6 ເດືອນທ້າຍປິ ລັດຖະບານ ຈະສູ້ຊົນໃຫ້ GDP ຂະຫຍາຍຕົວ 4.8%

ມ.ຖ. 11, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ປີ 2025 ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ດັ່ງນັ້ນ, ໃນໄລຍະ 6 ເດືອນທ້າຍປີ 2025, ລັດຖະບານ ຈະເພີ່ມຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ບັນດາມະຕິຂອງສະພາແຫ່ງຊາດ, ບັນດາວຽກ 12 ຈຸດສຸມຂອງສອງວາລະແຫ່ງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ໂດຍລັດຖະບານຈະສຸມໃສ່ວຽກຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:
ດ້ານເສດຖະກິດ:
1. ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກໃຫ້ປາກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກ ຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນຢ່າງລະອຽດ.
2. ສືບຕໍ່ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ (GDP ຂະຫຍາຍຕົວຢູ່ໃນລະດັບ 4.8%) ໂດຍນໍາໃຊ້ທຸກທ່າ ແຮງທີ່ມີ; ສືບຕໍ່ພັດທະນາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ; ຊຸກຍູ້ສົ່ງເສີມການສ້າງໂຮງງານອຸດສາຫະກຳ ແລະ ອຸດສາຫະກຳປຸງແຕ່ງ ເຂົ້າສູ່ລວງເລິກ ເຊັ່ນ: ຜະລິດຝຸ່ນຊີວະພາບ, ຫົວອາຫານສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.
3. ດໍາເນີນນະໂຍບາຍເງິນຕາຢ່າງຮັດກຸມ ແລະ ນະໂຍບາຍອັດຕາແລກປ່ຽນຢ່າງມີປະສິດທິພາບ; ຄຸ້ມຄອງເງິນຕາຕ່າງປະ ເທດທີ່ມາຈາກການລົງທຶນ, ການສົ່ງອອກ-ນໍາເຂົ້າສິນຄ້າຜ່ານລະບົບທະນາຄານ ຕິດພັນກັບສົ່ງເສີມການນໍາໃຊ້ເງິນກີບ ແລະ ການນໍາໃຊ້ສະກຸນເງິນທ້ອງຖິ່ນກັບປະເທດໃກ້ຄຽງ.
4. ເລັ່ງຫັນເປັນທັນສະໄໝໃນການເກັບລາຍຮັບທີ່ມີຖານລາຍຮັບແລ້ວ ໃຫ້ສໍາເລັດໄວ ແລະ ຄົ້ນຄວ້າຂະຫຍາຍຖານລາຍຮັບໃໝ່ທີ່ມີທ່າແຮງ. ດ້ານລາຍຈ່າຍງົບປະມານ ຈະສຸມໃສ່ວຽກງານບຸລິມະສິດຂອງລັດຖະບານ, ນໍາໃຊ້ແຫຼ່ງລາຍຮັບພາຍໃນເພື່ອແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ທັງຫຼຸດຜ່ອນການກູ້ຢືມຢ່າງຕັ້ງໜ້າ; ພ້ອມນັ້ນ, ກໍສຸມໃສ່ປະຕິບັດລາຍຈ່າຍບ້ວງເງິນເກີນແຜນປີ 2024 ເພື່ອແກ້ໄຂໜີ້ສິນພາຍໃນດ້ວຍຮູບການຕ່າງໆທີ່ເໝາະສົມ ແລະ ຮັບໃຊ້ວຽກງານຈໍາເປັນຈໍານວນໜຶ່ງຂອງລັດຖະບານ ແລະ ທ້ອງຖິ່ນ.
5. ສືບຕໍ່ເລັ່ງທວງການປະຕິບັດພັນທະໜີ້ສິນຈາກພາກສ່ວນຕ່າງໆ ທີ່ໄດ້ເຈລະຈາ ແລະ ຕົກລົງຮ່ວມກັນ ໃຫ້ສໍາເລັດຕາມສັນຍາ ແລະ ຄາດໝາຍທີ່ວາງໄວ້.
6. ສຸມໃສ່ບູລະນະ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທັງຈັດສັນງົບປະມານບ້ວງກອງທຶນທາງເຂົ້າໃນການສ້ອມແປງເສັ້ນທາງໃຫ້ທັນການ; ຊຸກຍູ້ການກໍ່ສ້າງທາງດ່ວນແບບ BOT ໃຫ້ໄດ້ເຊັນສັນຍາສໍາປະທານໄວ, ໃນນັ້ນ ສະເພາະທາງດ່ວນ ວຽງຈັນ-ຮ່າໂນ້ຍ ສູ້ຊົນໃຫ້ໄດ້ເຊັນສັນຍາສາປະທານ ແລະ ເລີ່ມລົງມືກໍ່ ສ້າງໃນທ້າຍປີນີ້.
7. ສືບຕໍ່ດັດສົມຈໍານວນບໍລິສັດນໍາເຂົ້າ-ສົ່ງອອກ, ຄຸ້ມຄອງການນໍາເຂົ້າສິນຄ້ານອກລະບົບຢ່າງເຂັ້ມງວດ ແລະ ຈຳກັດການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດກຸ້ມຕົນເອງ.
8. ສືບຕໍ່ປັບປຸງກົນໄກ, ລະບຽບການສົ່ງເສີມການລົງທຶນ ແລະ ການດໍາເນີນທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວຂຶ້ນ; ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນທີ່ໄດ້ຮັບອະນຸມັດ, ໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ, ບໍ່ປະຕິບັດຕາມສັນຍາ, ສົ່ງຜົນກະທົບໜັກໜ່ວງຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແມ່ນຈະປະຕິບັດມາດຕະການເດັດຂາດດ້ວຍການຍົກເລີກ ຫຼື ຖອນເອົາໂຄງການຄືນ.
