ຕອນເຊົ້າວັນທີ 10 ພະຈິກ 2022 ນີ້, 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວສາຂາ ແຂວງຫົວພັນ ໄດ້ນໍາເອົາເຄື່ອງນຸ່ງຮົ່ມມອບໃຫ້ສະພາປະຊາຊົນ ແຂວງຫົວພັນ, ເຄື່ອງທີ່ນໍາມາມອບຄັ້ງນີ້ແມ່ນໄດ້ມາຈາກການລະດົມນຳພະນັກງານທີຢູ່ໃນ 3 ອົງກນຈັດຕັ້ງ ຂອງທະນາຄານການຄ້າຕ່າງປະເທດລາວສາຂາ ແຂວງຫົວພັນ ລວມມູນຄ່າ 4.500.000 ກີບ ( ສີ່ລ້ານຫ້າແສນກີບ).

ກ່າວມອບໂດຍ ທ່ານ ເຢຍລໍ ຈົງເຕັງ ຮອງຫົວໜ້າ ທະນາຄານການຄ້າຕ່າງປະເທດລາວສາຂາແຂວງຫົວພັນ ຕາງໜ້າກ່າວຮັບເຄື່ອງຄັ້ງນີ້ ໂດຍແມ່ນທ່ານ ສີຄຳ ບຸນມີໄຊ ກຳມະການຄະນະປະຈຳ,ປະທານຄະນະກຳມະການວັດທະນາທຳ – ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນ ແຂວງຫົວພັນ
ແລະ ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ, ຄວາມຂອບໃຈມາຍັງພະນັກງານກໍຄືທະນາການຄ້າຕ່າງປະເທດລາວສາຂາແຂວງຫົວພັນ ທີ່ໄດ້ໃຫ້ການຊ່ວຍເຫຼືອຄັ້ງນີ້ ພ້ອມທັງ ຈະນຳເອົາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຄອບຄົວທຸກຍາກຂາດເຂີນ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງເຂົາເຈົ້້າ ໃຫ້ນັບມື້ດີຂຶ້ນ ແລະ ຫວັງຢ່າງຍິ່ງວ່າ ຕໍ່ໜ້າຍັງຈະໄດ້ຮັບການຊ່ວຍເຫຼືອຕື່ມອີກໃນຄັ້ງຕໍ່ໆໄປ.

