(ສພຊ) – ໃນໂອກາດເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ທີ່ມະຫາວິທະຍາໄລແຫ່ງຊາດລາວ ເມື່ອວັນທີ 26 ມີນາຜ່ານມາ, ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ມີບາງຄໍາເຫັນເພື່ອເປັນທິດທາງໃນການເຄື່ອນໄຫວວຽກງານຂົງເຂດການສຶກສາ ດັ່ງນີ້:
1. ໃຫ້ຄະນະພັກ, ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ, ສະຖາບັນການສຶກສາຕ່າງໆ, ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ຈົ່ງໄດ້ທົບທວນ, ຫວນຄືນມູນເຊື້ອອັນດີ ແລະ ຜົນສໍາເລັດໃນໄລຍະຜ່ານມາ ເພື່ອນໍາມາແກ້ໄຂບັນຫາຕ່າງໆຂອງຂົງເຂດວຽກງານການສຶກສາໃນປັດຈຸບັນ ໃຫ້ລຸລ່ວງ, ຜ່ານຜ່າໄປໄດ້ໂດຍດີ.
2. ການສຶກສາ ເປັນວຽກງານທີ່ຕິດພັນກັບທຸກບ້ານ, ທຸກຄອບຄົວ ແລະ ແຕ່ລະບຸກຄົນ ເຊິ່ງເປັນວຽກງານທີ່ມີຂອບເຂດກວ້າງຂວາງ, ມີຫຼາຍບັນຫາທີ່ມີທັງດ້ານຕັ້ງໜ້າ ແລະ ສິ່ງທ້າທາຍ ສາມາດກ່າວໄດ້ວ່າ ການຈັດຕັ້ງປະຕິບັດວຽກງານສຶກສາ ເປັນສະໝາມຮົບອັນໜຶ່ງທີ່ຈະຕ້ອງໄດ້ພ້ອມກັນວາງຍຸດທະສາດ, ແຜນການ, ວາງມາດຕະການ ເພື່ອເຮັດໃຫ້ບັນຫາຕ່າງໆໄດ້ຮັບການແກ້ໄຂ; ຍ້ອນເປັນວຽກງານສໍາຄັນ ແລະ ຕິດພັນກັບສັງຄົມຢ່າງກວ້າງຂວາງ ຄະນະພັກ, ຄະນະນໍາຂອງກະຊວງ, ຂະແໜງການສຶກສາຂອງທ້ອງຖິ່ນ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ຄວາມເປັນຫ່ວງເປັນໄຍຂອງພັກ-ລັດ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມື.
3. ການພັດທະນາເສດຖະກິດ ແມ່ນມີຄວາມຮຽກຮ້ອງຕ້ອງການບຸກຄະລາກອນທີ່ມີຄວາມຮູ້ທາງດ້ານເຕັກນິກ, ເຕັກໂນໂລຊີ ຈຶ່ງຈະສາມາດພັດທະນາເສດຖະກິດໄປຕາມທິດຫັນເປັນອຸດສາຫະກໍາເທື່ອລະກ້າວໄດ້ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກຂອງປະຊາຊົນບັນດາເຜົ່າ ໄດ້ກ່າວໄວ້ວ່າ: “ການປະຕິວັດເຕັກນິກ ແມ່ນຂໍກຸນແຈຕົ້ນຕໍ, ແຕ່ຄັນບໍ່ມີຄົນເຮັດວຽກວິທະຍາສາດ-ເຕັກນິກ, ຮູ້ໃຊ້ວິທະຍາສາດ-ເຕັກນິກແລ້ວ ກະໂຕເຕັກນິກເອງ ກໍບໍ່ສາມາດກ້າວໜ້າໄດ້ ແລະ ກໍບໍ່ສາມາດນໍາເອົາອັນໃດທີ່ເປັນປະໂຫຍດມາໃຫ້ສັງຄົມໄດ້ເລີຍ”.
