(ສພຊ) – ອີງຕາມການລາຍງານຂອງທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງເສດຖະກິດ ໂດຍສະເພາະຂົງເຂດເສດຖະກິດ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ເຊິ່ງສາມາດສັງລວມຜົນການປະຕິບັດທີ່ພົ້ນເດັ່ນຈຳນວນໜຶ່ງດັ່ງນີ້:
1. ການຂະຫຍາຍຕົວທາງດ້ານເສດຖະກິດ ໄດ້ປະເມີນເປັນໄຕມາດ, ໄຕມາດ 1 ປີ 2025 ຂະຫຍາຍ ຕົວໃນລະດັບ 4.5%, ຄິດເປັນມູນຄ່າໃນປີເທົ່າກັບ 84,207 ຕື້ກີບ ເທົ່າກັບ 22.4% ຂອງແຜນການ (ມະຕິສະພາ: 375,968 ຕື້ກີບ) ໃນນີ້: ຂະແໜງກະສິກຳ ຂະຫຍາຍຕົວ 3.1% ກວມເອົາ 20.2% (ມະຕິສະພາ: 4.3% ກວມເອົາ 22.39%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.7% ກວມເອົາ 30.9% (ມະຕິສະພາ: 4.3% ກວມເອົາ 30.36%); ຂະແໜງບໍລິການ ຂະຫຍາຍຕົວ 4.7% ກວມເອົາ 37.1% (ມະຕິສະພາ: 5.5% ກວມເອົາ 34.29%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4.3% ກວມເອົາ 11.7% (ມະຕິສະພາ: 4.5% ກວມເອົາ 13.0%).
2. ການປະຕິບັດແຜນງົບປະມານແຫ່ງລັດ, ຜ່ານການປະຕິບັດໃນໄລຍະ 5 ເດືອນ ສາມາດສັງລວມໄດ້ດັ່ງນີ້:
1) ດ້ານລາຍຮັບງົບປະມານ: ຮອດວັນທີ 6 ມິຖຸນາ 2025 ສາມາດເກັບລາຍຮັບງົບປະມານ ໄດ້ 33,565 ຕື້ກີບ ເທົ່າກັບ 49% ຂອງແຜນການປີ (ແຜນການປີ 68,100 ຕື້ກີບ) ຫຼື ເທົ່າກັບ 8.95% ຂອງ GDP (ທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 20% ເປັນເງິນປະມານ 7,607 ຕື້ກີບ), ໃນນັ້ນ: ລາຍຮັບພາຍໃນ 31,892 ຕື້ກີບ ເທົ່າກັບ 51% ຂອງແຜນການປີ ໃນນີ້ ສູນກາງ 21,631 ຕື້ກີບ ເທົ່າກັບ 50% ຂອງແຜນການປີ ແລະ ທ້ອງຖິ່ນ 10,261 ຕື້ກີບ ເທົ່າກັບ 53% ຂອງແຜນການປີ; ຄາດຄະເນ 6 ເດືອນຕົ້ນປີ 2025 ຈະສາມາດເກັບລາຍຮັບໄດ້ປະ ມານ 37,100 ຕື້ກີບ ເທົ່າກັບ 54.42% ຂອງແຜນການປີ.
2) ດ້ານລາຍຈ່າຍງົບປະມານ: ປະຕິບັດໄດ້ 22,968 ຕື້ກີບ ເທົ່າກັບ 32% ຂອງແຜນການປີ (ແຜນການປີ 71,850 ຕື້ກີບ), ຄາດຄະເນ 6 ເດືອນຕົ້ນປີ 2025 ຈະປະຕິບັດໄດ້ປະມານ 36,380 ຕື້ກີບ ເທົ່າກັບ 50.63% ຂອງແຜນການປີ.
3) ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ: ສາມາດສະສາງໜີ້ສິນພາຍໃນ 2,301 ກວ່າຕື້ກີບ ທຽບເທົ່າ 13.54% ຂອງແຜນປີ ແລະ ໜີ້ສິນຕ່າງປະເທດ 533.58 ລ້ານໂດລາສະຫະລັດ ທຽບເທົ່າ 29.38% ຂອງແຜນປີ.
