ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 30 ກໍລະກົດ – 1 ສິງຫາ 2024 ທີ່ສະພາປະຊາຊົນແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ , ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ-ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ທັງເປັນ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 11, ທ່ານ ປອ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ, ພ້ອມນີ້ ຍັງໄດ້ຖ່າຍທອດສົດ ບາງເນື້ອໃນທີ່ສໍາຄັນຈໍານວນໜຶ່ງ ຜ່ານສະຖານີວິທະຍຸແຂວງບໍລິຄໍາໄຊ ແລະ ເປີດກວ້າງການປະກອບຄໍາຄິດຄໍາເຫັນ, ຄໍາສະເໜີຈາກພໍ່ແມ່ປະຊາຊົນບັນດາເຜົ່າ ໃນໄລຍະດຳເນີນກອງປະຊຸມ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າບໍລິການ ກອງປະຊຸມຈະໄດ້ດຳເນີນໄປຈົນຮອດວັນທີ 1 ສິງຫາ 2024 ຈຶ່ງຈະສໍາເລັດ.
