7 ຂໍ້ສະເໜີຕໍ່ລັດຖະບານ ກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງ

ມ.ຖ. 17, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອວັນທີ 12 ມິຖຸນາຜ່ານມາ ໂດຍການເປັນປະທານຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ເຊິ່ງໄດ້ຮັບຟັງການລາຍງານກ່ຽວກັບນະໂຍ ບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່ ຈາກລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ); ຈາກນັ້ນ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນປະກອບຄໍາເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ໂດຍສະເໜີບາງຄໍາເຫັນຕໍ່ລັດຖະບານດັ່ງນີ້:
1. ຊີ້ນໍາກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າອອກນິຕິກຳ ກຳນົດຫຼັກການແຕ່ລະໜ້າວຽກໃຫ້ມີຄວາມລະອຽດ, ຊັດເຈນ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ທຸກຂະແໜງການ ໃນການຄຸ້ມຄອງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດແຕ່ລະໂຄງການ.
2. ຈັດລຽງບຸລິມະສິດຂອງໂຄງການທີ່ຈະໄດ້ຮັບນະໂຍບາຍຊຸກຍູ້ສົ່ງເສີມ, ຈຳກັດໂຄງການທີ່ເປັນເປົ້າໝາຍເຮັດທົດລອງ ໂດຍສະເພາະທາງຫຼວງແຫ່ງຊາດທີ່ເປ່ເພໜັກໜ່ວງ ແລະ ມີການຂົນສົ່ງໂດຍສານ ແລະ ສິນຄ້າຈໍານວນຫຼາຍ ອີງໃສ່ຄວາມສາມາດຕົວຈິງສະໜອງງົບປະມານຂອງລັດ; ພ້ອມກັນນັ້ນ, ກໍຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດເຂົ້າຮ່ວມໃນການຟື້ນຟູ ແລະ ສ້ອມແປງເສັ້ນທາງໃຫ້ກັບສູ່ສະພາບປົກກະຕິ, ພາຍຫຼັງຟື້ນຟູເສັ້ນທາງໃຫ້ການສັນຈອນໂລ່ງລ່ຽນແລ້ວ ຕ້ອງໄດ້ລະດົມໃຫ້ຜູ້ປະກອບການທີ່ນໍາໃຊ້ເສັ້ນທາງເຮັດການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າທີ່ມີນໍ້າໜັກ 12 ໂຕນຂຶ້ນໄປ ປະກອບສ່ວນເສຍຄ່າຜ່ານທາງຕາມອັດຕາທີ່ເໝາະສົມ ດ້ວຍວິທີການເກັບຄ່າຜ່ານທາງດ້ວຍລະບົບທັນສະໄໝ (ລັດເກັບ) ເພື່ອເຮັດໃຫ້ລັດມີລາຍຮັບ ແລະ ສະສົມທຶນໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃຫ້ເຂົ້າສູ່ສະພາບປົກກະຕິ, ສ່ວນລົດບັນທຸກທີ່ໃຫ້ການບໍລິການສາທາລະນະ ແລະ ປະເພດລົດເບົາ ບໍ່ຄວນເກັບ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ.
3. ຊີ້ນໍາກະຊວງ ຍທຂ ສໍາຫຼວດເສັ້ນທາງສາຍຫຼັກຄືນທັງໝົດ ເພື່ອກຳນົດມາດຕະຖານເຕັກນິກ, ປັບປຸງໂຄງສ້າງທາງໃຫ້ຖືກຕ້ອງ ໂດຍເລັ່ງໃສ່ການນໍາໃຊ້ວັດສະດຸກໍ່ສ້າງທີ່ສາມາດຜະລິດ ແລະ ສະໜອງໄດ້ຢູ່ພາຍໃນໃຫ້ຫຼາຍຂຶ້ນ ເປັນຕົ້ນຊີມັງ, ເຫຼັກເສັ້ນ ເພື່ອເປັນການສົ່ງເສີມການຜະລິດພາຍໃນ, ທົດແທນການນໍາເຂົ້າ ແລະ ຫຼຸດຜ່ອນການນໍາເຂົ້າຢາງໝາກຕອຍຈໍານວນຫຼາຍ; ການກໍ່ສ້າງຕະຝັ່ງເຈື່ອນຕາມແຄມທາງ ແລະ ແຄມແມ່ນໍ້າ ກໍຕ້ອງໄດ້ທົບທວນການອອກແບບໃຫ້ເໝາະສົມ, ຄົ້ນຄວ້າການນໍາໃຊ້ວັດສະດຸພາຍໃນໃຫ້ຫຼາຍຂຶ້ນ, ໃຫ້ທົບທວນຄວາມຈໍາເປັນການນໍາໃຊ້ຕາໜ່າງຫີນ (Box & Mattress Gabion) ເພື່ອຮັບປະກັນບໍ່ໃຫ້ມູນຄ່າການກໍ່ສ້າງສູງເກີນກວ່າຄວາມຈໍາເປັນ.