3. ການຮັກສາສະຖຽນລະພາບດ້ານເງິນຕາ, ໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າ:
– ອັດຕາເງິນເຟີ້: ຫຼຸດລົງເປັນແຕ່ລະເດືອນ, ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11.76% (ຫຼຸດລົງຫຼາຍຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24.77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ;
– ປະລິມານເງິນ M2: ຂະຫຍາຍຕົວຢູ່ໃນລະດັບ 15.36% ທຽບໃສ່ໄລ ຍະດຽວກັນຂອງປີຜ່ານມາ, ຮອດທ້າຍເດືອນ 6 ຄາດວ່າຈະຢູ່ໃນລະດັບ 14.86% ແລະ ຮອດທ້າຍປີ 2025 ຄາດວ່າຈະສາມາດບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ໂດຍຈະຂະຫຍາຍຕົວບໍ່ເກີນ 20% ທຽບໃສ່ປີຜ່ານມາ;
– ອັດຕາແລກປ່ຽນ: ທຽບໃສ່ທ້າຍປີ 2024, ເງິນກີບແຂງຄ່າ 0.2% ທຽບ ໃສ່ເງິນໂດລາ ແລະ ອ່ອນຄ່າ 0.42% ທຽບກັບເງິນບາດ, ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດ ແມ່ນຢູ່ໃນລະດັບ 0.06% ສໍາລັບເງິນກີບ/ໂດລາ ແລະ 0.21% ສໍາລັບເງິນກີບ/ບາດ;
– ຄັງສຳຮອງເງິນຕາຕ່າງປະເທດ: ມີຈຳນວນ 2,760.50 ລ້ານໂດລາສະຫະລັດ, ກຸ້ມການນໍາເຂົ້າ 5.03 ເດືອນ, ຮອດທ້າຍປີ 2025 ຄາດວ່າຈະສາມາດບັນລຸໄດ້ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ ໂດຍສາມາດກຸ້ມການນໍາເຂົ້າໄດ້ບໍ່ຫຼຸດ 5 ເດືອນ;
– ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ບັນລຸຕາມຄາດໝາຍ: ຢູ່ໃນລະດັບ 1.38%, ຄາດວ່າຮອດທ້າຍປີ 2025 ຈະບັນລຸໄດ້ຕາມຄາດໝາຍຕາມທີ່ສະພາແຫ່ງຊາດຮັບຮອງ ເຊິ່ງຢູ່ໃນລະດັບທີ່ບໍ່ເກີນ 3% ຂອງຍອດສິນເຊື່ອທັງໝົດ;
– ການຄຸ້ມຄອງລາຍຮັບເງິນຕາຕ່າງປະເທດຈາກການສົ່ງອອກຜ່ານລະບົບທະນາຄານ: ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68.74% ຂອງມູນຄ່າການສົ່ງອອກທັງໝົດ, ຄາດຄະເນໝົດປີ 2025 ຈະສາ ມາດບັນລຸຕາມຄາດໝາຍທີ່ວາລະແຫ່ງຊາດກຳນົດໄວ້ (ຄາດໝາຍບໍ່ໃຫ້ຫຼຸດ 70%); ທະນາຄານທຸລະກິດ 9 ແຫ່ງ ໄດ້ໂອນເງິນຂອງລັດຖະບານເຂົ້າບັນຊີລວມສູນຄັງເງິນ (ຫຼືເອີ້ນຫຍໍ້ວ່າ TSA) ຢູ່ທະນາຄານ ແຫ່ງ ສປປລາວ ຈຳນວນເງິນທຽບເປັນເງິນກີບ 26,822 ຕື້ກີບ ເພີ່ມຂຶ້ນ 6,996 ຕື້ກີບ ຫຼື 35.29% ທຽບໃສ່ປີ 2024 (19,826 ຕື້ກີບ); ອະນຸ ມັດເງິນສິນເຊື່ອ ລວມວົງເງິນກູ້ຢືມຈາກທະນາຄານທຸລະກິດ 4,748 ຕື້ກີບ ໃຫ້ 49 ຫົວໜ່ວຍ; ອະນຸມັດວົງເງິນກູ້ຢືມເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ 1,765 ຕື້ກີບ ໃຫ້ 922 ຫົວໜ່ວຍຢູ່ 18 ແຂວງ, ເບີກຖອນເງິນກູ້ຕົວຈິງ 1,607 ຕື້ກີບ (ໃນນັ້ນ, ຂະແໜງບໍລິການ-ທ່ອງທ່ຽວ ແລະ ການຄ້າ ກວມຫຼາຍກວ່າໝູ່ ໃນລະດັບ 51.68% ເຊິ່ງສ່ວນໃຫຍ່ແມ່ນຕັ້ງຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ).
