມດຽວກັນນີ້ ຄປຈສພຊ ສະເໜີບາງທັດສະນະເພື່ອແລກປ່ຽນ ດັ່ງນີ້:
- ດ້ານການຈັດເກັບລາຍຮັບ:
ເພີ່ມທະວີຄວາມເອົາໃຈໃສ່ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ບັນດານິຕິກຳກ່ຽວຂ້ອງ ທີ່ພົວພັນກັບການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ເປັນລະບົບຄົບຊຸດ.
ຜ່ານການລົງຕິດຕາມກວດກາ ຂອງສະພາແຫ່ງຊາດ ຢູ່ຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ເຫັນວ່າ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາລຸ່ມ ທີ່ໄດ້ປະກາດໃຊ້ແລ້ວ ໂດຍສະເພາະບັນດານິຕິກຳ ທີ່ພົວພັນກັບຂົງເຂດລາຍຮັບ ຍັງບໍ່ທັນສອດຄ່ອງກັບສະພາບຄວາມເປັນຈິງ ເປັນຕົ້ນ:
- ການຈັດເກັບຄ່າຊັກພິເສດ ບາງປະເພດລາຍການສິນຄ້າ ແມ່ນຍັງບໍ່ທັນໄດ້ກຳນົດໄວ້ ຢູ່ໃນ
ລັດຖະບັນຍັດ 02/ປປທ ຢ່າງຄົບຖ້ວນ, ມີບາງດ່ານສາກົນ ໄດ້ນໍາໃຊ້ ຕາມມະຕິຕົກລົງ ຂອງສະ ພາລັດຖະມົນຕີ ສະບັບເລກທີ 47/ປສລ, ລົງວັນທີ 26 ມີຖຸນາ 1989 ວ່າດ້ວຍ ລະບອບພາສີ-ອາກອນຂອງລັດ ເປັນບ່ອນອີງໃນການປະຕິບັດ;
- ການຈັດຕັ້ງປະຕິບັດລັດຖະບັນຍັດເລກທີ 02/ປປທ ກ່ຽວກັບ ການກຳນົດອັດຕາຄ່າເຊົ່າ
ເຫັນວ່າ ລາຄາຕ່ຳຫລາຍ;
- ກົດໝາຍວ່າດ້ວຍສ່ວຍສາອາກອນ ສະບັບເລກທີ 70/ສພຊ, ລົງວັນທີ 15/12/2015
(ສະບັບປັບປຸງ), ມາດຕາ 20, 46, 48 ແມ່ນບໍ່ສາມາດຈັດຕັ້ງປະຕິບັດໄດ້ຄົບຖວ້ນ ຍັງຂາດນິຕິກຳລຸ່ມກົດໝາຍ ໃນການຈັດຕັ້ງປະຕິບັດ;
- ເພີ່ມທະວີການປະຕິບັດວິໄນແຜນການ-ການເງິນ ຢ່າງເຂັ້ມງວດ, ແກ້ໄຂການຈົດຮັບ-ຈົດ
ຈ່າຍ ແລະ ການເກັບລາຍຮັບວິຊາການ ຂອງບັນດາກະຊວງ ແລະ ແຂວງໃຫ້ເຂົ້າສູ່ລະບົບລວມສູນງົບປະມານ ແລະ ເອົາໃຈໃສ່ຫັນເປັນທັນສະໄໝ ໃນການເກັບລາຍຮັບຂອງລັດ ເປັນຕົ້ນການເກັບອາກອນມູນຄ່າເພີ່ມ ແລະ ພັນທະຕ່າງໆ ດ້ວຍລະບົບເອເລັກໂຕຣນິກ ເພື່ອຮັບປະກັນຄວາມໂປ່ງໃສ, ອັດໄດ້ຊ່ອງຫວ່າງການຮົ່ວໄຫລ.
- ມາດຕະການດ້ານລາຍຈ່າຍ:
- ເອົາໃຈໃສ່ ອອກມາດຕະການລະອຽດ ໃນການຄຸ້ມຄອງການຈົດຮັບ-ຈົດຈ່າຍກອງທຶນ
ຕ່າງໆໃຫ້ຮັດກຸມ ພ້ອມທັງຕິດຕາມກວດກາການນຳໃຊ້ກອງທຶນດັ່ງກ່າວ ເປັນຕົ້ນ ກອງທຶນທາງ, ກອງທຶນສິ່ງແວດລ້ອມ, ກອງທຶນພັດທະນາປ່າໄມ້, ກອງທຶນພັດທະນາວິທະຍາສາດ, ເງິນຈັດຈ້າງ ແລະ ຕິດຕາມໂຄງການຕ່າງໆຂອງລັດ;
- ອອກຂໍ້ແນະນຳລະອຽດກ່ຽວກັບການນຳໃຊ້ເງິນເກີນແຜນ ເພື່ອໃຫ້ສອດຄ່ອງ ຕາມມາດຕາ
49 ຂອງກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ;
- ກວດກາຄືນການຈັດສັນຮ່ວງລາຍຈ່າຍຈໍານວນໜຶ່ງ ທີ່ມີຄວາມຈຳເປັນຕ້ອງໄດ້ປະຕິບັດ ໃຫ້
ສອດຄ່ອງກັບນະໂຍບາຍທີ່ໄດ້ປະກາດໃຊ້ແລ້ວ ເປັນຕົ້ນເງິນອຸດໜູນໃຫ້ພະນັກງານປະຕິວັດອາວຸໂສ, ບຳນານ ແລະ ເສຍອົງຄະ, ເງິນອຸດໜູນ ໃຫ້ອົງການບໍລິຫານຂັ້ນບ້ານ, ເງິນກອງທຶນປະກັນສັງຄົມ ແລະ ການຈັດສັນບ້ວງເງິນຄົ້ນຄວ້າວິທະຍາສາດ 1% ຂອງລາຍຈ່າຍລົງທຶນທັງໝົດໃນແຕ່ລະປີ;
- ເອົາໃຈໃສ່ຄຸ້ມຄອງລາຍຈ່າຍຮ່ວງຄັງສະສົມແຫ່ງລັດ, ກອງທຶນໄພພິບັດ ແລະ ບັນດາການ
ຊ່ວຍໜູນງົບປະມານແຫ່ງລັດ ໃຫ້ສອດຄ່ອງຕາມກົດໝາຍກຳນົດໄວ້; ສັງລວມໜີ້ສິນຕ່າງໆໃຫ້ລະອຽດ ລວມທັງໂຄງການລົງທຶນຂອງລັດ ເປັນຕົ້ນໂຄງການທີ່ປະຕິບັດສຳເລັດແລ້ວ 100%, ໂຄງການແກ້ໄຂໄພພິບັດທຳມະຊາດ ເພື່ອຂຶ້ນແຜນການຊຳລະໃນແຕ່ລະປີ.
ການປະຕິບັດແຜນການເງິນ-ເງິນຕາ 6 ເດືອນຕົ້ນປີ, ຄາດຄະເນ ໝົດປີ 2017 : ຄປຈສພຊ ສະແດງຄວາມຊົມເຊີຍຕໍ່ທະນາຄານແຫ່ງ ສປປລາວ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານຂອງຕົນ ໃນປີ 2017 ເປັນຕົ້ນ ການຄຸ້ມຄອງການເງິນ-ເງິນຕາ ມີສະຖຽນລະພາບ ແລະ ໝັ້ນທ່ຽງ, ການສະໜອງສິນເຊື່ອ ໃຫ້ແກ່ການສົ່ງເສີມການຜະລິດເປັນສິນຄ້າ, ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບຜົນສຳເລັດດີພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ ຜ່ານການຕິດຕາມກວດກາຂອງສະພາແຫ່ງຊາດ ເຫັນວ່າການຄຸ້ມຄອງອັດຕາແລກປ່ຽນລະຫວ່າງຕະຫລາດກັບ ທະນາຄານຍັງມີຄວາມແຕກໂຕນກັນຢູ່, ອັດຕາໜີ້ເສຍ (NPL 3,25%) ຍັງຢູ່ໃນລະດັບສູງກວ່າ ທີ່ສະພາແຫ່ງຊາດຮັບຮອງ (3%).