9. ເອົາໃຈໃສ່ຄຸ້ມຄອງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ເປັນຕົ້ນ: ແຮ່ຄໍາ, ແຮ່ຫາຍາກ, ແຮ່ເກືອໂປຕາສ ແລະ ອື່ນໆ ໃຫ້ຮັດກຸມ ແລະ ເຂັ້ມງວດ ທັງຮີບຮ້ອນຄົ້ນຄວ້ານະໂຍບາຍຕົວຈິງຈານວນໜຶ່ງ ເພື່ອສ້າງໂຮງງານປຸງແຕ່ງແຮ່ສໍາເລັດຮູບຢູ່ພາຍໃນປະເທດ.
10. ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດແຄນໄຟຟ້າ ແລະ ຊຸກຍູ້ໂຄງການທີ່ໄດ້ອະນຸມັດ ເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ.
11. ຍູ້ແຮງສົ່ງເສີມການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫຼາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ແຂງແຮງກວ່າເກົ່າ.
12. ສືບຕໍ່ປະຕິຮູບບັນດາລັດວິສາຫະກິດໃຫຍ່ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ກະກຽມຈັດກອງປະຊຸມເປີດກວ້າງວຽກປະຕິຮູບລັດວິສາຫະກິດທົ່ວປະເທດ.
​ດ້ານວັດທະນະທຳ-ສັງຄົມ:
1. ສືບຕໍ່ປະຕິບັດນະໂຍບາຍອຸດໜູນຄູອາສາສະໝັກ ແລະ ແກ້ໄຂສະພາບປະລະການຮຽນຂອງນັກຮຽນ, ນັກສຶກສາ ໃຫ້ເປັນຮູບປະທໍາຫຼາຍຂຶ້ນ; ສືບຕໍ່ປັບປຸງຫຼັກສູດ ແລະ ລະບົບການຮຽນຢູ່ຊັ້ນ-ຂັ້ນຕ່າງໆ ໃຫ້ກ້າວໄປສູ່ຄຸນນະພາບທີ່ດີຂຶ້ນກວ່າເກົ່າ.
2. ຍົກລະດັບໂຮງໝໍຂັ້ນຕ່າງໆ ໃຫ້ໄດ້ມາດຕະຖານ, ສະໜອງອຸປະກອນການແພດ ແລະ ບັນຈຸພະນັກງານຕາມແຜນ, ປັບປຸງ ແລະ ຂະຫຍາຍການບໍລິການປິ່ນປົວສຸຂະພາບໃຫ້ທົ່ວເຖິງ ແລະ ເຂັ້ມແຂງ.
3. ສຸມໃສ່ພັດທະນາສີມືແຮງງານ, ດັດສົມແຮງງານ ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດຢູ່ພາຍໃນ ແລະ ຕ່າງປະ ເທດ; ສືບຕໍ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂສະພາບຂາດແຄນແຮງງານພາຍໃນປະເທດ; ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະເທດທີ່ມາອອກແຮງງານຢູ່ ສປປລາວ ໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດ, ປັບປຸງລະບົບການຄຸ້ມຄອງແຮງງານໃຫ້ມີຄວາມທັນສະໄໝ.
4. ສຸມໃສ່ປັບປຸງວຽກງານຖະແຫຼງຂ່າວໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ, ປັບປຸງ ແລະ ຂະຫຍາຍສື່ຕ່າງໆ ໃຫ້ມີຄວາມຫຼາກຫຼາຍ ໂດຍການປັບປຸງໂຄງລ່າງພື້ນຖານດ້ານສື່ມວນຊົນ, ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ສົ່ງເສີມການທ່ອງທ່ຽວຢ່າງແຂງແຮງ ດ້ວຍການນໍາໃຊ້ນະໂຍບາຍ ແລະ ມາດຕະການແທດຕົວຈິງ ໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ພ້ອມທັງສຸມໃສ່ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ ໂດຍມີການສົມທົບແໜ້ນກັບທຸກພາກສ່ວນທັງພາກລັດ ແລະ ເອກະຊົນໃນທົ່ວສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວໃຫ້ມີຄວາມປະທັບໃຈ.
5. ສືບຕໍ່ຍູ້ແຮງວຽກງານຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໂດຍເລັ່ງສັບຊ້ອນພະນັກງານເພື່ອລົງເຮັດວຽກຂັ້ນເມືອງ, ສຸມໃສ່ການຈັດສັນທີ່ດິນຂັ້ນເມືອງ ແລະ ບ້ານ ເພື່ອຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນໃນເຂດທີ່ດິນປ່າໄມ້ ແລະ ເຂດທີ່ມີການສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາຕ່າງໆ ພ້ອມທັງປັບປຸງລະບົບຄຸ້ມຄອງທີ່ດິນໄປຕາມທິດຫັນເປັນທັນສະໄໝ.
6. ສືບຕໍ່ເລັ່ງໃສ່ການຈັດສັນພູມລໍາເນົາ ແລະ ສ້າງອາຊີບຄົງທີ່ ແລະ ໝັ້ນຄົງ ໃຫ້ແກ່ປະຊາຊົນ; ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ເປັນຕົ້ນນັກທຸລະກິດ, ຜູ້ປະກອບການ ໃຫ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຊົນນະບົດຮອບ ດ້ານ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.