4. ການຮັກສາສະຖຽນລະພາບດ້ານລາຄາສິນຄ້າ
ການນໍາເຂົ້ານໍ້າມັນເຊື້ອໄຟ: ມີບໍລິມາດ 904 ລ້ານກວ່າລິດ ເພີ່ມຂຶ້ນທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍສະເລ່ຍໃນປີ 2025 ມີການນໍາເຂົ້າ 165 ລ້ານລິດ/ເດືອນ.
5. ການຜະລິດກະສິກຳເປັນສິນຄ້າ
– ການຜະລິດເຂົ້ານາແຊງ ປະຕິບັດໄດ້ໃນເນື້ອທີ່ 84,715 ເຮັກຕາ ໄດ້ຮັບຜົນຜະລິດ 423,830 ໂຕນ ເທົ່າກັບ 94% ຂອງແຜນການ (450.000 ໂຕນ), ທຽບໃສ່ປີຜ່ານມາຫຼຸດລົງ 3,000 ໂຕນ;
– ການຜະລິດພືດສະບຽງອາຫານ ປະຕິບັດໄດ້ໃນເນື້ອທີ່ 146,520 ເຮັກຕາ ລື່ນແຜນການ 136,630 ເຮັກຕາ ຫຼື ລື່ນ 7.23% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ເຈລະຈາສົ່ງອອກສິນຄ້າກະສິກຳໄປ ສປຈີນ ໄດ້ຫຼາຍລາຍການ ເປັນຕົ້ນ: ປາຊວາຍ 442 ໂຕນ, ໝາກມ່ວງ 90 ໂຕນ ແລະ ຄາດວ່າໃນປີນີ້ ບໍລິສັດຈະສົ່ງອອກໝາກມ່ວງ 1,500 ໂຕນ; ເຈລະຈາສົ່ງອອກສິນຄ້າກະສິກຳອື່ນໆໄປປະເທດຕ່າງໆ ໄດ້ທັງໝົດ 74 ລາຍການ; ພ້ອມກັນນີ້, ພວມດໍາເນີນຂັ້ນຕອນການສົ່ງເຂົ້າສານໄປປະເທດບຣູໄນ, ເຈລະຈາສັນຍາສົ່ງອອກເຂົ້າສານໄປປະເທດບັງກລາເທດ 200,000 ໂຕນຕໍ່ປີ ແລະ ເຈລະຈາການສົ່ງອອກຊີ້ນແຊ່ແຂງ ແລະ ຜະລິດຕະພັນຊີ້ນ ໄປ ສປຈີນ ຕິດພັນກັບເລັ່ງກໍ່ສ້າງໂຮງງານຂ້າສັດທັນສະໄໝ. ສັງລວມແລ້ວ, ມູນຄ່າສົ່ງອອກຜະລິດຕະພັນກະສິກຳ ໃນ 5 ເດືອນຕົ້ນປີ 2025 ບັນລຸໄດ້ 977 ລ້ານໂດລາສະຫະລັດ ເທົ່າກັບ 65% (ແຜນການຕາມສະພາແຫ່ງຊາດຮັບຮອງ 1,500 ລ້ານໂດລາສະຫະລັດ).