ທິດທາງແຜນເງິນຕາ ປີ 2018
ຄະນະປະຈຳສະພາແຫ່ງຊາດ ສະແດງຄວາມເປັນເອກະພາບຕໍ່ ກັບຄາດໝາຍສູ້ຊົນ ຂອງແຜນເງິນຕາ ປີ 2018 ເປັນຕົ້ນ ອັດຕາເງິນເຟີ້ໃຫ້ຕ່ຳກວ່າອັດຕາການຂະຫຍາຍຕົວຂອງເສດຖະກິດ, ອັດຕາແລກປ່ຽນ ໃຫ້ຢູ່ໃນລະດັບ + ຫລື – 5% ທຽບໃສ່ເງິນຕາຕ່າງປະເທດສະກຸນຫລັກ, ຄັງສຳ ຮອງໃຫ້ກຸ້ມການນຳເຂົ້າໃຫ້ໄດ້ 5 ເດືອນ, ປ່ອຍສິນເຊື່ອ ໃຫ້ໄດ້ 55% ຂອງ GDP ເຫັນວ່າ ມີຄວາມສົມເຫດສົມຜົນ ມີຄວາມເປັນໄປໄດ້ສູງ ທີ່ຈະບັນລຸຄາດໝາຍ ທີ່ກ່າວມານັ້ນ.
ຄປຈສພຊ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ບາງບັນຫາ ດັ່ງນີ້:
- ຄາດໝາຍຄັງແຮສຳຮອງເງິນຕາຕ່າງປະເທດ ໃຫ້ກຸ້ມການນຳເຂົ້າ 5 ເດືອນ, ຖ້າເບິ່ງແຜນ
ນຳເຂົ້າ ປີ 2018 ຄາດຄະເນ4.978 ລ້ານໂດລາສະຫະລັດ ຖ້າຈະໃຫ້ຄັງສຳຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ 5 ເດືອນ ທະນາຄານຕ້ອງມີເງິນຕາ ແຮໄວ້ ບໍ່ຕ່ຳກວ່າ 2.500 ລ້ານໂດລາສະຫະ ລັດ;
- ການເພີ້ມຂື້ນຂອງບໍລິມາດເງິນ M2 ບໍ່ໃຫ້ເກີນ 25% ໂດຍພື້ນຖານ ແມ່ນເຫັນດີ ແຕ່ຕ້ອງ
ຮັບປະກັນບໍ່ໃຫ້ກະທົບເຖິງລະດັບເງິນເຟີ້ ແລະ ການອັດສີດເງິນເຂົ້າສູ່ລະບົບທີ່ຈະກໍ່ໃຫ້ເກີດຜົນກະທົບຕໍ່ການສົ່ງເສີມການຜະລິດທຸລະກິດໂດຍລວມ;
- ການຄຸ້ມຄອງໜີ້ເສຍ NPL ບໍ່ໃຫ້ເກີນ 3% ໂດຍພື້ນຖານແມ່ນເຫັນດີ ແຕ່ໃນພາກປະຕິບັດຕົວຈິງ ເຫັນວ່າບັນດາທະນາຄານທຸລະກິດຂອງລັດ (ທະນາຄານພັດທະນາລາວ, ທະ ນາຄານສົ່ງເສີມກະສິກຳ, ທະນາຄານນະໂຍບາຍ) ຍັງມີໜີ້ເສຍ ສູງກວ່າລະດັບ 3% ບັນຫານີ້ ທະນາຄານ ແຫ່ງ ສປປລາວ ຕ້ອງໄດ້ມີມາດຕະການແກ້ໄຂ ຢ່າງເປັນລະບົບໂດຍໄວ;
- ເອົາໃຈໃສ່ລະດົມເງິນຝາກໃຫ້ໄດ້ຕາມແຜນທີ່ກຳນົດໄວ້; ຖືສຳຄັນການປ່ອຍສິນເຊື່ອເພື່ອທຳການຜະລິດໃຫ້ແກ່ບັນດາເມືອງທຸກຍາກຂອງປະເທດ ໃຫ້ຫລາຍຂຶ້ນຕາມນະໂຍບາຍ 3 ສ້າງ ດ້ວຍອັດຕາດອກເບ້ຍ ແລະ ໄລຍະການກູ້ຢືມ ທີ່ສົມເຫດສົມຜົນ;
- ເພີ່ມທະວີເອົາໃຈໃສ່ຄຸ້ມຄອງ ສະຖາບັນການເງິນ, ການເງິນຈຸລະພາກ ແລະ ຫົວໜ່ວຍສິນ
ເຊື່ອຕ່າງໆ ໃຫ້ເຂົ້າສູ່ລະບົບຕາມລະບຽບກົດໝາຍ ແລະ ມີມາດຕະການເດັດຂາດຕໍ່ຜູ້ລະເມີດ