
ຕາມການລາຍງານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ 2 ໃນຕອນເຊົ້າວັນທີ 28 ກໍລະກົດ ນີ້ວ່າ: ໃນ 6 ເດືອນຜ່ານມາການເຕີບໂຕທາງດ້ານເສດຖະກິດພາຍໃນແຂວງຍັງສືບຕໍ່ຂະຫຍາຍຕົວດີ ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວຢູ່ໃນລະດັບ 5.95%, ຄິດເປັນມູນຄ່າ 16,397 ຕື້ກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 0.32%, ລາຍໄດ້ສະເລ່ຍຕໍ່ຫົວຄົນ 14.53 ລ້ານກີບຕໍ່ຄົນ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 1,020,000 ກີບ, ໃນນັ້ນ: ກະສິກໍາ ຂະຫຍາຍຕົວ 2.66%, ທຽບໃສ່ໄລຍະດຽວກັນໃນປີຜ່ານມາ ເພີ່ມຂຶ້ນ 0.41%; ອຸດສາຫະກໍາ ຂະຫຍາຍຕົວ 7.8%, ເພີ່ມຂຶ້ນ 0.18%; ບໍລິການ ຂະຫຍາຍຕົວ 5.57%, ເພີ່ມຂຶ້ນ 0.34%.
ໂດຍລວມແລ້ວເຫັນວ່າ ເສດຖະກິດຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ປັດໄຈຫຼັກແມ່ນ ໄດ້ຈາກການລົງທຶນຂອງພາກສ່ວນທຸລະກິດພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນ ການຜະລິດ, ສົ່ງອອກແຮ່ຄໍາ-ທອງແດງ ບໍລິສັດລ້ານຊ້າງມິເນິໂຣນ, ຜະລິດເຍື່ອເຈ້ຍບໍລິສັດຊັນເປເປີ້, ການລົງທຶນໃນຂະແໜງພະລັງງານທົດແທນ ແລະ ຈາກກໍາລັງແຮງການຜະລິດເຂົ້າ, ມັນຕົ້ນ, ອ້ອຍ, ຢາງພາລາ, ໄມ້ວິກ, ກ້ວຍ, ສັດໃຫຍ່ ແລະ ສັດປີກ ທີ່ເພີ່ມຂຶ້ນຂອງປະຊາຊົນ.
ດ້ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຜ່ານມາສາມາດຈັດເກັບລາຍຮັບງົບປະມານໄດ້ 3,151.34 ຕື້ກີບ, ເທົ່າກັບກັບ 68.36% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນປີຜ່ານມາ ເພີ່ມຂຶ້ນ 28.73% ຫຼືເປັນເງິນປະມານ 703 ຕື້ກີບ, ໃນນັ້ນ: ລາຍຮັບພູດສູນກາງ: ປະຕິບັດໄດ້ປະມານ 1,054 ຕື້ກີບ, ເທົ່າກັບ 51.93% ຂອງແຜນການປີ, ຖ້າທຽບໄລຍະດຽວ ເພີ່ມຂຶ້ນ 11.13% ຫຼືເປັນເງິນປະມານ 105 ຕື້ກີບ ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ປະມານ 2,097 ຕື້ກີບ, ເທົ່າ 81.29% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 39.86% ຫຼືເປັນເງິນປະມານ 597 ຕື້ກີບ.ດ້ານລາຍຈ່າຍ: ສາມາດຈັດຕັ້ງປະຕິບັດໄດ້ 785 ຕື້ກີບ, ເທົ່າກັບ 65.69%. ໃນນັ້ນ, ໄດ້ປະຕິບັດອະນຸມັດເງິນເດືອນຄູອາສາສະໜັກທົ່ວແຂວງ ໃນ 6 ເດືອນຕົ້ນປີ 2025 ປະມານ 15 ຕື້ກວ່າກີບ. ໄດ້ປະຕິບັດການດຸ່ນດ່ຽງງົບປະມານໃຫ້ສູນກາງສໍາເລັດແລ້ວ ຫຼາຍກວ່າ 636 ຕື້ກີບ.