6. ການຄຸ້ມຄອງໂຄງການບໍ່ແຮ່
ສຸມໃສ່ຄຸ້ມຄອງ, ຕິດຕາມ ແລະ ກວດກາໂຄງການແຮ່ທາດທີ່ໄດ້ອະນຸມັດຜ່ານມາ ໂດຍໄດ້ອອກຄຳສັ່ງສະບັບເລກທີ 06/ນຍ, ລົງວັນທີ 07 ມິນາ 2025; ປັດຈຸບັນ ພວມສຸມໃສ່ຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວຢ່າງເຂັ້ມງວດ ໂດຍໄດ້ມອບໃຫ້ຄະນະສະເພາະກິດຕາມຂໍ້ຕົກລົງສະບັບເລກທີ 47/ນຍ, ລົງວັນທີ 25 ເມສາ 2025 ລົງກວດກາແກ້ໄຂ ເຊິ່ງສາມາດອາຍັດພາຫະນະ ແລະ ເຄື່ອງອຸປະກອນໃນການຂຸດຄົນແຮ່ທາດໄດ້ເປັນຈໍານວນຫຼາຍສົມຄວນ. ປະຕິບັດມາດຕະການໂຈະການພິຈາລະນາໂຄງການໃໝ່ສໍາລັບແຮ່ໂລຫະຢ່າງເຂັ້ມງວດ ທັງສືບຕໍ່ສຸມໃສ່ກວດກາໂຄງການແຮ່ຄໍາ, ແຮ່ຫາຍາກ ແລະ ແຮ່ທາດອື່ນໆ ທີ່ໄດ້ຮັບອະນຸຍາດຜ່ານມາ ແລະ ປະຕິບັດມາດຕະການເຂັ້ມງວດ, ເດັດຂາດ ຕໍ່ໂຄງ ການທີ່ລະເມີດສັນຍາ, ການລາຍງານຂໍ້ມູນຜົນການຜະລິດບໍ່ຖືກກັບຄວາມເປັນຈິງ.
7. ການແກ້ໄຂສະພາບຂາດແຄນໄຟຟ້າ
ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ແລະ ໄດ້ເລັ່ງຊຸກຍູ້ໂຄງການແຫຼ່ງຜະລິດທີ່ຈັດໃນບຸລິມະສິດ ເຊັ່ນ: 1) ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3 (ເປັນຂອງລັດວິສາຫະກິດໄຟຟ້າລາວ) ໃຫ້ສຳເລັດໃນປີ 2027, ປັດຈຸບັນ ໄດ້ຮັບ ແຫຼ່ງທຶນຈາກພາຍໃນປະເທດ ເພື່ອມາກໍ່ສ້າງໃຫ້ສຳເລັດຕາມແຜນ; 2) ຊຸກຍູ້ໂຄງການພະລັງງານແສງຕາເວັນຂະໜາດໃຫຍ່ 12 ຈຸດບຸລິມະສິດ, ກຳລັງຕິດຕັ້ງ 650 MW, ປັດຈຸບັນ ໄດ້ສຳເລັດການເຊັນ Tariff MOU ໄປແລ້ວ 280 MW, ໃນນັ້ນ ໄດ້ສຳເລັດການກໍ່ສ້າງ ແລະ ປ່ອຍກະແສໄຟຟ້າແລ້ວ 1 ໂຄງການ 50 MW; 3) ຊຸກຍູ້ໂຄງການພະລັງ ງານແສງຕາເວັນຂະໜາດນ້ອຍ 5 MW ລົງມາ ເພື່ອເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດແຄນໄຟຟ້າ ແລະ 4) ສືບຕໍ່ ຕິດຕາມ, ຊຸກຍູ້ໂຄງການເຂື່ອນໄຟຟ້າ ແລະ ແຫຼ່ງຜະລິດປະເພດອື່ນ ທີ່ມີສັນຍາຊື້-ຂາຍໄຟຟ້າກັບລັດວິສາຫະກິດໄຟຟ້າລາວ ໃຫ້ກໍ່ສ້າງໂຄງການສໍາເລັດຕາມແຜນການກຳນົດ.