4. ເອົາໃຈໃສ່ວຽກງານການສ້າງ, ບຳລຸງຖັນແຖວຄູ-ອາຈານ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ເພື່ອສູ້ຊົນເຮັດໃຫ້ໂຮງຮຽນມີຄູພຽງພໍຕາມເກນທີ່ວາງໄວ້; ຄູເປັນບຸກຄະລາກອນທີ່ມີຄວາມສໍາຄັນຂອງວຽກງານສຶກສາ ເຊິ່ງໄດ້ໃຫ້ຂະໜານນາມແກ່ຄູວ່າເປັນແມ່ພິມຂອງຊາດ, ເປັນພໍ່ແມ່ຜູ້ທີສອງ, ເປັນຜູ້ມີບົດບາດສໍາຄັນຕໍ່ການສຶກສາ. ສະນັ້ນ, ຂະແໜງການສຶກສາ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າການວາງນະໂຍບາຍ, ອອກນິຕິກໍາກ່ຽວກັບການຊຸກຍູ້, ສົ່ງເສີມທີ່ຖືກຕ້ອງ, ເໝາະສົມຕໍ່ຄູ, ສອດຄ່ອງກັບສະພາບເສດຖະກິດ-ສັງຄົມ. ໃນສະພາບເສດຖະກິດ-ການເງິນຂອງປະເທດເຮົາມີຄວາມຫຍຸ້ງຍາກ ແຕ່ການປະຕິບັດນະໂຍບາຍຕໍ່ຄູ ຕ້ອງໃຫ້ໄປຕາມກົດໝາຍ, ລະບຽບການຢ່າງເຂັ້ມງວດ, ທັນເວລາ; ຮີບຮ້ອນແກ້ໄຂບັນຫາການປະຕິບັດນະໂຍບາຍຕ່າງໆຕໍ່ຄູທີ່ແຕກຕ່າງຈາກພາກສ່ວນອື່ນ ທັງນີ້ ກໍເພື່ອຮັບປະກັນເຮັດໃຫ້ຄູ ມີຄວາມອຸ່ນອຽນທຸ່ນທ່ຽງໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ມີຄຸນນະພາບ ແລະ ມີປະສິດທິຜົນ.
5. ສຸມໃສ່ບໍາລຸງສ້າງຄູໃນທຸກຂະແໜງຮຽນ ໃຫ້ມີລະດັບຄວາມຮູ້, ຄວາມສາມາດ ແລະ ຈິດໃຈຟົດຟື້ນປະຕິວັດ ສົມກັບໜ້າທີ່ຮັບຜິດຊອບອັນສູງສົ່ງ ແລະ ມີກຽດສະຫງ່າ. ເອົາໃຈໃສ່ການສ້າງໂຮງຮຽນສ້າງຄູ ໃຫ້ມີຄຸນນະພາບ, ຕອບສະໜອງກັບການພັດທະນາດ້ານການສຶກສາໃນແຕ່ລະໄລຍະ; ຊຸກຍູ້, ສົ່ງເສີມໃຫ້ນັກຮຽນເກັ່ງ ເພື່ອສ້າງເປັນຄູສອນ, ສ້າງເງື່ອນໄຂໃຫ້ຄູເກັ່ງ ໄດ້ມີໂອກາດສິດສອນ ເພື່ອໃຫ້ມີນັກຮຽນເກັ່ງເພີ່ມຂຶ້ນຕາມວິຊາການດ້ານຕ່າງໆ; ສຸມໃສ່ສ້າງຖັນແຖວຄູ-ອາຈານ ໃຫ້ໄດ້ມາດຕະຖານດ້ານວິຊາການ ແລະ ມີຈັນຍາບັນໜັກແໜ້ນ ເພື່ອສະໜອງໃຫ້ການສຶກສາທຸກລະດັບ.
6. ການສ້າງສາພັດທະນາເສດຖະກິດ-ສັງຄົມໃນຂະແໜງການຕ່າງໆໄດ້ຂະຫຍາຍຕົວ ເຮັດໃຫ້ເກີດມີຄວາມຕ້ອງການນັກວິຊາການດ້ານຕ່າງໆເປັນຈໍານວນຫຼວງຫຼາຍ, ແຕ່ການສະໜອງບຸກຄະລາກອນໃຫ້ແກ່ໂຄງການລົງທຶນຕ່າງໆໃນໄລຍະຜ່ານມາ ແມ່ນບໍ່ພຽງພໍກັບຄວາມຕ້ອງການ ເກີດມີການນໍາເຂົ້າຜູ້ຊ່ຽວຊານ, ນັກວິຊາການຈາກຕ່າງປະເທດ ເຮັດໃຫ້ຄົນລາວເສຍໂອກາດໃນການມີວຽກເຮັດງານທໍາທີ່ດີ, ມີລາຍໄດ້ທີ່ດີ ແລະ ໝັ້ນຄົງ; ເພື່ອແກ້ໄຂບັນຫາດັ່ງກ່າວ ຈຶ່ງສະເໜີໃຫ້ຄະນະພັກ, ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ, ຂະແໜງການສຶກສາຂອງທ້ອງຖິ່ນຕ່າງໆ ຈົ່ງຖືສໍາຄັນການວາງແຜນສ້າງບຸກຄະລາກອນໂຮງຮຽນຕ່າງໆ ໃຫ້ມີຄວາມສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາ ກ້າວໄປສູ່ການສ້າງສັນຍາຜູກພັນໃນການສະໜອງບຸກຄະລາກອນທີ່ມີຄຸນນະພາບໃຫ້ແກ່ການຜະລິດຕ່າງໆ.
