
ທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້້າແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ 2 ໃນຄັ້ງວັນທີ 28 ກໍລະກົດ 2025 ກ່ຽວກັບການຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 2 ແລະ ດ່ານສາກົນແດນສະຫວັນ-ລາວບາວ ປັດຈຸບັນທັງ 2 ດ່ານສາກົນປັບປຸງກົງຈັກການຈັດຕັ້ງຕາມດໍາລັດສະບັບເລກທີ 643/ລບ ເຊິ່ງປະກອບມີ 4 ຂະແໜງຄື: ຫ້ອງການບໍລິຫານ ແລະ ພົວພັນ ຊາຍແດນ-ກົງສູນ, ຂະແໜງກວດຄົນເຂົ້າ-ອອກເມືອງ, ຂະແໜງພາສີ, ຂະແໜງກັກກັນພືດ,ສັດ ແລະ ປ່າໄມ້, ອາຫານ ແລະ ຢາຄວບຄຸມພະຍາດຕິດຕໍ່, ຢັ້ງຢືນຄວາມຖືກຕ້ອງຂອງນໍ້າມັນເຊື້ອໄຟ, ກວດສອບຄຸນນະພາບຜະລິດຕະພັນ ແລະ ສິນຄ້າ.ພ້ ອມດຽວກັນນີ້ທັງ2ດ່ານສາກົນໄດ້ຄຸ້ມຄອງລາຍຮັບຜ່ານລະບົບທະນາຄານແບບລວມສູນໃນ 6 ເດືອນຕົ້ນປີ 2025 , ດ່ານສາກົນຂົວມິຕະພາບ-ລາວໄທແຫ່ງທີ 2 ເກັບເງິນບໍລິການເຮັດນອກໂມງການໄດ້ 3,190,464,400 ກີບ, ດ່ານສາກົນ ແດນສະຫວັນເກັບໄດ້ 7,214,309,767 ກີບ, ເງິນຄ່າບໍລິການພາຫະນະຕ່າງປະເທດເບື້ອງຂາເຂົ້າຂອງດ່ານໄດ້ 6,685,280, 000 ກີບ ແລະ ເງິນບໍລິການເຮັດນອກໂມງ 529, 029,767ກີບ, ນອກນີ້ທັງ 2 ດ່ານຍັງໄດ້ອອກວິຊາກັບດ່ານໄດ້ທັງໝົດ 9,307 ຄົນ, ຍິງ 2,126 ຄົນ ແລະ ຍົກເວັ້ນ 16 ຄົນ ສາມາດເກັບຄ່າທໍານຽມຜ່າວິຊາ ໂດຍຜ່ານລະບົບທະນາຄານ 215,400 ໂດລາສະຫະລັດ.ດ່ານສາກົນຂົວມິຕະພາບ-ລາວໄທ2ກວດຄົນເຂົ້າ-ອອກເມືອງທັງໝົດ713,625ຄົນ, ຍິງ311,560ຄົນ ເດັກ, 31,079ຄົນ ແລະ ມີພາຫະນະ142,353ຄັນ. ດ່ານສາກົນແດນສະຫວັນກວດຄົນເຂົ້າ-ອອກເມືອງທັງໝົດ278,515ຄົນ, ຍິງ 5,195ຄົນ ເດັກ 8,066ຄົນ ພາຫະນະ 131,149ຄັນ ແລະ ກວດທາງເຮືອຜ່ານມີ 581ຖ້ຽວ. ນອກນີກໍຍັງມີວຽກງານໃນແຕ່ລະຂະແໜງທີ່ທັງ2ດ່ານ ໄດ້ຈັດຕັ້ງປະຕິບັດ.