8. ການແກ້ໄຂຍານພາຫະນະທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ ແລະ ການຄຸ້ມຄອງລົດລັດ
– ສາມາດຢຶດລົດໃຫຍ່ໄດ້ 32 ຄັນ ແລະ ກັກໄດ້ 14 ຄັນ; ປັດຈຸບັນ, ພວມເລັ່ງສືບສວນ-ສອບສວນເປົ້າໝາຍ ປອມແປງເອກະສານ ແລະ ມີສ່ວນກ່ຽວພັນກັບການລັກລອບນໍາເຂົ້າຍານພາຫະນະດັ່ງກ່າວ ແລະ ພວມສຸມໃສ່ກວດກາ ແລະ ຂຶ້ນບັນຊີລົດເຖື່ອນ ເພື່ອແກ້ໄຂຕາມທິດຊີ້ນໍາຂອງກົມການເມືອງ.
– ສາມາດເກັບກຳລົດລັດໄດ້ 37,427 ຄັນ, ໃນນີ້: ຢູ່ຂັ້ນສູນກາງ 8,959 ຄັນ ແລະ ຂັ້ນທ້ອງຖິ່ນ 28,468 ຄັນ ທັງສຸມໃສ່ການປະຕິບັດແຜນສະສາງລົດຂອງລັດ ເຊິ່ງຕາມແຜນມີ 3,211 ຄັນ, ໃນນັ້ນ ໄດ້ສໍາເລັດການສະສາງແລ້ວ 1,702 ຄັນ ເທົ່າກັບ 53% ຂອງຕົວເລກແຜນການສະສາງລົດທັງໝົດ, ສາມາດເກັບລາຍຮັບທັງໝົດ 69.90 ຕື້ກີບ.
9. ການປະຕິຮູບລັດວິສາຫະກິດ
ໄດ້ສຸມໃສ່ປັບປຸງ 4 ລັດວິສາຫະກິດໃຫຍ່ ແລະ ສຳຄັນ ຄື: ໄຟຟ້າລາວ, ການບິນລາວ, ນໍ້າມັນເຊື້ອໄຟລາວ ແລະ ທະນາຄານນະໂຍບາຍ, ໃນນີ້:
– ລັດວິສາຫະກິດໄຟຟ້າລາວ: ໄດ້ສົບຕໍ່ປະຕິບັດແຜນປະຕິຮູບທີ່ໄດ້ຮັບຮອງຜ່ານມາ ໃນໄລຍະປີ 2022, ແຕ່ໄດ້ມີການປັບປຸງຄືນບາງແຜນງານເພື່ອໃຫ້ແທດເໝາະກັບສະພາບການປ່ຽນແປງແຕ່ລະໄລຍະ ໂດຍໄດ້ສຸມໃສ່ການສ້າງລາຍຮັບຈາກທຸກທ່າແຮງທັງທາງກົງ ແລະ ທາງອ້ອມ, ທັງຕັດລາຍຈ່າຍທີ່ບໍ່ຈຳເປັນອອກ; ປັບປຸງລະບົບ-ລະບຽບການຄຸ້ມຄອງດ້ານການເງິນ-ການບັນຊີ ໃຫ້ມີຄວາມໂປ່ງໃສກວດສອບໄດ້; ພ້ອມກັນນັ້ນ ກໍໄດ້ປັບປຸງສະພາບໍລິຫານ ແລະ ຄະນະຜູ້ອຳນວຍການຄືນໃໝ່.