7. ສະເໜີມາຍັງນັກສຶກສາທຸກຄົນ ຈົ່ງໄດ້ເອົາໃຈໃສ່ຕັ້ງໜ້າຄົ້ນຄວ້າຮໍ່າຮຽນເອົາວິຊາຄວາມຮູ້ຈາກຄູ-ອາຈານ ໃຫ້ກາຍເປັນນັກສຶກສາທີ່ມີຄວາມຮູ້ຄວາມສາມາດ, ກາຍເປັນບຸກຄະລາກອນທີ່ສໍາຄັນປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ; ການມາສຶກສາຢູ່ສະຖາບັນແຫ່ງນີ້ ບາງຄົນກໍຈາກບ້ານມາໄກ ຈຶ່ງຂໍໃຫ້ມີຄວາມມານະອົດທົນ, ຜ່ານຜ່າອຸປະສັກນາໆປະການ ເພື່ອຜົນສໍາເລັດໃນວັນໜຶ່ງຕໍ່ໜ້າ ຈະໄດ້ມີວຽກເຮັດງານທໍາທີ່ດີ, ມີລາຍຮັບທີ່ໝັ້ນຄົງ ເຊິ່ງເປັນຄວາມມຸ່ງຫວັງຂອງນັກສຶກສາທຸກຄົນ ກໍຄືພໍ່ແມ່ ແລະ ຍາດຕິພີ່ນ້ອງ ຈຶ່ງຂໍໃຫ້ທຸກຄົນໄດ້ຖືເອົາໂອກາດນີ້ ຕັ້ງໜ້າຄົ້ນຄວ້າຮໍ່າຮຽນໃຫ້ປະສົບຜົນສໍາເລັດ.
8. ບັນດານັກຮຽນ, ນັກສຶກສາທີ່ກໍາລັງຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ ກໍຄືບັນດານັກຮຽນ, ນັກສຶກສາ ທີ່ຮຽນຢູ່ສະຖານການສຶກສາຕ່າງໆໃນທົ່ວປະເທດ ຂໍຈົ່ງເຂົ້າໃຈວ່າ ຕົນເອງເປັນອະນາຄົດຂອງປະເທດຊາດ, ເປັນຜູ້ສືບທອດພາລະກິດທີ່ນັກປະຕິວັດຮຸ່ນກ່ອນ ໄດ້ຕໍ່ສູ້ດ້ວຍຊີວິດ, ເລືອດເນື້ອ ເພື່ອນໍາເອົາຄວາມເປັນເອກະລາດ, ອິດສະຫຼະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ ເຊິ່ງໃນຕໍ່ໜ້ານີ້ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເປັນພັນທະ ແລະ ໜ້າທີ່ຂອງລູກຫຼານຮຸ່ນຕໍ່ໄປ; ເພື່ອເຮັດສໍາເລັດໜ້າທີ່ອັນສໍາຄັນ ແລະ ມີກຽດສະຫງ່າດັ່ງກ່າວ ຂໍໃຫ້ທຸກຄົນຈົ່ງເພີ່ມທະວີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ, ຂໍໃຫ້ເຂົ້າໃຈວ່າ ມີແຕ່ຄົນລາວເຮົາເທົ່ານັ້ນ ທີ່ຈະເອີ້ນວ່າປະເທດລາວເປັນປະເທດຂອງຂ້ອຍ, ສ່ວນຄົນປະເທດອື່ນ ອາດຈະບໍ່ຄໍານຶງເຖິງບັນຫາດັ່ງກ່າວ.
9. ວຽກງານຂົງເຂດການສຶກສາ ທີ່ຄະນະພັກ, ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ ຈະຕ້ອງໄດ້ເອົາໃຈໃສ່ ແມ່ນການພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ພິການ; ເພື່ອເຮັດສໍາເລັດວຽກງານດັ່ງກ່າວ ສະເໜີໃຫ້ເອົາໃຈໃສ່ການຕິດຕາມ, ເກັບກໍາຂໍ້ມູນວຽກງານການສຶກສາໃຫ້ຄົບຖ້ວນ ເພື່ອວາງແຜນການພັດທະນາການສຶກສາ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບ.
ຕອນທ້າຍ, ທ່ານ ປອ. ໄຊສົມພອນ ພົມວິຫານ ຍັງສະເໜີໃຫ້ຄະນະພັກ, ຄະນະນໍາຂອງກະຊວງສຶກສາທິການ ແລະ ກິລາ ພັດທະນາການສຶກສາໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ, ສືບຕໍ່ນໍາພາວຽກງານການສຶກສາຂອງປະເທດເຮົາ ຫຍັບເຂົ້າກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.