(ສພຊ) – ຕາມວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ເມື່ອຕອນບ່າຍວັນທີ 11 ມິຖຸນາຜ່ານມາ ໂດຍການເປັນປະທານຂອງທ່ານ ສົມມາດ ພົສເສນາ ປະທານສະພາແຫ່ງຊາດ; ທ່ານ ເພັດ ພົມພິພັກ ຕາງໜ້າຄະນະຮັບຜິດຊອບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ໄດ້ລາຍງານການທາບທາມແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ X (2026-2030) ພາຍໃຕ້ຄຳຂວັນ “ຕັ້ງໜ້າສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ, ນຳໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ” ເຊິ່ງມີ 6 ເປົ້າໝາຍໃຫຍ່ດັ່ງນີ້:
1. ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການນໍາໃຊ້ທຸກທ່າແຮງບົ່ມຊ້ອນເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ, ໝັ້ນທ່ຽງ ແລະ ຍືນຍົງ ໂດຍມີ 6 ແຜນວຽກຈຸດສຸມຄື: 1) ນຳໃຊ້ທ່າແຮງບົ່ມຊ້ອນເພື່ອຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນືອງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບສູງຂຶ້ນ; 2) ຄຸ້ມຄອງເສດຖະກິດມະຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; 3) ຍົກສູງປະສິດທິພາບການລົງທຶນໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ; 4) ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; 5) ພັດທະນາລັດວິສາຫະກິດ ແລະ ເສດຖະກິດລວມໝູ່ຂອງປະຊາຊົນ ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ; 6) ພັດທະນາເສດ ຖະກິດດິຈິຕອນໃຫ້ມີຄວາມເຂັ້ມແຂງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວທີ່ຍືນຍົງ.
2. ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໂດຍມີ 4 ແຜນວຽກຈຸດສຸມຄື: 1) ພັດທະນາການສຶກສາໃຫ້ມີຄຸນນະພາບ ເພື່ອຮອງຮັບການພັດທະນາຂອງປະເທດຊາດ; 2) ປັບປຸງວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວເຖິງ; 3) ພັດ ທະນາສີມືແຮງງານ ໃຫ້ໄດ້ປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ; 4) ບຸກຄະລາກອນຂອງພາກລັດ ໄດ້ຮັບການພັດທະນາ ແລະ ມີຄຸນນະພາບສູງຂຶ້ນ.
3. ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດ ໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ ໂດຍມີ 6 ແຜນວຽກຈຸດສຸມຄື: 1) ພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ມີຄຸນນະພາບດີຂຶ້ນ; 2) ປັບປຸງວຽກງານຄ້ຳປະກັນສະ ບຽງອາຫານ ແລະ ໂພຊະນາການ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບສູງຂຶ້ນ; 3) ສົ່ງເສີມ ແລະ ພັດທະນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບຍິງ-ຊາຍ ໃຫ້ມີຄຸນນະພາບດີຂຶ້ນ; 4) ພັດທະນາວຽກງານຖະແຫຼງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະທຳທີ່ເປັນເອກະລັກຂອງຊາດ, ກ້າວໜ້າ ແລະ ສ້າງໃຫ້ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ ແລະ ສີວິໄລ; 5) ປັບປຸງລະບົບປະກັນສັງຄົມ-ປົກປ້ອງສັງຄົມ ໃຫ້ກວ້າງຂວາງ ແລະ ມີຄຸນນະພາບ; 6) ແກ້ໄຂບັນຫາລະເບີດບໍ່ທັນແຕກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ.
4. ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດກຽມ ພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ໂດຍມີ 3 ແຜນວຽກຈຸດສຸມຄື: 1) ການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນປ່າໄມ້, ທີ່ດິນ, ນ້ຳ ແລະ ແຮ່ທາດ ຢ່າງມີແຜນການ, ປະຢັດ, ໃຫ້ເກີດປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ; 2) ສົ່ງເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາປ່ຽນແປງດິນຟ້າອາ ກາດ ເພື່ອຫຼຸດຜ່ອນ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກວ້າງຂວາງ; 3) ເພີ່ມທະວີການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູ ຫຼັງໄພພິບັດຕ່າງໆ.
5. ການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ໂດຍມີ 4 ແຜນວຽກຈຸດສຸມຄື: 1) ພັດທະນາໂຄງລ່າງພື້ນຖານທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອຳນວຍໃຫ້ແກ່ການຜະລິດ, ບໍລິການ, ການຄ້າ ແລະ ການລົງທຶນ; 2) ເສີມຂະຫຍາຍການພົວພັນຮ່ວມມື, ການເຊື່ອມໂຍງການຄ້າ ແລະ ການລົງທຶນກັບພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະ ກວ້າງຂວາງຂຶ້ນກວ່າເກົ່າ; 3) ພັດທະນາແຄວ້ນ ແລະ ທ້ອງຖິ່ນ ໃຫ້ມີຄວາມສົມດຸນ, ເຂັ້ມແຂງ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ; 4) ພັດທະນາຕົວເມືອງ ແລະ ເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
6. ການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫົງບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ໂດຍມີ 3 ແຜນວຽກຈຸດສຸມຄື: 1) ຍົກສູງປະສິດທິພາບການປົກຄອງ-ການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ ແລະ ປະຕິບັດຕົວຈິງຢ່າງມີປະສິດທິພາບສູງ; 2) ປັບປຸງກົນໄກ, ລະບຽບການປະສານງານລະຫວ່າງພາກລັດດ້ວຍກັນ ໃຫ້ມີຄວາມເປັນເອກະພາບ ແລະ ວ່ອງໄວຂຶ້ນ; 3) ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການ ເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິ ປະໄຕ, ຍຸຕິທຳ ແລະ ສີວິໄລ.
6 ເປົ້າໝາຍ 26 ແຜນວຽກຈຸດສຸມ ໃນການພັດທະນາເສດຖະກິດ-ສັງຄົມ ຄັ້ງທີ X