– ລັດວິສາຫະກິດການບິນລາວ: ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມທຶນກັບລັດວິສາຫະກິດຂອງ ສປຈີນ (ບໍລິສັດ COMAC) ຕາມການຕົກລົງ ແລະ ຊີ້ນຳຂອງກົມການເມືອງສູນກາງພັກ, ປັດຈຸບັນ ພວມເລັ່ງໃຫ້ບໍລິສັດກວດສອບເອກະລາດມາກວດ ແລະ ຢັ້ງຢືນມູນຄ່າຊັບສິນຂອງລັດວິສາຫະກິດການບິນລາວ; ພວມຄົ້ນຄວ້າພິຈາລະນາການສະເໜີຂອງບໍລິສັດ COMAC ໃນການຮ່ວມທຶນຢ່າງຮອບຄອບ ເປັນຕົ້ນການສະເໜີເປັນຜູ້ຖືຮຸ້ນໃນອັດຕາ 51%, ສະເໜີໃຫ້ນໍາໃຊ້ເຮືອບິນທີ່ເປັນຜະລິດຕະພັນຂອງບໍລິສັດ COMAC ເຂົ້າໃນການດໍາເນີນທຸລະກິດໃນການໃຫ້ບໍລິການດ້ານການບິນ ແລະ ສະເໜີໃຫ້ຍົກໜີ້ຜ່ານມາອອກຈາກບັນຊີຂອງການບິນລາວ;
– ລັດວິສາຫະກິດນໍ້າມັນເຊື້ອໄຟລາວ: ໄດ້ສຸມໃສ່ຄົ້ນຄວ້າການຫັນເປັນລັດຮ່ວມທຶນກັບເອກະຊົນທີ່ມີຄວາມເຂັ້ມແຂງ, ແຕ່ລັດຕ້ອງຖືຮຸ້ນຢ່າງໜ້ອຍ 51% ຂຶ້ນໄປ; ປັດຈຸບັນ ພວມສຸມໃສ່ປະເມີນຊັບສິນຂອງລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອເປັນພື້ນຖານໃນການກຳນົດຮູບແບບ ແລະ ອັດຕາການຮ່ວມທຶນ.
– ສໍາລັບທະນາຄານນະໂຍບາຍ: ຈະປ່ຽນຊື່ເປັນທະນາຄານພັດທະນາຊົນນະບົດ ເຊິ່ງມີພາລະບົດບາດໃຫ້ບໍລິ ການຮັບຝາກເງິນ, ສະໜອງສິນເຊື່ອ ແລະ ຜະລິດຕະພັນອື່ນໆ; ປັດຈຸບັນພວມຂຸ້ນຂ້ຽວປັບປຸງລະບົບ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເຊິ່ງຄາດວ່າຈະໃຫ້ສຳເລັດ ແລະ ທັນເປີດບໍລິການໃນປີນີ້.
10. ການປັບປຸງ ແລະ ຍົກລະດັບໂຄງລ່າງພື້ນຖານຄົມມະນາຄົມ ແລະ ຂົນສົ່ງ
ສຳເລັດການປັບປຸງ ແລະ ຍົກລະດັບທາງເລກ 13 ເໜືອ ຊ້ວງແຕ່ສີໄຄ-ໂພນໂຮງ, ທາງເລກ 13 ໃຕ້ ຊ້ວງແຕ່ ກມ 71-ກມ 346; ກະກຽມເຊັນສັນຍາເງິນກູ້ເພື່ອຍົກລະດັບທາງເລກ 13 ໃຕ້ເຂດນະຄອນຫຼວງວຽງຈັນ (ກມ 21-ກມ 71) ; ດໍາເນີນການປະມູນເພື່ອປັບປຸງ ແລະ ຍົກລະດັບທາງເລກ 2E, 2W ແລະ ທາງເລກ 12; ກະກຽມພື້ນຟູ ແລະ ສ້ອມ ແປງທາງຫຼວງແຫ່ງຊາດເລກ 9 ໂດຍເກັບເງິນຈາກລົດບັນທຸກ ລວມທັງກະກຽມໃນຮູບແບບດັ່ງກ່າວຕາມທາງຫຼວງແຫ່ງຊາດເສັ້ນອື່ນໆ; ໄດ້ຊຸກຍູ້ໂຄງການກໍ່ສ້າງທາງດ່ວນທີ່ໄດ້ເຊັນ MOU ຜ່ານມາ ເປັນຕົ້ນທາງດ່ວນ ລາວ-ຈີນ (ແຕ່ແຂວງອຸ ດົມໄຊ-ຊາຍແດນບໍ່ເຕັນ), ທາງດ່ວນ ວຽງຈັນ-ຮ່າໂນ້ຍ. ພ້ອມນີ້ ກໍາລັງເລັ່ງສ້າງແຜນໃນການບູລະນະ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ ໂດຍສະເພາະເສັ້ນທາງ 13 ເໜືອ ໂດຍນໍາໃຊ້ງົບປະມານກອງທຶນທາງ; ສຸມໃສ່ໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ຫ້ວຍແກ້ວ-ກ້ອນຕື່ນ ແຂວງບໍ່ແກ້ວ ສໍາເລັດ 98.85%; ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ ຄືບໜ້າ 97.37% ເຊິ່ງສາມາດເຊື່ອມຈອດຂົວໃນວັນທີ 6 ມິຖຸນາຜ່ານມາ, ຄາດວ່າຈະຈັດພິທີເປີດນໍາໃຊ້ໃນເດືອນທັນວາ 2025; ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງເລກ 20 ແຂວງຈຳປາສັກ ແລະ ແຂວງສາ ລະວັນ ຄືບໜ້າ 61.30%; ກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ແມ່ນຢູ່ໃນຂັ້ນຕອນທາບທາມເງິນກູ້ຢືມຈາກ NEDA; ກະກຽມລາຍງານບົດສຶກສາຄວາມເປັນໄປໄດ້ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນລາດຊະທານີ ເພື່ອສະເໜີທາບທາມເງິນກູ້; ພ້ອມກັນນັ້ນ ໄດ້ສຸມໃສ່ດໍາເນີນຂັ້ນຕອນຕ່າງໆ ເພື່ອປັບປຸງສະໜາມບິນສາກົນຕ່າງໆ ເປັນຕົ້ນສະໜາມບິນສາກົນວັດໄຕ, ຫຼວງພະບາງ ແລະ ປາກເຊ.
ການບໍລິການຂົນສົ່ງສິນຄ້າ ປະຕິບັດໄດ້ 3.89 ລ້ານໂຕນ ເກີນແຜນ 0.95% ຂອງແຜນການປີ, ອັນພົ້ນເດັ່ນແມ່ນການຂົນສົ່ງສິນຄ້າທາງລົດໄຟ ປະຕິບັດໄດ້ 1.52 ລ້ານໂຕນ ເກີນແຜນ 6.27% ຂອງແຜນການປີ 2025 ແລະ ການຂົນສົ່ງໂດຍສານທາງລົດໄຟ ໃນໄລຍະ 5 ເດືອນ ສາມາດປະຕິບັດໄດ້ 1.23 ລ້ານເທື່ອຄົນ (ເກີນແຜນໝົດປີ 2025 ເຖິງ 6%).
11. ຂຶ້ນທະບຽນອອກໃບຕາດິນ
ອອກໃບຕາດິນໄດ້ 50,731 ຕອນ ຫຼື ເທົ່າກັບ 17% ຂອງແຜນການປີ 2025 (300,000 ຕອນ); ສໍາເລັດການສໍາຫຼວດ, ວັດແທກຕອນດິນ ແລະ ລໍຖ້າອອກໃບຕາດິນ 38,490 ຕອນ; ໄດ້ຂະຫຍາຍໜ່ວຍງານຂຶ້ນທະບຽນອອກໃບຕາດິນເພີ່ມຂຶ້ນຢູ່ 18 ເມືອງ ໃນ 18 ແຂວງ ແລະ ນະຄອນຫຼວງ ລວມທັງໝົດເປັນ 50 ເມືອງ ໃນຂອບເຂດທົ່ວປະເທດ. ພ້ອມນັ້ນ, ໄດ້ສຸມໃສ່ການຫັນລະບົບຄຸ້ມຄອງທີ່ດິນເປັນທັນສະໄໝ ໂດຍສໍາເລັດການສະແກນຂໍ້ມູນສຳເນົາຕອນດິນ ຈາກລະບົບເຈ້ຍເປັນລະບົບດິຈິຕອນສີ ສຳເລັດ 437,540 ຕອນ ໃນ 9 ເມືອງຢູ່ນະຄອນຫຼວງວຽງຈັນ.