4. ພິຈາລະນາຢ່າງຖີ່ຖ້ວນຕໍ່ບັນດາໂຄງການກໍ່ສ້າງ ແລະ ສ້ອມແປງທົ່ວໄປ ທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດຕາມການແບ່ງຂັ້ນຄຸ້ມຄອງນັ້ນ ເຫັນວ່າມີຈໍານວນຫຼາຍ ແລະ ແຫຼ່ງທຶນຈາກການນໍາໃຊ້ງົບປະມານລົງທຶນຂອງລັດໃນແຕ່ລະປີ ຖ້າຈະປະຕິບັດນະໂຍບາຍໃໝ່ຕ້ອງໄດ້ຄົ້ນຄວ້າຢ່າງຖີ່ຖ້ວນ, ກຳນົດກົນໄກທີ່ແນ່ນອນ ເພື່ອບໍ່ໃຫ້ເກີດຊ່ອງວ່າງ ທັງບໍ່ສ້າງຜົນກະທົບຮ້າຍແຮງຕໍ່ການເກັບລາຍຮັບປະຈຳແຕ່ລະປີຂອງລັດຖະບານ; ສໍາລັບການໃຫ້ນະໂຍບາຍຕໍ່ການລົງທຶນການກໍ່ສ້າງທາງດ້ວຍທຶນຂອງພາກທຸລະກິດໃນຮູບແບບ BOT ຫຼື ຮູບແບບອື່ນຕາມທີ່ກຳນົດໄວ້ໃນມາດຕາ 11 ຂອງດໍາລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ພາກເອກະຊົນ ສະບັບເລກທີ 624/ລບ, ລົງວັນທີ 21 ທັນວາ 2020 ສະເໜີໃຫ້ພິຈາລະນາຫຼຸດຜ່ອນ ຫຼື ຍົກເວັ້ນການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕາມແຕ່ກໍລະນີ.
5. ຊີ້ນໍາກະຊວງການເງິນ ກຳນົດກົນໄກການຄຸ້ມຄອງ ແລະ ຕິດຕາມກວດກາການນໍາເຂົ້າວັດສະດຸກໍ່ສ້າງ ແລະ ກົນຈັກ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງໃນການນໍາເຂົ້າວັດສະດຸ ແລະ ກົນຈັກ ມານໍາໃຊ້ບໍ່ຖືກຕ້ອງເປົ້າໝາຍ, ພາຍຫຼັງທີ່ໂຄງການກໍ່ສ້າງ ແລະ ສ້ອມແປງທາງ ຈັດຕັ້ງປະຕິບັດສໍາເລັດແລ້ວ ຕ້ອງມີການສະຫຼຸບ ແລະ ກວດກາຈໍານວນການນໍາເຂົ້າທີ່ນໍາໃຊ້ໃນໂຄງການຄືນໃໝ່ ຕາມນິຕິກຳທີ່ກຳນົດຢ່າງລະອຽດ ແລະ ຈະແຈ້ງ.
6. ຄົ້ນຄວ້າພິຈາລະນາແບ່ງຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ ພ້ອມທັງມີກົນໄກການປະສານງານຂອງຂະແໜງການດຽວກັນ ຫຼື ຂະແໜງການທີ່ກ່ຽວຂ້ອງ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວກັນ, ຫຼີກລ່ຽງບໍ່ໃຫ້ຖິ້ມຄວາມຮັບຜິດຊອບໃຫ້ກັນ.
7. ຕ້ອງມີມາດຕະການທີ່ເຂັ້ມງວດໃນການຄວບຄຸມຄຸນນະພາບ, ມາດຕະຖານເຕັກນິກການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ; ເຂັ້ມງວດການຄຸ້ມຄອງ ແລະ ກວດກາເສັ້ນທາງໃນການຂົນສົ່ງ, ປະເພດລົດບັນທຸກ, ນໍ້າໜັກລົດບັນທຸກ, ແລະ ມີຄວາມພ້ອມຮອບດ້ານໃນການປະຕິບັດມາດຕະການທີ່ເຂັ້ມງວດ ແລະ ເດັດຂາດ ຕໍ່ຜູ້ບັນທຸກນໍ້າໜັກເກີນ.